ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ກອງທັບ ​ຢ້ຽມ​ຢາມໂຮງໝໍ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ
ເວລາອອກຂ່າວ: 2023-02-02 09:10:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023 ); ສະຫາຍ ພັນ​ເອກ ນາງ ວັນເພັງ ພວງ​ສາ​ວະລີ ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ ໄດ້​​ເຄື່ອນ​ໄຫວ​ຢ້ຽມຢາມຄົນ​ເຈັບ​ຢູ່​ໂຮງໝໍ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ເຊິ່ງ​ໃຫ້ການ​ຕ້ອນ ຮັບ​ຂອງ ສະຫາຍ ພັນ​ເອກ ຄຳ​ເປີງ ໄຊ​ທະວີ ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ພະ​ລາ ທິການ ພ້ອມ​ຄະນະ. ໂດຍ​ປະຕິບັດ​ຕາມ​ແນວທາງນະໂຍບາຍ​ຂອງ​ພັກ-ລັດ ກໍ​ຄື​ກອງທັບ​ປະຊາຊົນ​ລາວ, ໂດຍ​ສະເພາະ ກໍ​ຄື​ແນວທາງ​ນະໂຍບາຍ​ຂອງ​ໂຮງໝໍ​ທະຫານ​ແຂວງ​ຫຼວງ​ນໍ້າທາ ທີ່​ມີ​ຕໍ່​ນາຍ ແລະ ພົນທະຫານ​ຂອງ​ຕົນ; ດັ່ງນັ້ນ ເນື່ອງ​ໃນ​ໂອກາດທີ່​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກອງທັບ ແລະ ທົ່ວ​ປວງຊົນ​ລາວ​ທັງ​ຊາດ ພວມ​ເບີກບານມ່ວນຊື່ນ​ເອກອ້າງ​ທະ​ນົງ​ໃຈ ແລະ ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ; ຄະນະ​ນຳ​ກົມ​ເສນາ​ຮັກ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ໂອ້​ລົມ​ໃຫ້ ກຳລັງ​ໃຈ​ແກ່​ພະນັກງານ-ນັກຮົບ​ທີ່​ນອນ​ປິ່ນປົວ​ພະຍາດ​ຢູ່​ໂຮງໝໍ​ທະຫານ​ແຂວງ; ການເຄື່ອນໄຫວ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ສະຫາຍ ຮອງ​ຫົວໜ້າ​ກົມ​ເສນາ​ຮັກ ​ໄດ້​ນຳ​ເອົາ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ, ຄວາມ​ຄິດ​ຮອດ​ຄິດ​ເຖິງ, ຄວາມ​ເປັນ​ຫ່ວງ​ເປັນ​ໃຍ, ຄວາມ​ສາມັກຄີ​ຮັກແພງ​ອັນສະ ໜິດ​ສະໜົມ, ຄຳ​ອວຍພອນ​ອັນ ປະເສີດ, ພ້ອມ​ວັດຖຸ​ປັດ​ໄຈ​ຈຳນວນ​ໜຶ່ງມອບ​ໃຫ້​ແກ່​ອ້າຍ​ນ້ອງ​ທະຫານ​ທີ່​ເຈັບເປັນ​ປິ່ນປົວ​ຢູ່​ໂຮງໝໍ ເພື່ອ​ເປັນ​ການ​ແບ່ງ​ເບົາ​ພາລະ​ໃນ​ການ​ໃຊ້​ຈ່າຍ ແລະ ສະແດງ​ເຖິງ​ຄວາມ​ເອົາໃຈໃສ່​ຂອງ​ຄະນະ​ພັກ-ຄະນະ​ບັນຊາໂຮງໝໍ​ທະຫານ​ແຂວງ​ທີ່​ມີ​ຕໍ່​ພະນັກງານ-ນັກຮົບ ໃນ​ກົມ​ກອງ, ເຊິ່ງ​ເປັນ​ການ​ອູ້ມ​ຊູ​ຊ່ວຍເຫຼືອ, ຊຸກຍູ້​ໃຫ້​ກຳລັງ​ໃຈ​ເຮັດ​ໃຫ້​ທະຫານ​ທີ່​ເຈັບ​ໄຂ້​ໄດ້​ປ່ວຍມີ​ຄວາມ​ສົດຊື່ນ​ເບີກບານ​ໃຈ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ເຂັ້ມແຂງ ແລະ ອົດທົນ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ- ລັດ ແລະ ການຈັດຕັ້ງ​ຂອງ​ຂັ້ນ​ເທິງ. ໂດຍ: ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ