ຊາວຝຣັ່ງຫຼາຍລ້ານຄົນພາກັນເດີນຂະບວນປະທ້ວງການປະຕິຮູບເງິນບຳນານ
ເວລາອອກຂ່າວ: 2023-02-02 08:44:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:
ສຳນັກຂ່າວຫວຽດນາມນິວລາຍງານວັນທີ 1 ກຸມພານີ້ວ່າ: ຢູ່ນະຄອນຫຼວງປາຣີ ປະຊາຊົນຝຣັ່ງ ປະມານກວ່າ 1,1 ລ້ານຄົນ
ໃນນັ້ນລວມມີສະຫະພັນແຮງງານໃຫຍ່ 8 ແຫ່ງຂອງຝຣັ່ງ ໄດ້ເດີນຂະບວນໃນວັນທີ 31 ມັງກອນທີ່ຜ່ານມາ, ການປະທ້ວງດັ່ງກ່າວເພື່ອ ຄັດຄ້ານຮ່າງກົດໝາຍປະຕິຮູບເງິນບຳນານຂອງລັດຖະບານທີ່ຫາກໍປະກາດໃຊ້ໃນກາງເດືອນມັງກອນທີ່ຜ່ານມາ.
ການເດີນຂະບວນການປະທ້ວງຄັ້ງນີ້ໄດ້ເຮັດໃຫ້ລະບົບການຈະລາຈອນຕິດຂັດຢ່າງໜັກ ໜ່ວງເປັນຕົ້ນແມ່ນ ລົດເມ ແລະ ລົດໄຟໃຕ້ດິນໃນຕົວເມືອງປະຕິ ບັດງານໃນລະດັບໜຶ່ງສ່ວນສາມຂອງຄວາມສາມາດປົກກະຕິຂອງຕົນ, ໃນຂະນະທີ່ໜຶ່ງສ່ວນຫ້າຂອງຖ້ຽວບິນຢູ່ສະໜາມບິນໃຫຍ່ໃນປະເທດກໍ ໄດ້ຖືກເລື່ອນ ແລະ ຍົກເລີກ.
ປັດຈຸບັນ ຕຳຫຼວດປະມານ 11 ພັນຄົນ ໄດ້ຖືກສົ່ງໄປປ້ອງກັນການເດີນຂະບວນດັ່ງກ່າວເພື່ຶອບໍ່ໃຫ້ກາຍເປັນການຈະລາຈົນໂດຍ ການທຳລາຍ, ຈູດເຜົາພາຫະ ນະ, ອາຄານສະຖານທີ່ ລວມ ທັງຮ້ານຄ້າທີ່ເປັນຊັບສິນຂອງ ລັດ ແລະ ຂອງສ່ວນບຸກຄົນ ດັ່ງເຄີຍເກີດຂຶ້ນເລື້ອຍໆໃນໄລ ຍະຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ