ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເອັນ​ໂຊ ແຟ​ນັນ​ເດດ ກາຍເປັນນັກເຕະທີ່ມີຄ່າໂຕແພງ​ສຸດ​ໃນ​ອັງກິດ
ເວລາອອກຂ່າວ: 2023-02-02 08:50:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ເຊວ​ຊີ ທີມ​ຊັ້ນ​ນຳ​ໃນ​ພຣີ​ເມຍ ​ລີກ ອັງກິດ ໃຊ້​ເງິນ 107 ລ້ານ​ປອນ ຫລື 121 ລ້ານ​ເອີ​ໂຣ ຊື້ ເອັນ​ໂຊ ແຟ​ນັນ​ເດດ ກອງ​ກາງ​ຟອມ​ເດັ່ນ ໄວອາຍຸ 22 ປີ ຈາກ​ເບັນ​ຟີ​ກ້າ ທີມ​ຊາດ​ອາກ​ຊັງ​ຕິນ ຍາດ​ແຊັມ​ໂລກ 2022 ໃນ​ຮອບ 36 ປີ ພ້ອມ​ຄອງ ລາງວັນ​ດາວ​ຮຸ່ງ​ດີເດັ່ນ​ມາ​ຄອງ. ຄ່າ​ໂຕ​ຂອງ ເອັນໂຊ ແຟ​ນັນ​ເດດ ຄັ້ງ​ນີ້ ໄດ້​ທຳລາຍ​ສະຖິຕິ​ຂອງ ແຈັກ ກຣີ​ລິ ກອງ​ກາງ​ທີມ​ຊາດ​ອັງກິດ ທີ່​ຍ້າຍ​ຈາກ ແອັດ​ຕັນ ວິນ​ລາ ມາ​ຢູ່​ກັບ ແມນ​ຊິ​ຕີ້ ດ້ວຍ​ຄ່າ​ໂຕ 100 ລ້ານ​ປອນ ໃນ​ປີ 2021. ເອັນ​ໂຊ ເຊັນ​ສັນຍາ 8 ປີ​ເຄິ່ງ​ກັບ ເຊວ​ຊີ ໂດຍ ຈະ​ຜ່ອນ​ຈ່າຍ 5 ປີ, ປີ​ລະ​ປະມານ 30 ລ້ານ​ປອນ, ສຳລັບ ເອັນ​ໂຊ ເຕີບ​ໂຕ​ມາ​ຈາກ​ອາ​ຄາ​ເດ​ມີ້​ຂອງ ຣິ​ເວີ​ພູ ກ້າວ​ຂຶ້ນ​ທີມ​ຊຸດ​ໃຫຍ່​ໃນ​ປີ 2019 ກ່ອນ​ຍ້າຍ​ມາ ເບັນ​ຟີ​ກ້າ ໃນ​ປີ 2022 ດ້ວຍ​ຄ່າ​ໂຕ 10 ລ້ານ​ເອີ​ໂຣ ສ້າງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ ລົງ​ຫລິ້ນ 29 ນັດ ຍິງ 4 ປະຕູ ຊ່ວຍ ເບັນ​ຟີ​ກ້າ ຟອມ​ດີ​ໃນ​ລະດູ​ການ​ນີ້ ເປັນ​ທີມ​ນຳ​ລີກ​ສູງ​ສຸດ, ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ ເອບ​ເອ​ຄັບ​ຂອງ​ປະເທດ ແລະ ເຂົ້າ​ຮອບ 16 ທີມ​ສຸດ​ທ້າຍ ຢູ​ຟ້າ ແຊັມ​ປ້ຽນ​ລີກ ໃນ​ຖານະ​ອັນ​ດັບ​ໜຶ່ງ​ຂອງ​ກຸ່ມ. ເອັນ​ໂຊ ແຟ​ນັນ​ເດດ ກາຍເປັນ​ນັກ​ເຕະ​ຄົນທີ 6 ທີ່​ເຊວ​ຊີ ໄດ້​ມາ​ເສີມ​ທີມຕໍ່​ຈາກ ເບ​ນອຍ ບາ​ເດຍ​ຊິວ ກອງ​ຫລັງ​ໂມ​ນາ​ໂຄ, ເດ​ວິດ ດາ​ໂຕຣ ໂຟ​ຟາ​ນ້າ ກອງ​ໜ້າ​ຈາກ​ໂໝດ, ອັງ​ເດ ຊານ​ໂຕດ ກອງ​ກາງ​ຈາກ ວັດ​ໂກ ດາ ກາ​ມ້າ, ມິ​ຄາຍ​ໂລ້ ມູ​ດິກ ກອງ​ກາງ​ຈາກ​ຊັກ​ຕ້າ ໂດ​ເນັດ, ໂນ​ນີ ມາ​ດູ​ເກ ກອງ​ໜ້າ​ຈາກ​ພີ​ເອັດ​ວີ ໄອ​ໂຮ​ເຟັນ ແລະ ມາ​ໂລ ກຸ​​ສ​ໂຕ້ ກອງ​ຫລັງ​ຈາກ ລີ​ຢົງ. ເຊວ​ຊີ ໃຊ້​ເງິນ​ຊື້​ນັກ​ເຕະ​ໃນ​ຮອບ​ສອງ 288 ກວ່າ​ລ້ານ​ປອນ ບວກ​ກັບ​ຮອບ​ທີ​ໜຶ່ງ ລວມ 500 ກວ່າ​ລ້ານ​ປອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ