

![]()
ກອງພັນໃຫຍ່ 661 ສະຫຼຸບວຽກງານຮອບດ້ານປະຈຳປີ 2022
ເວລາອອກຂ່າວ: 2023-02-03 08:55:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ໃນວັນທີ 1 ກຸມພາ 2023 ນີ້, ກອງພັນໃຫຍ່ 661 ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ວາງທິດທາງແຜນການຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວໜ້າການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5 ພະ
ແນກການ, 4 ກອງພັນ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ແຫຼວຄຳ ຈັນທະວົງ ຮອງຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 661 ໄດ້ຜ່ານບົດສະຫຼຸບວຽງງານຮອບດ້ານໃນໄລຍະ 1 ປີຜ່ານມາ, ຄະ
ນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະ
ໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ນິຕິກຳຂອງກົມກອງວາງອອກ. ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍເນື້ອ
ໃນ ບັນດາມະຕິ, ຄຳສັ່ງຂອງຂັ້ນເທິງເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ. ໃນນີ້, ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ໃນການອົບຮົມ-ຫັດແອບປະຈຳປີ, ອົບຮົມທະຫານໃໝ່, ອົບຮົມໄປແຂ່ງຂັນລົດຕັງນານາຊາດ ແລະ ຊ້ອມຮົບຮ່ວມລາວ-ຣັດເຊຍ ຄັ້ງທີ III ຢູ່ແຂວງຊຽງຂວາງ, ໃນການອົບຮົມ-ຫັດແອບປະຈຳປີ ກົມກອງໄດ້ກຳນົດເອົາຫົວຂໍ້, ເນື້ອໃນອົບຮົມໃຫ້ແຕ່ລະເປົ້າໝາຍຂອງກົມກອງຕາມໜ້າທີ່ການເມືອງ ແລະ ຄົ້ນຄວ້າປັບປຸງເນື້ອໃນອົບຮົມ-ຫັດແອບ ໂດຍຖອດຖອນເອົາບົດຮຽນຈາກ ການເຄື່ອນໄຫວເຮັດໜ້າທີ່ຕົວຈິງ ເອົາມາອົບຮົມໃຫ້ແຕ່ລະເປົ້າໝາຍ. ພ້ອມນີ້, ຄະນະພັກ-ຄະນະບັນຊາຍັງໄດ້ຖືເອົາວຽກງານກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳ ແລະ ຄຳສັ່ງແນະນຳຂອງຄະນະພັກ ກະຊວງປ້ອງກັນປະເທດ ໂດຍການຊີ້ນຳບັນດາຄະນະພັກຮາກຖານປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ຕີລາຄາໄດ້ຄະນະພັກຮາກຖານແຂງ 3 ຄະນະ, ກາງ 2 ຄະນະ, ໜ່ວຍພັກແຂງ 17 ໜ່ວຍ, ໜ່ວຍພັກກາງ 6 ໜ່ວຍ, ສະມາຊິກພັກແຂງ ກວມເອົາ 88,73 %, ກາງ ກວມເອົາ 9,84 %. ນອກນີ້, ຍັງໄດ້ຊຸກຍູ້ຂະບວນການ 4 ປູກ 4 ລ້ຽງຂອງກົມກອງ ເພື່ອສະໜອງເຂົ້າເຮືອນຄົວລວມ ແລະ ສົ່ງຂາຍອອກທ້ອງຕະຫຼາດ ເຊິ່ງໃນໜຶ່ງປີຜ່ານມາປູກພືດກິນໃບ, ກິນໝາກໄດ້: 35.873 ກິໂລກຣາມ, ຄິດເປັນເງິນ: 125.555.000 ກີບ, ກ້າເບ້ຍໄມ້ອຸດສາຫະກຳ ແລະ ເບ້ຍໄມ້ກິນໝາກຂາຍ ຈຳນວນ: 410 ຕົ້ນ, ເປັນເງິນ 6.150.000 ກີບ, ເກັບກູ້ເຂົ້ານາປີໄດ້: 4.675 ກິໂລກຣາມ, ຂາຍໄດ້ເງິນ: 29.452.500 ກີບ, ມີງົວລວມ ຈຳນວນ: 55 ໂຕ, ໝູ 56 ໂຕ ແລະ ຂາຍໝູນ້ອຍ ຈຳນວນ 15 ໂຕ, ໄດ້ເງິນ 8.000.000 ກີບ, ປ່ອຍປາ ຈຳນວນ: 23.500 ໂຕ, ເອົາອອກຂາຍ ຈຳນວນ 1,298 ກິໂລກຣາມ, ໄດ້ເງິນ 25,990.00 ກີບ, ເພາະພັນກົບໄດ້ 4 ຊຸດ, ຈຳນວນ: 15.500 ໂຕ, ຂາຍກົບນ້ອຍໄດ້: 7.500 ໂຕ, ໄດ້ເງິນ 3.750.000 ກີບ, ລ້ຽງສັດປີກ ຈຳນວນ 6.834 ໂຕ. ໃນນີ້, ກົມກອງທີ່ພົ້ນເດັ່ນໃນວຽກງານຜະລິດແມ່ນ ກອງພັນ 17, 16 ແລະ 162 ສາມາດຜະລິດຜັກກິນໄດ້ 70% ຕໍ່ປີ, ເຊິ່ງໃນໜຶ່ງປີຜ່ານກົມກອງສາມສາມາດລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ
ບໍລິການອື່ນໆໄດ້ທັງໝົດ 224.056.500 ກີບ.
ໂດຍ: ອາຫວຸ້ນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ