ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ມອບເຄື່ອງກິລາໃຫ້ຫ້ອງການເມືອງທະຫານແຂວງ
ເວລາອອກຂ່າວ: 2023-02-01 09:16:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:
ໃນວັນທີ 16 ມັງກອນ 2023 ນີ້, ທ່ານ ຄອນສີ ໄຊຍະໝອນ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງກິລາຈຳນວນ 30 ຊຸດ ລວມມູນຄ່າ 1.350.000 ກີບ ມອບໃຫ້ຄະນະໜ່ວຍພັກທີ III ຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023 ), ກ່າວຮັບໂດຍ ສະຫາຍ ພັນໂທ ວິຈິດ ໄຊຍະເວັນ ຮອງເລຂາໜ່ວຍພັກທີ III ຫົວໜ້າພະແນກບໍລິຫານ ຫ້ອງການເມືອງ ທະຫານແຂວງອຸດົມໄຊ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວວລ້ອມແຂວງອຸດົມໄຊ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອນຳເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້.
ຂ່າວ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ