ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 1 ສ້າງ​ຂະ​​​ບວນ​ການ​ແຂ່ງຂັນ ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2023-02-03 08:57:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 961 | ຄວາມນິຍົມ:



ວັນ​ທີ 20 ມັງກອນ 2023 ນີ້, ກອງ​ພົນ​ທີ 1 ​ໄດ້​ຈັດການ​ແຂ່ງຂັນ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວ ຄົບຮອບ 74 ປີ ແລະ ຊົມເຊີຍ​ຜົນສຳເລັດ​ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ, ມະຕິກອງປະຊຸມ​ໃຫຍ່ ​ຄັ້ງ​ທີ XI ຂອງພັກ, ກອງ​ປະຊຸມໃຫຍ່​ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ເປັນ​ການ​ຫ້າງ​ຫາ​ກະກຽມ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 38 ປີ (12 ກຸມພາ 1985-12 ກຸມພາ 2023) ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ສຳຄັນ, ເຊິ່ງ​ນຳພາ​ໂດຍ ສະຫາຍ ພົນ​ຈັດຕະວາ ອຸ່ນ​ຈັນ ແດງ​ວັນ​ສົມ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 1 , ມີ ສະຫາຍ ບຸນ​ຈັນ ມາລາ​ວົງ ເຈົ້າເມືອງ ເມືອງ​ວັງ​ວຽງ, ມີ​ບັນດາ​ບໍລິສັດ, ຫ້າງ​ຮ້ານ ແລະ ພະນັກງານ​ການ​ນຳ​ທົ່ວ​ກອງ​ພົນ​ເຂົ້າ​ຮ່ວມ. ການຈັດຕັ້ງ​ປະຕິບັດ​ຍິງເປົ້າໝາຍດ້ວຍ​ລູກປືນ​ແທ້​ໃນ​ຄັ້ງນີ້, ນອກຈາກ​ຈະ​ເປັນ​ການ​ສ້າງ​ບັນຍາກາດ ຮັບ​ຕ້ອນ​ວັນ​ສຳຄັນຕ່າງໆ​ແລ້ວ ຍັງ​ເປັນ​ການ​ກວດກາ​ຕີ​ລາຄາ​ຄືນ​ຄວາມ​ສາມາດ​ທາງ​ດ້ານ​ທິດ​ສະດີ, ຫຼັກການ, ສິລະ​ປະຍຸດ-ຍຸດທະວິທີ ໃນ​ການ​ນຳ​ໃຊ້​ອາວຸດ-ຍຸດ​ໂທ​ປະກອນ​ການ​ທະຫານ ຂອງພະນັກງານ​ການ​ນຳ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ກົມ​ກອງ ລວມ​ໄປເຖິງ​ການຈັດຕັ້ງ​ທຸກ​ພາກສ່ວນ ຕະຫຼອດ​ຮອດນັກທຸລະກິດ, ບັນດາ​ບໍລິສັດ, ຫ້າງຮ້ານ​ຕ່າງໆ ຢູ່​ໃນ​ຂອບ​ເຂດ​ກອງ​ກົມ​ຕັ້ງ​ທັບ. ເພາະພົນລະເມືອງ​ລາວ​ທຸກ​ຄົນ​ລ້ວນ​ແຕ່​ເປັນ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະຫງົບເພື່ອ​ຮັກ ສາ​ສະຖຽນ​ລະພາບ​ທາງ​ດ້ານ​ການເມືອງ ເຮັດໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ, ສາມາດ​ຮັບປະກັນ​ໄດ້ ດັບ​ສູນ​ເປົ້າ​ໝາຍ​ຊັດ​ເຈນ, ວ່ອງໄວ, ທັນ​ເວລາ ແລະ ມີ​ປະ​ສິດທິ​ຜົນ​ສູງ ໃນ​ເວລາ​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຕົວ​ຈິງ​ໃນ​ສະພາບ​ການ​ອັນ​ໃໝ່​ຂອງ​ປະເທດ​ຊາດ; ສ່ວນ​ເປົ້າ​ໝາຍ​ການ​ຍິງ​ແມ່ນ​ເບຍ​ເລກ 4; ຈັງຫວະ​ໃນ​ການ​ຍິງ ຄື: ທ່າ​ນອນ​ຍິງ, ນັ່ງ​ຍິງ ແລະ ຢືນ​ຍິງ ນຳ​ໃຊ້​ລູກປືນ​ຍິງ 9 ລູກ​ຕໍ່​ຄົນ, ໄລຍະ​ຍິງ 100 ແມັດ, ຄະແນນ​ສູງ​ສຸດ 90 ຄະແນນ. ຜ່ານ​ການ​ແຂ່ງຂັນ​ຍິງເປົ້າ​ໝາຍ​ຕົວ​ຈິງ ​ສະຫຼຸບ​ຜົນ​ໄດ້​ຮັບ​ຄື: ຊະນະ​ເລີດ ແມ່ນສະຫາຍ ພັນ​ໂທ ດາ​ວອນ ຫຼ່ຽມ​ພິມ​ມະ​ສອນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ໄດ້​ຮັບ​ເງິນສົດ 1 ລ້ານ​ກີບ; ຮອງ​ຊະນະ​ເລີດ ໄດ້ແກ່ ສະຫາຍ ພັນ​ໂທ ບຸນ​ແຖວ ແກ້ວ​ດວງ​ດີ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1 ໄດ້​ຮັບ​ເງິນສົດ 8 ແສນ​ກີບ; ອັນ​ດັບ​ທີ III ໄດ້ແກ່ ສະຫາຍ ວັນ​ວາລີ ທຳ​ມະ​ວົງ ປະທານ​ບໍລິສັດ​ອະພິ​ມາ ໄດ້​ຮັບ​ເງິນສົດ 600.000 ກີບ. ພາຍຫຼັງ​ສຳເລັດ​ການ​ຍິງເປົ້າໝາຍດ້ວຍ​ລູກປືນ​ແທ້ແລ້ວ ກອງ​ພົນ​ທີ 1 ຍັງ​ໄດ້​ຈັດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ມິດຕະພາບ ເພື່ອ​ເສີມ​ສ້າງ​ຂະ​ບວນ​ການ​ໃຫ້​ ມີ​ຄວາມ​ເບີກບານ​ມ່ວນຊື່ນ​ຍິ່ງໆ​ຂຶ້ນ ແລະ ເພື່ອ​ເປັນ​ການ​ຫັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ, ເພີ່ມພູນ​ໄມຕີ​ຈິດ, ມິດຕະພາບ ລະຫວ່າງ ກອງ​ພົນ​ທີ 1 ກັບ​ອຳນາດ​ ການ​ປົກຄອງ​ເມືອງ​ວັງ​ວຽງ ແລະ ບັນດາ​ບໍລິສັດ-ຫ້າງ​ຮ້ານ​ຕ່າງໆ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ແໜ້ນ​ແຟ້ນ​ຂຶ້ນ​ເລື້ອຍໆ. ໂດຍ: ກໍ ແດນ​ດອກ​ກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ