

![]()
ຫຼາຍພາກສ່ວນ ອວຍພອນ ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2023-02-06 09:01:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:
ເນື່ອງໃນໂອກາດ ສະເຫຼີມ ສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ, ຫຼາຍພາກສ່ວນໄດ້ນຳເອົາກະຕ່າຂອງຂວັນ, ວັດຖຸປັດໄຈ, ເຄື່ອງກິລາ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ ຈຳນວນໜຶ່ງເຂົ້າອວຍພອນຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ໃນກອງບັນຊາການທະຫານແຂວງອຸດົມໄຊ ເຊິ່ງໃນນີ້ ປະກອບມີ: ສະພາປະຊາຊົນແຂວງ ມອບເຄື່ອງກິລາຈຳນວນ 60 ຊຸດ ພ້ອມກະຕ່າຂອງຂວັນ ລວມມູນຄ່າ 3.000.0000 ກີບ, ພະແນກແຜນການ ແລະ ການ ລົງທຶນແຂວງ ມອບເຄື່ອງອຸປະ ໂພກ ພ້ອມກະຕ່າຂອງຂວັນລວມ ມູນຄ່າ 2.000.000 ກີບ, ໂຮງ ຮຽນການເມືອງ ແລະ ການປົກຄອງ ມອບເງິນສົດຈຳນວນ 1.000.000 ກີບ ພ້ອມກະຕ່າຂອງຂວັນ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ພະແນກກວດ ກາພັກ-ລັດແຂວງ, ທະນາຄານພັດທະນາລາວ ສາຂາແຂວງອຸ ດົມໄຊ, ບໍລິສັດ 705 ສສ ຫວຽດ ນາມ ປະຈຳແຂວງອຸດົມໄຊ, ບໍ ລິສັດ ອາຍິວ ລາວທັງ, ພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ຫ້ອງການປົກ ຄອງເມືອງໄຊ, ພະແນກສຶກສາ ແລະ ກິລາແຂວງ, ໂຮງຮຽນສາ ມັກຄີກິນນອນຊົນເຜົ່າ, ພະແນກ ການເງິນແຂວງ, 3 ອົງການຈັດ ຕັ້ງມະຫານຊົນ(ຊາວໜຸ່ມ, ສະ ຫະພັນແມ່ຍິງ ແລະ ກຳມະບານ ແຂວງ), ສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍພອນ.
ໂອກາດນີ້, ສະຫາຍ ພັນໂທ ຄຳສິງ ພອນປະເສີດ ກຳມະການຄະນະພັກກອງບັນຊາການ ຫົວ ໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອຸດົມໄຊ ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພາກສ່ວນຕ່າງໆທີ່ມີນ້ຳໃຈ ເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ ນຳເອົາຄວາມຢື້ຢາມຖາມ, ສາມັກຄີຮັກແພງ ແລະ ຄຳອວຍພອນໄຊອັນປະເສີດມາສູ່ພະນັກງານ-ນັກ ຮົບ ທະຫານແຂວງອຸດົມໄຊ ຄັ້ງນີ້ ອັນເປັນການປະກອບສ່ວນຊຸກຍູ້ກຳລັງໃຈໃຫ້ນາຍ ແລະ ພົນ ທະຫານ ສູ້ຊົນບຸກບືນເຮັດສຳເລັດໜ້າທີ່ປົກປັກຮັກສາເຂດນ້ຳແດນດິນໃຫ້ມີຄວາມສະຫງົບ.
ໂດຍ: ນາງ ວິໄລພອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ