ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ສອນໄຊ ສີພັນດອນ ເຄື່ອນ​ໄຫວ​ຊຸກຍູ້​ ພື້ນຖານ​ການ​ຜະລິດ​ກະສິກຳ
ເວລາອອກຂ່າວ: 2023-02-01 09:12:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 842 | ຄວາມນິຍົມ:



ໃນ​ວັນ​ທີ 29 ມັງກອນ 2023 ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ໂຮງງານ​ຜະລິດ​ຫົວອາຫານ​ສັດ​ລາວຂອງ​ບໍລິສັດ ລາວ​ໂຮມ​ມາດ ຂາ​ເຂົ້າ-ຂາ​ອອກ ຈຳກັດ​ຜູ້​ດຽວ ທີ່​ຕັ້ງ​ຢູ່​ບ້ານ​ໃໝ່ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ ແລະ ໂຄງການ​ກໍ່ສ້າງ​ຟາມ​ໄກ່​ສຸກ​ຈະເລີນ ຕັ້ງ​ຢູ່​ບ້ານ​ນາ​ຂ່າ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ, ໂດຍ​ມີ​ທ່ານ​ຮອງ​ເຈົ້າແຂວງ ແຂວງ​ວຽງ​ຈັນ, ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ການ​ນຳ​ຂັ້ນ​ເມືອງ ແລະ ຜູ້ ຕາງໜ້າ​ພາກສ່ວນ​ທີ່​ກ່ຽວຂ້ອງ ໃຫ້ການ​ຕ້ອນຮັບ. ໃນ​ໂອກາດ​ນີ້, ທ່ານ ນາຍົກລັດຖະມົນຕີ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້ກ່ຽວ​ກັບ​ສະພາບ​ລວມ​ຂອງ​ໂຄງການ ຈາກ​ຜູ້ຕາງໜ້າ​ບໍລິສັດ​ຜູ້​ລົງທຶນ​ເຫັນ​ວ່າ: ໂຄງການ​ກໍ່ສ້າງ​ໂຮງ ງານ​ຜະລິດ​ຫົວອາຫານ​ສັດລາວ​ ມີ​ເນື້ອທີ່ 5 ເຮັກຕາ, ໄດ້​ເລີ່ມ​ກໍ່ສ້າງ​ໃນ​ປີ 2020, ກໍ່ສ້າງ​ສຳເລັດ​ສົມບູນ ສາມາດ​ທົດ​ລອງ​ຜະລິດ ໃນ​ທ້າຍ​ປີ 2022 ແລະ ຈະ​ໄດ້​ດຳເນີນ​ການ​ຜະລິດ​ຢ່າງ​ເປັນ​ປົກກະຕິໃນ​ເດືອນ​ມີນາ 2023 ເປັນຕົ້ນ​ໄປ; ມີ​ອາຄານ​ຫຼັກ​ທັງ​ໝົດ 3 ຫຼັງຄື: ອາຄານ​ສາງ​ເກັບ​ວັດຖຸ​ດິບ, ອາຄານ​ກົນ​ຈັກ​ທຳ​ການ​ຜະລິດ ແລະ ອາຄານ​ສາງ​ເກັບ​ມ້ຽນ​ຜະລິດ​ຕະ​ພັນ​ສຳເລັດ​ຮູບ; ມີ​ມູນຄ່າ​ການ​ລົງທຶນ​ກໍ່ສ້າງ​ທັງ​ໝົດ 130 ຕື້​ກວ່າ​ກີບ; ມີ​ກຳລັງ​ການ​ຜະລິດ 10 ໂຕນ​ຕໍ່​ຊົ່ວໂມງ (ເບື້ອງ​ຕົ້ນ​ຄາດ​ວ່າ​ຈະ​ຜະລິດ 8 ຊົ່ວໂມງ​ຕໍ່​ມື້ ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ) ແລະ ຈະ​ຜະລິດ​ຫົວອາຫານ 2 ຊະນິດ​ຄື: ຫົວອາຫານ​ໝູ ປະມານ 20.000 ໂຕນ​ຕໍ່​ປີ ແລະ ຫົວອາຫານ​ສັດ​ປີກ 10.000 ໂຕນ​ຕໍ່​ປີ, ໃນ​ນັ້ນ ຄວາມ​ຕ້ອງການ​ວັດຖຸ​ດິບ ເພື່ອ​ສະໜອງ​ປ້ອນ​ເຂົ້າ​ໂຮງງານ​ແມ່ນສາລີ 5.000 ໂຕນ​ຕໍ່​ປີ, ມັນຕົ້ນ​ແຫ້ງ 4.000 ໂຕນ​ຕໍ່​ປີ, ເຂົ້າປຽນ 4.000 ໂຕນ​ຕໍ່​ປີ, ກາກ​ຖົ່ວເຫຼືອງ 6.000 ໂຕນ​ຕໍ່​ປີ, ຮຳ 2.500 ໂຕນ​ຕໍ່​ປີ. ສຳລັບ​ໂຄງການ​ກໍ່ສ້າງ​ຟາມ​ໄກ່​ສຸກ​ຈະເລີນ ມີ​ເນື້ອທີ່​ຈຳນວນ 44 ເຮັກຕາ, ເລີ່ມ​ກໍ່ສ້າງ​ໃນ​ຕົ້ນ​ປີ 2022, ປັດຈຸບັນ​ສຳເລັດ 96% ແລະ ຈະ​ໃຫ້​ສຳເລັດ 100% ໃນ​ທ້າຍ​ເດືອນ​ມີນາ 2023 ໂດຍ​ນຳ​ໃຊ້​ວັດ​ສະ​ດຸ​ທີ່​ມີ​ຄຸນ​ນະ​ພາບ, ກົນ​ຈັກ ແລະ ເຕັກນິກ​ຕ່າງໆ​ທີ່​ທັນ​ສະໄໝ ເປັນຕົ້ນ: ລະບົບ​ການ​ໃຫ້​ນ້ຳ, ໃຫ້​ອາຫານ, ການ​ຈັດ​ເກັບ, ຄັດ​ແຍກ ແລະ ລຳລຽງ​ໄຂ່, ການ​ມ້ຽນ-ອະນາໄມ, ບຳບັດ ແລະ ລຳລຽງ​ຂີ້​ໄກ່; ມີ​ອາຄານ​ລ້ຽງ​ໄກ່​ທັງ​ໝົດ 10 ຫຼັງ (ໄກ່​ນ້ອຍ 2 ຫຼັງ ແລະ ໄກ່​ໃຫຍ່ 8 ຫຼັງ), ສາມາດ​ບັນຈຸ​ໄກ່​ໄດ້​ທັງ​ໝົດ 1 ລ້ານ​ໂຕ ເຊິ່ງ​ຄາດ​ວ່າຈະ​ສາມາດ​ຜະລິດ​ໄຂ່​ໄກ່​ໄດ້​ປະມານ 800.000-850.000 ໜ່ວຍ​ຕໍ່​ມື້. ໃນ​ໂອກາດ​ດຽວ​ກັນ, ທ່ານ ນາຍົກລັດຖະມົນຕີ ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ຕໍ່​ຜູ້​ລົງທຶນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ຫຼາຍ​ບັນຫາ​ສຳຄັນ, ກ່ອນ​ອື່ນ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜູ້​ລົງທຶນ​ທີ່​ໄດ້​ຕັດສິນ​ໃຈ​ເລືອກ​ລົງທຶນ​ໃນ​ກິດຈະການ​ສ້າງ​ພື້ນຖານ​ການ​ຜະລິດທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ ໃນ​ປັດຈຸບັນ ​ກໍ​ຄື​ສະເພາະ​ໜ້າ ເວົ້າ​ລວມ, ເວົ້າ​ສະເພາະ ແມ່ນ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ດ້ວຍ​ການ​ສົ່ງເສີມ​ການ​ຜະລິດ​ພາຍ​ໃນ​ໃຫ້​ເຂັ້ມແຂງ ແລະ ມີ​ປະລິມານ​ຫຼາຍຂຶ້ນ ເຮັດ​ໃຫ້​ຄົນ​ລາວ​ໄດ້​ຊົມໃຊ້​ຜະລິດ​ຕະ​ພັນ​ພາຍ​ໃນ ທີ່​ມີ​ຕົ້ນ​ທຶນ​ການ​ຜະລິດ​ຕໍ່າ ກໍ​ຄື​ເພື່ອ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ສິນຄ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສົ່ງເສີມ​ປະຊາຊົນ​ທຳ​ການ​ຜະລິດ, ມີ​ວຽກ​ເຮັດ​ງານ​ທຳ ໂດຍ​ສະເພາະການ​ລ້ຽງສັດໃຫ້​ເປັນ​ຂະ​ບວນ​ການ​ທີ່​ພົ້ນ​ເດັ່ນ​ຫຼາຍ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ໄດ້​ເນັ້ນ​ໜັກ​ໃຫ້​ບໍລິສັດ​ສົມທົບ​ກັບ​ຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນ​ກ່ຽວຂ້ອງ ເອົາໃຈໃສ່​ຕໍ່​ຂອດ​ການ​ຜະລິດ ແລະ ສະໜອງ​ວັດຖຸ​ດິບ​ເຂົ້າ​ໂຮງງານ ໃຫ້​ສາມາດ​ທຳ​ການ​ຜະລິດ​ໄດ້​ເປັນ​ປົກກະຕິ ແລະ ມີ​ປະສິດທິພາບ ໂດຍ​ສະເພາະ​ການ​ຮັບປະກັນ​ໃຫ້​ມີ​ແຫຼ່ງ​ການ​ຜະລິດ​ວັດຖຸ​ດິບ​ທີ່​ຊັດ​ເຈນ ແລະ ໝັ້ນຄົງ, ລວມ​ທັງ​ຂອດ​ການຈຳໜ່າຍ​ຫົວອາຫານໃຫ້​ມີ​ລະບົບ​ການ​ຮອງ​ຮັບ​ຄັກແນ່, ທັງ​ນີ້ ກໍເພື່ອ​ຄວາມ​ຍືນ​ຍົງ​ຂອງ​ໂຮງງານ; ເອົາໃຈໃສ່​ຕໍ່​ດ້ານ​ສິ່ງແວດລ້ອມ​ຂອງ​ໂຮງງານ ແລະ ຟາມ​ລ້ຽງ​ໄກ່​ໃຫ້​ດີ ເພື່ອ​ບໍ່​ເປັນ​ມົນ​ລະ​ພິດ​ທາງ​ດ້ານ​ສິ່ງແວດລ້ອມ ແລະ ສັງຄົມ; ຄົ້ນຄວ້າ​ແຜນ​ການຈຳໜ່າຍ ແລະ ປຸງ​ແຕ່ງ​ໄຂ່ ໃຫ້​ເປັນ​ຜະລິດ​ຕະ​ພັນ​ທີ່​ຫຼາກ​ຫຼາຍ, ມີ​ຄຸນ​ນະ​ພາບ ແລະ ສາມາດ​ຮັບປະກັນ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ສັງຄົມ​ເປັນ​ປົກກະຕິ. ໂດຍ: ກົມ​ປະຊາສຳພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ