ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສາມ​ພາກສ່ວນ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ ​ກອງພັນ​ໃຫຍ່ 643
ເວລາອອກຂ່າວ: 2023-02-01 09:15:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງ ຕັ້ງ​ກອງທັບປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ເພື່ອ​ເປັນ​ການ​ສ້າງ​ຜົນງານ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ ກອງພັນ​ໃຫຍ່ 643 ຄົບຮອບ 30 ປີ, ທ່ານ ອຳ​ຄາ ບຸນ​ມາ​ບັນ​ຍະ​ວົງ ຮອງ​ເລຂາ​ພັກ​ເມືອງ ​ເມືອງ​ພູ​ກູດ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 643 ໂດຍ​ມີ ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ​ກອງພັນ​ໃຫຍ່ 643 ພ້ອມ​ດ້ວຍ​ຄະນະ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ. ໂອກາດ​ນີ້, ທ່ານ ​ອຳ​ຄາ ບຸນ​ມາ​ບັນ​ຍະ​ວົງ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ​ຫ້ອງ​ວ່າການ​ປົກຄອງ​ເມືອງ​ພູ​ກູດ ອວຍພອນ​ໄຊ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະ ນັກງານ-ນັກຮົບ​ໃນ​ກົມ​ກອງຈົ່ງ​ມີ​ສຸຂະພາບ​ແຂງແຮງ ມີ​ຜົນສຳເລັດ​ໃນ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ການ​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ ເຮັດ​ໃຫ້​ທ້ອງຖິ່ນ​ມີ​ຄວາມ ​ສະຫງົບ ແລະ​ ສືບຕໍ່​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ຖານະ​ເປັນ​ກົມ​ກອງ​ແຮກສ່ຽວ ພ້ອມ​ກັນ​ນີ້​ ຍັງ​ເປັນ​ການ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມລະຫວ່າງ​ຫ້ອງ​ ວ່າການ​ປົກຄອງ​ເມືອງ​ພູ​ກູດ ແລະ ກອງພັນ​ໃຫຍ່ 643 ທີ່​ເຄີຍ​ສືບ​ທອດ​ປະຕິບັດ​ກັນ​ມາ​ແຕ່​ດົນ​ນານ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ພ້ອມ​ທັງ​ມອບ​ກະຕ່າຂອງຂວັນ ແລະ ວັດຖຸ​ປັດ​ໄຈ​ ຈຳນວນ​ໜຶ່ງລວມ​ມູນ​ຄ່າ 4.200.000 ກີບ ໃຫ້​ກອງພັນ​ໃຫຍ່ 643. ຂ່າວ​ແຈ້ງ​ຕື່ມ​ວ່າ: ໄລຍະ​ດຽວ​ກັນ​ນັ້ນ, ນາຍບ້ານ ບ້ານຄັງ​ໜອງ​ຫຼວງ ແລະ ນາຍບ້ານ ບ້ານ​ພູ​ເກັງ ພ້ອມ​ດ້ວຍ​ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ບ້ານ ໄດ້​ນຳ​ເອົາ​ເຂົ້າສານ, ອາຫານ​ແຫ້ງ​ຈຳນວນ​ໜຶ່ງ​ລວມ​ມູນ​ຄ່າ 2.600.000 ກວ່າ​ກີບ ອວຍພອນ ແລະ ມອບ​ໃຫ້​ກອງພັນ​ໃຫຍ່ 643 ເຊັ່ນ​ດຽວ​ກັນ ຕໍ່​ການ​ມາ​ອວຍພອນ​ຂອງ​ສາມ​ພາກສ່ວນ​ຄັ້ງ​ນີ້, ສະຫາຍ ພັນ​ໂທ ບຸນ​ມີ ດວງ​ມະນີ​ຈັນ ໄດ້​ມີ​ຄຳ​ເຫັນ​ກ່າວ​ຮັບ ແລະ ສະແດງ​ຄວາມ​ຂອບໃຈ​ເປັນ​ຢ່າງ​ສູງ​ມາ​ຍັງການ​ນຳ​ເມືອງ​ພູ​ກູດ​ພ້ອມ​ດ້ວຍ​ຄະນະ ແລະ ອົງການຈັດຕັ້ງ​ບ້ານ​ຄັງ​ໜອງ​ຫຼວງ ແລະ ບ້ານ​ພູ​ເກັງ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ, ໃກ້​ສິດ​ຕິດ​ແທດ ພົວພັນ​ສະໜິດ​ແໜ້ນ ໃຫ້ການ​ອູ້ມຊູ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ມາ ອັນ​ໄດ້​ເຮັດ​ໃຫ້​ຄວາມ​ສາມັກຄີ​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ ​ປກຊ-​ປກສ ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ ແລະ ທ້ອງຖິ່ນ​ມີ​ຄວາມ​ສະຫງົບ. ໂດຍ: ຄຳ​ໝັ້ນ ຄົງ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ