ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫຼາຍ​ພາກສ່ວນ ອວຍພອນ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2023-02-06 09:01:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ ສະເຫຼີມ ສະຫຼອງ ວັນ​ສ້າງຕັ້ງ​ກອງທັບ ປະຊາຊົນ​ລາວ ຄົບຮອບ 74 ປີ, ຫຼາຍ​ພາກສ່ວນ​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ, ວັດຖຸ​ປັດ​ໄຈ, ເຄື່ອງ​ກິລາ ແລະ ເຄື່ອງ​ອຸປະໂພກ-ບໍລິ ໂພກ ຈຳນວນ​ໜຶ່ງເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ, ນາຍ ແລະ ພົນທະຫານ ໃນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ເຊິ່ງ​ໃນ​ນີ້​ ປະກອບ​ມີ: ສະພາ​ປະຊາຊົນ​ແຂວງ ມອບ​ເຄື່ອງ​ກິລາ​ຈຳນວນ 60 ຊຸດ ພ້ອມ​ກະ​ຕ່າ​​​ຂອງ​ຂວັນ ລວມ​ມູນ​ຄ່າ 3.000.0000 ກີບ, ພະ​ແນກ​ແຜນການ ແລະ ການ ​ລົງທຶນ​ແຂວງ ມອບ​ເຄື່ອງ​ອຸປະ ໂພກ ພ້ອມ​ກະຕ່າ​ຂອງຂວັນລວມ​ ມູນ​ຄ່າ 2.000.000 ກີບ, ໂຮງ ຮຽນ​ການເມືອງ ແລະ ການ​ປົກຄອງ ມອບ​ເງິນສົດ​ຈຳນວນ 1.000.000 ກີບ ພ້ອມ​ກະຕ່າ​ຂອງຂວັນ, ພະ​ແນກ​ພະລັງງານ ແລະ ບໍ່​ແຮ່​ແຂວງ, ພະ​ແນກ​ກວດ ກາ​ພັກ-ລັດ​ແຂວງ, ທະນາຄານ​ພັດທະນາ​ລາວ ສາຂາ​ແຂວງ​ອຸ ດົມ​ໄຊ, ບໍລິສັດ 705 ​ສສ ຫວຽດ ນາມ ປະຈຳ​ແຂວງ​ອຸດົມໄຊ, ບໍ ລິສັດ ອາ​ຍິວ ລາວທັງ, ພະແນກ​ ແຮງ​ງານ ແລະ ສະຫວັດດີ​ການ​ ສັງຄົມ​ແຂວງ, ຫ້ອງການ​ປົກ ຄອງ​ເມືອງ​ໄຊ, ພະ​ແນກ​ສຶກ​ສາ ແລະ ກິລາ​ແຂວງ, ໂຮງຮຽນສາ ມັກຄີ​ກິນນອນ​ຊົນເຜົ່າ, ພະແນກ ການ​ເງິນ​ແຂວງ, 3 ອົງ​ການຈັດ ຕັ້ງ​ມະ​ຫານ​ຊົນ(ຊາວ​ໜຸ່ມ, ສະ ຫະພັນ​ແມ່ຍິງ ແລະ ກຳມະບານ ​ແຂວງ), ສານ​ປະຊາຊົນ​ແຂວງ, ໄອ​ຍະການປະຊາຊົນ​ແຂວງ, ກອງ​ບັນຊາ​ການ ​ປກສ ແຂວງ​ອຸດົມ​ໄຊ ​ໄດ້​ນຳ​ເອົາ​ກະຕ່າ​ຂອງ ຂວັນ​ເຂົ້າ​ອວຍພອນ. ໂອກາດ​ນີ້, ສະຫາຍ ພັນ​ໂທ ຄຳ​ສິງ ພອນ​ປະເສີດ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ ຫົວ ໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການທະຫານ​ແຂວງ​ອຸດົມ​ໄຊ ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການກ່າວ​ສະແດງ​ຄວາມ​ຮູ້​ບຸນຄຸນ ແລະ ຂອບໃຈ​ຕໍ່​ພາກສ່ວນ​ຕ່າງໆ​ທີ່​ມີ​ນ້ຳໃຈ ເຫັນ​ໄດ້​ຄວາມ​ໝາຍ ​ຄວາມ​ສຳຄັນ​ຂອງ​ວັນ​ສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 74 ປີ ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ, ສາມັກຄີ​ຮັກແພງ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ມາສູ່​ພະນັກງານ-ນັກ ຮົບ ທະຫານ​ແຂວງ​ອຸດົມ​ໄຊ ​ຄັ້ງ​ນີ້ ອັນ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ກຳລັງ​ໃຈ​ໃຫ້​ນາຍ ແລະ ພົນ ທະຫານ ສູ້​ຊົນ​ບຸກ​ບືນ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ​ໃຫ້​ມີ​ຄວາມ​ສະຫງົບ. ໂດຍ: ​ ນາງ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ