ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍ​ພາກສ່ວນ​ສືບຕໍ່​ອວຍພອນ​ກົມ​ກອງ​ທະຫານ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ​ຄົບຮອບ 74 ປີ
ເວລາອອກຂ່າວ: 2023-02-03 09:04:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1574 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ຫຼາຍ​ພາກສ່ວນ​ໄດ້​ສືບຕໍ່​ເຂົ້າ​ອວຍພອນ​ກົມ​ກອງ​ທະຫານ ບົນ​ຈິດ​ໃຈຄວາມ​ສາມັກຄີ​ຮັກ ແພງ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນແບບ​ມູນເຊື້ອ​ອັນ​ດີງາມ​ທີ່​ເຄີຍ​ປະຕິບັດ​ກັນ​ມາ​ແຕ່​ດົນ​ນານ. ໃນ​ນີ້, ຢູ່​ກອງ​ພົນທີ 4 ການ​ນຳ​ເມືອງອຸທຸມພອນ, ການ​ນຳ​ກຸ່ມ​ຮາກ​ຖານ​ບ້ານ​ໄຊ​ຍະ​ເພັດ, ​ປກສ ເມືອງ ອຸທຸມພອນ, ອົງ​ການຈັດຕັ້ງ​ມະຫາຊົນ​ເມືອງ, ເຈົ້າ​ອະ ທິການ​ວັດ​ແກ້ວ​ດວງ​ດີ ແລະ ບໍລິສັດ​ຂົນສົ່ງ​ສາຍສະໝອນ ເມືອງ​ອຸທຸມພອນ ແຂວງ ສະຫວັນ​ນະ​ເຂດ ໄດ້​ນຳ​ວັດຖຸ​ປັດ​ໄຈ, ກະຕ່າ​ຂອງຂວັນ ແລະ ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ​ເຂົ້າ​ອວຍພອນ​ກອງ​ພົນ​ທີ 4 ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ຫົວໜ້າ​ການເມືອງ ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ຄະນະ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ. ຢູ່​ກອງພັນ​ກອງພັນ 791 ກອງພັນ​ໃຫຍ່ 279 ໄດ້​ຕ້ອນຮັບ​ການ​ອວຍພອນ​ຂອງ​ອຳນາດ​ການ​ປົກຄອງ​ບ້ານ​ໂພນ​ເຄັງ , ບ້ານ​ທາດຫຼວງ​ເໜືອ, ບ້ານ​ຮ່ອງ​ໄກ່ແກ້ວ, ບ້ານ​ໂຊກ​ໃຫຍ່, ບ້ານ​ໂພນ​ປ່າເປົ້າ, ບ້ານ​ໜອງ​ສ້າງ​ທໍ່ ແລະ ອຸປະໂພກ-ການ​ເງິນ ກອງພັນ 791 ໂດຍ​ແຕ່​ລະ​ພາກສ່ວນ​ໄດ້​ນຳ​ເອົາ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ, ຄວາມ​ສາມັກຄີ​ຮັກແພງ ແລະ ຄຳ​ອວຍພອນ​ ໄຊ ພ້ອມ​ດ້ວຍ​ວັດຖຸ​ປັດ​ໄຈ​ເປັນ​ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້ ໂດຍ​ມີ ສະຫາຍ ພັນ​ໂທ ພົງ​ສະຫວັນ ສິມ​ພິມ​ມະ​ລາ ຫົວໜ້າ​ການເມືອງ ກອງພັນ 791 ພ້ອມ​ຄະນະ​ໃຫ້ການ​ຕ້ອນຮັບ. ຢູ່​ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ທ່ານ ຈັນທອນ ພົນ​ທະລາ ກຳມະການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງ​ຜາ​ອຸດົມ ພ້ອມ​ດ້ວຍ​ອົງ​ການຈັດຕັ້ງ​ມະຫາຊົນ​ຊາວ​ໜຸ່ມ, ສະຫະພັນ​ແມ່ຍິງ, ກຳມະບານ ເມືອງ​ຜາ​ອຸດົມ ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ທົ່ວ​ກອງພັນ​ໃຫຍ່ 302, ໂດຍ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ສະຫາຍ ພັນ​ເອກ ຈອມ​ໃຈ ໄຊ​ພະ​ວົງ ຫົວໜ້າ​ການເມືອງ​ ກອງພັນ​ໃຫຍ່ 302 ພ້ອມ​ຄະນະ. ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຕ້ອນຮັບ​ການ​ນຳ​ຂັ້ນ​ແຂວງ, ເມືອງ ແລະ ພະແນກການ​ ອ້ອມ​ຂ້າງ​ແຂວງ, ລັດ​ວິ​ສະຫະ​ກິດ, ບໍລິສັດ​ຫ້າງ​ຮ້ານ​ທັງ​ພາກ​ລັດ ແລະ ເອກະ​ຊົນ ເຂົ້າ​ອວຍພອນ ນາຍ ແລະ ພົນທະຫານ ເນື່ອງ​ໃນ​ໂອກາດວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ເພື່ອ​ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈ​ອ້າຍ​ນ້ອງ​ທະຫານ​ທີ່​ປະຕິບັດ​ໜ້າທີ່​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ ໃຫ້​ມີ​ຄວາມ​ສະຫງົບ ໂດຍ​ການ​ຕ້ອນຮັບຂອງ​ ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ພ້ອມ​ດ້ວຍ​ຄະນະ. ສຳລັບ​ຢູ່ ວິທະຍາຄານ​ເຕັກນິກ​ການ​ທະຫານ (​ວຕກ) ຫຼາຍ​ພາກສ່ວນ​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ອຳນວຍ​ການ ​ວຕກ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ໃນ​ນັ້ນ ​ປະກອບ​ມີ ວິທະຍາຄານ​ສັນຕິ​ບານ​ປະຊາຊົນ, ວິທະ​ຍາ​ຄານ​ຕຳຫຼວດ​ປະຊາຊົນ, ຄະນະ​ ວິທະຍາສາດ​ທຳ​ມະ​ຊາດ, ຄະນະ​ວິສະວະກຳ​ສາດ ມະຫາວິທະຍາໄລ​ແຫ່ງ​ຊາດ, ທະນາຄານ​ຮ່ວມ​ພັດທະນາ (JDB), ກຸ່ມ​ໂຄກ​ສີວິໄລ, ​ປກສ ກຸ່ມ​ໂຄກ​ສີວິໄລ, ອຳນາດ​ການ​ປົກຄອງ​ກຸ່ມ​ບ້ານ​ໂຄກ​ສີວິໄລ ເຊິ່ງ​ປະກອບ​ມີ ຄະນະ​ບ້ານ​ໂຄກ​ສີວິໄລ, ຄະນະ​ບ້ານ​ສະພັງ​ຄະ​ນົງ, ຄະນະ​ບ້ານ​ໂຄກ​ໃຫຍ່, ຄະນະ​ບ້ານ​ໂຄກ​ນ້ອຍ, ຄະນະ​ບ້ານ​ໂພ​ຄຳ, ຄະນະ​ບ້ານ​ທ່າ​ນາກ ແລະ ຄະນະ​ບ້ານ​ນາ​ລ້ອມ ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ແສງ​ຍືນ ລັດສະໝີ ຫົວໜ້າ​ການເມືອງ ​ວຕກ ພ້ອມ​ດ້ວຍ​ຄະນະ. ຢູ່​ກອງພັນ​ໃຫຍ່ 497 ສະຫາຍ ພັນ​ເອກ ຄຳ​ສຸກ ໄຊ​ມວນ​ສິນ ຫົວໜ້າ​ການ​ທະຫານ ​ກອງພັນ​ໃຫຍ່ 497 ພ້ອມ​ຄະນະ ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ຂອງ​ຂະແໜງ​ຊາວ​ໜຸ່ມ​ກອງພັນ​ໃຫຍ່, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ກອງພັນ 423, ກອງພັນ 424, ກອງພັນ 428, ກອງຮ້ອຍ​ກຳລັງ​ໄຟ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ພະ​ແນກ​ເສນາທິການ, ພະ​ແນກ​ພະລາທິການ, ໜ່ວຍ​ຊາວ​ໜຸ່ມ​ພະແນກການ​ເມືອງ, ພະ​ແນກ​ເຕັກນິກແລະ ໜ່ວຍ​ຊາວ​ໜຸ່ມ​ພະ​ແນກບໍລິຫານ. ອົງການ​ປົກຄອງ​ເມືອງ​ທຸລະຄົມ, ບ້ານ​ນາ​ຫວ້າ, ໂຮງຮຽນ, ບັນດາ​ບໍລິສັດ ເຊິ່ງ​ນຳ​ໂດຍ ທ່ານບຸນ​ທັບ ວົງ​ໄຊ ຮອງ​ເຈົ້າເມືອງເມືອງ​ທຸລະຄົມ ພ້ອມ​ຄະນະໄດ້​ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 497. ຢູ່​ກອງພັນ​ໃຫຍ່ 703 ໄດ້​ຕ້ອນຮັບ​ຄະນະ​ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງກະຊວງ ​ປກສ, ນຳ​ໂດຍ​ສະຫາຍ ພັນ​ເອກ ຄຳ​ແກ້ວ ມະໂນ​ລາ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ ແລະ ສະຫາຍ ພັນ​ໂທ ຄຳ​ພຽງ ສາລະ​ພູ​ຮັບ ຫົວໜ້າ​ດ່ານ ​ຕມ ສະໜາມ​ບິນ ແລະ ບ້ານ​ອາກາດ ພ້ອມ​ຄະນະ​ເຂົ້າ​ອວຍພອນ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 74 ປີ ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ຄຳ​ສຸກ ຄຳ​ເລືອງ​ເທບ ຫົວໜ້າ​ການ​ທະຫານ ​ກອງພັນ​ໃຫຍ່ 703 ພ້ອມ​ດ້ວຍ​ຄະນະ. ສ່ວນ​ຢູ່​ກອງ​ພົນ​ທີ 2 ຄະນະ​ພັກ, ພະນັກງານ​ຫຼັກ​ແຫຼ່ງ​ຫ້ອງ​ການເມືອງ, ຫ້ອງ​ເສນາ​ທິ​ການ, ຫ້ອງ​ພະລາທິການ, ຫ້ອງ​ເຕັກນິກ ແລະ ອົງ​ການຈັດຕັ້ງ​ມະຫາຊົນ ໄດ້​ພ້ອມ​ກັນ​ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ຢູ່​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ, ສະຫາຍ ພົນ​ຈັດຕະວາ ບຸນ​ເຫຼືອ ໄຊ​ຍະ​ເພັນ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ​ໄດ້​ຕ້ອນຮັບ​ ສະຫາຍ ພັນ​ເອກ ນາງ ໄລ​ທອງ ໄຊ​ຍະ​ສອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ ​ປກສ ພ້ອມ​ດ້ວຍ​ຄະນະ​ເຂົ້າ​ອວຍພອນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ​ເຊັ່ນ​ດຽວ​ກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ