ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍ​​ພັກ​ທີ 2 ຫ້ອງ​ການເມືອງ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI
ເວລາອອກຂ່າວ: 2023-02-02 09:14:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ວັນ​ທີ 27 ມັງກອນ 2023 ນີ້, ໜ່ວຍ​ພັກ​ທີ 2 ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ການເມືອງ​ ໂຮງຮຽນ​ກໍ່ສ້າງນາຍສິບ ເລກ 2 ວຽງ​ໄຊໄດ້​ເປີ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ໂດຍ​ການ​ເປັນປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ ຄະນະ​ປະຈຳ​ພັກໂຮງຮຽນ, ເລຂາ​ພັກ​ຮາກ​ຖານ​ຫ້ອງ​ການເມືອງ ແລະ ມີ​ບັນດາ​ແຂກ, ຕະຫຼອດ​ຮອດ​ຜູ້​ແທນ​ກອງ​ປະຊຸມ​ເຂົ້າ​ຮ່ວມ. ບົດ​ລາຍ​ງານ​ການເມືອງ ທັງ 2 ພາກ ເຊິ່ງ​​ໄດ້​ຕີ​ລາຄາ​ການເຄື່ອນໄຫວຊີ້​ນຳ-ນຳພາ ໃນ​ໄລຍະ 5 ປີ ຜ່ານ​ມາ, ເປັນຕົ້ນ​ແມ່ນ​ການ​ສຶກ​ສາ​ອົບຮົມ​ການເມືອງ-​ນຳພາ​ແນວ​ຄິດ​ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ບວກ​ໃສ່​ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ບ້ານ​ປະຊາຊົນ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ບົນ​ພື້ນຖານ​ວຽກ​ງານ 3 ສ້າງ​ຕິດ​ພັນ​ກັບ 4 ເນື້ອ​ໃນ 4 ຄາດໝາຍ​ທີ່​ຂັ້ນ​ເທິງ​ວາງ​ອອກ, ເຮັດ​ໃຫ້​ສະມາຊິກ​ພັກ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນທ່ຽງ​ ເຊື້ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ, ເອົາໃຈໃສ່​ໂຄສະນາ​ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ຂອງ​ໂຮງຮຽນ ດັ່ງນັ້ນ​ຈຶ່ງ​ສ້າງ​ສະມາຊິກ​ພັກ​ແຂງ​ໄດ້ 22 ສະຫາຍ, ໄດ້​ຮັບ​ນາມມະຍົດເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 1 ສະໄໝ. ບັນດາ​ຜູ້​ແທນ​ກອງ​ປະຊຸມ​ກໍໄດ້​ພ້ອມ​ກັນ​ໃຊ້​ສິດ​ປ່ອນ​ບັດ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່​ຈຳນວນ 5 ສະຫາຍ. ໃນ​ນີ້​, ໄດ້​ຄັດ​ເລືອກ​ເອົາ ສະຫາຍ ພັນ​ໂທ ບຸນ​ເຖົາ ຂຽວ​ອຳພອນ ເປັນ​ເລຂາ​ໜ່ວຍ​ພັກ, ສະຫາຍ ພັນ​ໂທ ສີ​ໄວ ລໍ​ເພັງ​ສີ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ໂທ ກົງ​ມະ​ລີ ວົງ​ພັນ ເປັນ​ກຳມະການ​ກວດກາ-ປ້ອງ​ ກັນ, ສະຫາຍ ພັນ​ໂທ ຈັນໂທ ສີ​ປະ​ພອນ ເປັນ​ກຳມະການ ແລະ ພັນ​ໂທ ໄພ​ວັນ ຄຳ​ກ້ອນ​ລືຊາ ເປັນ​ກຳມະການ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ