ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເບວ ອະດີດ​ນັກ​ເຕະ​ດັງ​ລະດັບ​ໂລກ ຢືນຢັນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກ໊ອບ
ເວລາອອກຂ່າວ: 2023-02-01 09:14:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838707 | ຄວາມນິຍົມ:



ແກ​ເຣັດ ເບວ ອະດີດ​ນັກ​ເຕະ​ດັງ​ລະດັບ​ໂລກ ຢືນຢັນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກ໊ອບ​ອາຊີບ​ຊາຍ ຫຼື ພີ​ຈີ​ເອ ທົວ ລາຍການ​ທຳ​ອິດ​ລາຍ ການ ເອ​ທີ​ແອນ​ທີ ເພັບ​ເບິ ບີ ໂປຣ- ແອມ ໃນ​ລະຫວ່າງ​ວັນ​ທີ 2-5 ກຸມ ພາ 2023. ສຳລັບ ເບວ ມັກ​ການ​ຕີ​ກ໊ອບ​ຕັ້ງແຕ່​ສະໄໝ​ທີ່​ຍັງ​ຫຼິ້ນ​ບານເຕະ​ອາຊີບ ເຊິ່ງ​ຫຼັງ​ຈາກ​ທີ່​ລາວ​ຕັດ ສິນ​ໃຈ​ອຳ​ລາ​ອາຊີບ​ການ​ເປັນ​ນັກ​ ເຕະ ຈົນ​ຫຼ້າ​ສຸດ ເບວ ອາຍຸ 33 ກໍ​ ປະກາດ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ ຂັນ​ກ໊ອບ​ລາຍການ ເອ​ທີ​ແອນ​ທີ ເພັບ​ເບິ ບີ ໂປຣ-ແອມ ນອກຈາກ ເບວ ກໍ​ຍັງ​ມີ​ຄົນ​ດັງ​ໃນ​ວົງ​ການ​ອື່ນ​​​ມາ​ຮ່ວມ​ແຂ່ງຂັນ​ອີກ​ຫຼາຍ​ຄົນ ​ບໍ່​ວ່າ​ຈະ​ເປັນ ບິ​​ລ ມາ​ເຣ ນັກສະ ແດງ Ghostbusters ແລະ ແມັກ​ເຄິ​ມໍ ສີ​ລະ​ປິນ​ສຽງ​ດີ ສ່ວນ​ນັກ​ກ໊ອບ​ອາຊີບ​ທີ່​ລົງ​ແຂ່ງຂັນ​ທີ່​ໂດດ​ເດັ່ນ​ກໍ​ມີ ຈໍ​ແດນ ສະ​ປິ​​ດ, ລຸກ ໂດນ​​ັລ​ໂດ ແລະ ແມັດ ຟິດ​ແພັດ​ທຣິກ ໂດຍ​ມີ​ເງິນ​ລາງວັນ​ລວມ 9 ລ້ານໂດ​ລາ​ສະຫະລັດ​.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ