ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການສ້າງພະລາທິການກັບທີ່ຢູ່ ທະຫານແຂວງຫຼວງພະບາງ ມີໝາກຜົນດີ
ເວລາອອກຂ່າວ: 2023-02-06 09:05:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ເວົ້າ​ເຖິງ​ແຂວງ​ຫຼວງພະ​ບາງ ​ແລ້ວ, ໃຜໆ​ກໍ​ຄົງ​ຮູ້​ດີ​ແລ້ວ​ວ່າ ເປັນ​ທ້ອງຖິ່ນ​ທີ່​ກວມ​ເອົາ​ພູຜາ​ ປ່າໄມ້​ເປ​​ັັນ​ສ່ວນ​ຫຼາຍ, ເນື້ອທີ່​ທົ່ງ ພຽງ​ມີ​ຈຳກັດ ອັນ​ເປັນສາເຫດ ​ພາ​ໃຫ້ການ​ຂະຫຍາຍ​ການ​ຜະ ລິດ​ມີ​ຄວາມ​ຫຍຸ້ງຍາກ ໂດຍ​ສະ ເພາະ​ແມ່ນ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ​ປະສົບ​ຂໍ້​ຫຍ​​ຸ້ງ​ຍາກ​ໃນ​ການ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ແລະ ການ​ປັບປຸງກໍ່ສ້າງກົມ​ ກອງ​ໃນ​ດ້ານ​ຕ່າງໆ. ໂດຍ​ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວ ທາງ​ເສດຖະກິດ​ຂອງ​ພັກ​ໃນ​ໄລ ຍະ​ໃໝ່ ກໍ​ຄື​ທິດ​ນຳ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່​ພະລາທິການກອງທັບ​ວາງ​ອອກ ກ່ຽວ​ກັບ​ການ​ຍົກ​ສູງ​ຈິດໃຈ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໂດຍ​ການ​ໝູນ​ໃຊ້​ສູດ 4 ປູກ 4 ລ້ຽງ ໃຫ້​ແທດເໝາະ​ກັບ ​ສະພາບ​ແວດ​ລ້ອມ ແລະ ເງື່ອນ ໄຂ​ຕົວ​ຈິງ​ຂອງ​ກົມ​ກອງ​ທ້ອງຖິ່ນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ​ຄື​ຄະນະ​ພັກ-ຄະນະບັນຊາແຕ່​ ລະ​ຂັ້ນ​ໃນ​ກຳ​​ລັງທ້ອງຖິ່ນແຂວງ ​ຫຼວງ​ພະ​ບາງ ໄດ້​ເປັນ​ເຈົ້າ​ການ ແລະ ຖື​ເປັນຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ສຶກ​ສາ​ອົບຮົມ ແລະ ຈັດ​ຕັ້ງ​ຊີ້​ນຳ​ພະນັກງານ-ນັກຮົບ​ຂອງ​ຕົນ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ວຽກ​ງານ​ດັ່ງກ່າວ ໂດຍ​ຖື​ ເອົາ​ຜົນສຳເລັດ ແລະ ປະ​ສິດທິຜົນ ​ຂອງ​ວຽກງານການຜະລິດສ້າງ​ ເສດຖະກິດ ເປັນ​ເງື່ອນໄຂ​ມາດ ຖານ​ໜຶ່ງ​ໃນ​ການ​ສ້າງກອງ​ຕົວ​ແບບ ແລະ ສ້າງ​ກອງວັດທະນະ ທຳພ້ອມກັນຜ່ານຜ່າ​ຂໍ້ຫຍຸ້ງຍາກ ​ຕ່າງໆ ບົນພື້ນຖານທ່າແຮງບົ່ມ​ ຊ້ອນ​ຂອງ​ກົມ​ກອງ​ຈັດຕັ້ງປູກ ຝັງ-ລ້ຽງສັດ​ຢ່າງ​ເປັນ​ຂະ​ບວນ ​ເຮັດ​ໃຫ້​ມີ​ຫຼາຍ​ປັດ​ໄຈ​ໃໝ່​ພົ້ນ​ເດັ່ນ​ຂຶ້ນ. ອີງ​ຕາມ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ ປະຈຳ​ປີ 2022 ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໃຫ້​ເຫັນ​ວ່າ: ການຈັດຕັ້ງ​ເຮັດ​ສວນ​ຄົວ​ປູກ​ພືດ​ຜັກ​ຕາມ​ລະດູ​ການ ​ເພື່ອ​ປ້ອນ​ເຂົ້າ​ເຮືອນຄົວ​ລວມ, ການ​ປູກ​ພືດ​ເປັນ​ສິນຄ້າ, ພືດ​ທາດ​ແປ້ງ ແລະ ຕົ້ນໄມ້​ອຸດສາຫະກຳ​ລວມ​ທັງ​ການ​ລ້ຽງສັດ​ປະເພດ​ຕ່າງໆ​ເຫັນ​ໄດ້​ວ່າ​ມີ​ການ​ຂະຫຍາຍຕົວ​ດີ​ສົມຄວນ ໃນ​ນີ້, ໄດ້​ປູກ​ຜັກຊະ ນິດ​ຕ່າງໆ ​ໃນ​ເນື້ອທີ່ 33,26 ເຮັກ ຕາ, ສາມາດ​ໃຫ້​ຜົນຜະລິດ 178,796 ກີ​ໂລກຣາມ, ເປັນ ມູນຄ່າ 893.980.000 ກີບ, ປູກ​ໄມ້​ ໃຫ້​ໝາກ​ເນື້ອທີ່ 12,25 ເຮັກຕາ, ຈຳນວນ 20.181 ຕົ້ນ, ເນື້ອ​ທີ​່ປູກ​ໄມ້​ອຸດສາຫະກຳ 40.22 ເຮັກຕາ, ຈຳນວນ 66.596 ຕົ້ນ. ທົ່ວ​ກອງ​ບັນຊາ​ການ​ທະ ຫານ​ແຂວງ ມີ​ສວນ​ຜັກ​ໃນ​ເຮືອນ​ຮົ່ມ 50 ຫຼັງ. ຜົນ​ຜະລິດ​ທັງ​ໝົດ​ນັ້ນ ນອກຈາກ​ຈະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ສະໜອງ​ແກ່​ຄາບ​ເຂົ້າ​ປະຈຳ​ວັນ​ຂອງ​ກົມ​ກອງ​ແລ້ວ ສ່ວນ​ໜຶ່ງ​ກໍ​ໄດ້​ຂາຍ​ອອກ​ສູ່​ທ້ອງ​ຕະຫຼາດ ​ເພື່ອ​ສ້າງ​ລາຍ​ຮັບ​ແກ່​ກົມ​ກອງ. ສ່ວນ​ດ້ານ​ການ​ປູກ​ໄມ້​ໃຫ້​ໝາກ​ນັ້ນ ແຕ່​ລະ​ປີ​ບັນດາ​ກົມ​ກອງ, ອົງການນອກຈາກ​ປູກຢູ່​ ດິນ​ລວມ​ແລ້ວ ຍັງ​ໄດ້​ປູກ​ເພີ່ມ​ໃສ່​ເນື້ອທີ່​ດິນ​ເປົ່າ​ວ່າງ​ອ້ອມ​ຂ້າງ​ສຳນັກງານ, ອົງການ ແລະ ກົມ​ກອງ ເພື່ອ​ໃຫ້​ຮົ່ມ ແລະ ຊົມໃຊ້. ດ້ານ​ການ​ລ້ຽງສັດ​ກໍ​ເຫັນວ່າ​ ໄດ້​ມີ​ການ​ຂະຫຍາຍຕົວ ຍ້ອນ​ຄະນະ​ພັກ-ຄະ​​ນ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ໃຫ້​ຄວາມ​ສຳຄັນ ແລະ ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ປະຕິບັດ​ຢ່າງ​ຈົດຈໍ່ ເພື່ອ​ໃຫ້​ກາຍເປັນ​ທ່າ ແຮງ​ທາງດ້ານເສດຖະກິດຂອງ​ ກົມ​ກອງ ເຊິ່ງ​ປັດຈຸບັນທົ່ວທະ ຫານແຂວງ​ຫຼວງ​ພະ​ບາງ ມີ​ຄວາຍ-ງົວ​ເດີມ 968 ໂຕ, ເພີ່ມ​ຂຶ້ນ 189 ໂຕ, ໝູ-ແບ້ ຈຳນວນ​ເດີມ 350 ໂຕ, ເພີ່ມ​ຂຶ້ນ 220 ໂຕ, ປະເພດ​ສັດ​ປີກ​ ມີ 17.372 ໂຕ, ລ້ຽງ​ປາ 175.877 ກວ່າໂຕ, ເອົາ​ອອກ​ຂາຍ ​ແລ້ວ​ເກືອບ 19.000 ກີ​ໂລກຣາມ. ສັງ​ລວມ​ແລ້ວ​ໃນ​ປີ 2022 ທີ່​ຜ່ານ​ມາ, ທົ່ວ​ທະຫານ​ແຂວງ​ຫຼວງ​ພະ​ບາງ​ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ, ການ​ບໍລິການ​ເຮືອນ​ພັກ, ໂຮງງານ​ຜະລິດ​ນ້ຳ​ດື່ມ ແລະ ອື່ນໆ​ໄດ້​ທັງ​ໝົດ 7.851.200.000 ກີບ, ທຽບໃສ່​ແຜນການ​ເພີ່ມ​ຂຶ້ນ 23% ເຊິ່ງ​ໄດ້​ສ້າງ​ພື້ນຖານ​ທີ່​ດີ​ແກ່​ການ​ເສີມ​ຂະຫຍາຍ​ວຽກ​ງານ​ແກ້ໄຊ​ຊີວິດ​ການ​ເປັນ​ຢູ່​ໃນຕໍ່ໜ້າ ແລະ ຍາວ​ນານ, ຮັບປະກັນ​ໃຫ້​ແກ່​ການ​ລ້ຽງ​ດູ​ທັບ​ດີ​ຂຶ້ນ​ກວ່າ​ເກົ່າ. ທຶນຮອນ​ດັ່ງກ່າວ​ນັ້ນ ແມ່ນ​ໄດ້​ສົມທົບ​ກັບ​ທຶນ​ຂອງ​ແຂວງ, ກະຊວງ​ປ້ອງ​ກັນ​ປະເທດ ແລະ ທຶນ​ຊ່ວຍເຫຼືອ ກໍ່ສ້າງ​ຫ້ອງການ​ກອງ​ບັນຊາ​ການ​ທະຫານແຂວງ ເປັນ​ອາຄານ 3 ຊັ້ນ, ກໍ່ສ້າງຫ້ອງ ການ ​ປກຊ-​ປກສ, ສ້ອມແປງ​ເສັ້ນທາງ​ເຂົ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ, ກໍ່ສ້າງ​ເຮືອນ​ໄວ້​ລົດ​ເຄື່ອນ​ທີ່​ໄວ, ສ້ອມແປງ​ລະບົບ​ໄຟຟ້າ, ນ້ຳ​ປະປາ, ສວນ​ດອກ​ໄມ້​ຫ້ອງ​ພະລາທິການ, ສ້ອມ ແປງ​ຫ້ອງ​ນ້ຳ, ສູນ​ບັນຊາ​ສື່ສານ ພ້ອມ​ທັງ​ບຸກເບີກ​ກໍ່ສ້າງ​ຄ້າຍ​ກອງ ຮ້ອຍ 26 ສຳເລັດ. ນອກ​ນີ້​ຍັງ​ມີ​ຫຼາຍ​ໂຄງການ​ພວມ​ດຳເນີນ​ການ​ປັບປຸງ​ກໍ່ສ້າງ ແນໃສ່​ເຮັດ​ໃຫ້​ລະບົບ​ຄ້າຍ​ຄູ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ແລະ ບັນດາ​ກົມ​ກອງ​ຂຶ້ນ​ກັບເຂົ້າ​ສູ່​ລະບົບ ຕາມ​ທິດ​ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ກໍ​ຄື​ທິດ​ກໍ່ສ້າງ​ກອງ ທັບ​ມີ​ແບບແຜນ ແລະ ທັນ​ສະໄໝ ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ຄອນ​ສະຫວັນ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ