ຣັດເຊຍວາງມາດຕະການເພື່ອຕ້ານການຈຳກັດ ລາຄານ້ຳມັນເຊື້ອໄຟຂອງປະເທດຕາເວັນຕົກ
ເວລາອອກຂ່າວ: 2023-02-02 08:45:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ສຳນັກຂ່າວຕາດ ລາຍງານໃນວັນທີ 1 ກຸມພານີ້ວ່າ: ເວັບໄຊຂໍ້ມູນດ້ານກົດໝາຍຂອງຣັດເຊຍໄດ້ເປີດເຜີຍເອກະສານກົດໝາຍສະບັບໜຶ່ງ ເຊິ່ງມີເນື້ອໃນ ເພື່ອປະຕິບັດດຳລັດຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍທີ່ລົງນາມໃນເມື່ອກ່ອນ, ເພື່ອຕອບໂຕ້ປະເທດຕາເວັນຕົກທີ່ວາງມາດຕະການຈຳກັດລາຄານ້ຳມັນເຊື້ອໄຟ ແລະຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ.
ດຳລັດດັ່ງກ່າວລະບຸວ່າ: ບຸກຄົນ ຫຼືນິຕິບຸກຄົນທີ່ສົ່ງອອກນ້ຳມັນເຊື້ອໄຟ ແລະຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍ ມີພາລະໜ້າທີ່ຕິດຕາມວ່າ ໃນຕ່ອງໂສ້ການສະໜອງມີການກະທຳທີ່ນຳໃຊ້ກົນໄກຈຳກັດລາຄາຫຼືບໍ. ຖ້າພົບເຫັນມີການກະທຳດັ່ງກ່າວ, ຕ້ອງແຈ້ງໃຫ້ດ່ານພາສີຣັດເຊຍ ແລະກະຊວງພະລັງງານຣັດເຊຍຮັບຮູ້ພາຍໃນເວລາກຳນົດ ແລະໃຫ້ມີການດັດແປງ.
ກ່ອນໜ້ານັ້ນຣັດເຊຍປະຕິເສດຮ່ວມມືກັບບໍລິສັດການຄ້າທີ່ປະຕິບັດມາດຕະການຈຳກັດລາຄານ້ຳມັນເຊື້ອໄຟຣັດເຊຍຂອງປະເທດຕາເວັນຕົກບໍ່ວ່າດ້ວຍຮູບແບບໃດ. ການແຊກແຊງແບບຜິດກົດໝາຍຂອງປະເທດຕາເວັນຕົກຕໍ່ກົນໄກຕະຫຼາດ ໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານພະລັງງານ ແລະຄວາມໝັ້ນທ່ຽງດ້ານການສະໜອງໃນທົ່ວໂລກ, ປະເທດທີ່ກ່ຽວຂ້ອງຄວນຮ່ວມກັນພະຍາຍາມດັດແປງ ແກ້ໄຂພ້ອມທັງຕ້ານການກະທຳທີ່ບໍ່ສອດຄ່ອງດັ່ງກ່າວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ