ເຄື່ອນໄຫວສາຍຮູບເງົາ ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ
ເວລາອອກຂ່າວ: 2023-02-02 09:08:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:
ໃນວັນທີ 24 ມັງກອນ 2023 ນີ້, ກົມຮູບເງົາ ກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຄື່ອນໄຫວສາຍຮູບເງົາ ຢູ່ວິທະຍາຄານນາຍທະຫານບົກກົມມະດຳ, ນຳໂດຍ ທ່ານ ເດດນະຄອນ ຫຼວງໂພວິຫານ ຮອງ
ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະທີມງານ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນໂທ ບຸນໂຮມ ມີ່ງນະ
ຄອນ ຄະນະພັກວິທະຍາຄານ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານນາຍທະຫານບົກ ກົມມະດຳ, ມີສະຫາຍ ພັນໂທ ຈັນໄທ ເລັດນະຄອນ ຫົວໜ້າພະແນກໂຄສະນາ-ອົບຮົມ ວິທະຍາຄານ, ມີບັນດາພະແນກການທີ່ກ່ຽວຂ້ອງ, ນາຍ ແລະ ພົນທະຫານທົ່ວວິທະຍາຄານເຂົ້າຮ່ວມ,
ສຳລັບຮູບເງົາທີ່ນຳມາສາຍໃນຄັ້ງນີ້ມີຊື່ເລື່ອງວ່າ: “ຂ້າມແມ່ນ້ຳຢ່າລູ້” ເຊິ່ງເປັນຮູບເງົາການປະຕິວັດຂອງ ສປ ຈີນ ທີ່ແປເປັນພາສາລາວ. ທັ້ງນີ້, ກໍເພື່ອຂໍ່ານັບຮັບຕ້ອນວັນບຸນສຳຄັນຕ່າງໆຂອງພັກ, ຂອງລັດ ເວົ້າລວມ, ເວົ້າສະເພາະ ກໍເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ໃຫ້ເປັນຂະບວນການຢ່າງກວ້າງຂວາງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ