ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ດ້ານ​ການ​ບໍລິການ ​ຂອງ​ຈີນ​ມີ​ທ່າ​ອ່ຽງ​ດີ​ຂຶ້ນ
ເວລາອອກຂ່າວ: 2023-02-02 08:45:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 1 ກຸມພາ​ນີ້​ວ່າ: ຕົວ​ເລກ​ຂໍ້​ມູນ​ການ​ຄ້າ​ການ​ບໍລິການ​ທີ່​ກະຊວງ​ການ​ຄ້າ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 31 ມັງກອນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ, ປີ 2022, ການ​ຄ້າ​ການ​ບໍລິການ​ຂອງ​ຈີນ​ໄດ້​ຮັກສາ​ການ​ເຕີບ​ໂຕ​ເກີນ​ຄາດ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ດ້ານ​ການ​ບໍລິການ​ຂອງ​ຈີນ​ໄດ້​ບັນລຸ​ເຖິງ 5980,19 ຕື້​ຢວນ, ເພີ່ມ​ຂຶ້ນ 12,9% ເມື່ອ​ທຽບໃສ່​ປີ 2021. ຕົວ​ເລກ​ຂໍ້​ມູນ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2022, ຍອດ​ມູນ​ຄ່າ​ສົ່ງ​ອອກ​ການ​ບໍລິການ​ຂອງ​ຈີນ​ໄດ້​ບັນລຸ​ເຖິງ 2852,24 ຕື້​ຢວນ, ເພີ່ມ​ຂຶ້ນ 12,1%, ຍອດ​ມູນ​ຄ່າ​ນຳ​ເຂົ້າ​ໄດ້​ບັນລຸ​ເຖິງ 3127,95 ຕື້​ຢວນ, ເພີ່ມ​ຂຶ້ນ 13,5%. ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ດ້ານ​ການ​ບໍລິການ​ທີ່​ເນັ້ນ​ຄວາມ​ຮູ້​ໄດ້​ບັນລຸ​ເຖິງ 2506,85 ຕື້​ຢວນ, ເພີ່ມ​ຂຶ້ນ 7,8%. ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ດ້ານ​ການ​ບໍ​ລິ​ການທ່ອງທ່ຽວ​ໄດ້​ຟື້ນ​ຕົວ​ຄືນ​ຢ່າງ​ຕໍ່​ເນື່ອງ. ປີ 2022, ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ດ້ານ​ການ​ບໍ​ລິ​ການທ່ອງທ່ຽວ​ໄດ້​ບັນລຸ​ເຖິງ 855,98 ຕື້​ຢວນ, ເພີ່ມ​ຂຶ້ນ 8,4%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ