ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານປ້ອງ​ກັນ​ຊາດ ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-06 09:48:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 348 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປ້ອງ​ກັນ​ຊາດ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ວຽກ​ງານ​ຈຸດ​ສຸມ​ປະຈຳ​ປີ 2023 ໄດ້​ສຳເລັດ​ລົງ​ດ້ວຍ​ໝາກຜົນ​ອັນ​ຈົບງາມ​ພາຍຫຼັງ​ດຳເນີນ​ມາ​ເປັນ​ເວລາ 2 ວັນ​ໃນ​ລະຫວ່າງ​ວັນ​ທີ 2-3 ກຸມພາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ຜູ້ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ, ກອງ​ບັນຊາ​ການ, ກອງ​ພົນ, ຫົວໜ່ວຍ​ບໍລິສັດ​ລັດ​ວິ​ສາ​ຫະ​ກິດ​ກອງທັບ ແລະ ພະນັກງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ອົງການ​ກະຊວງ ແລະ ບັນດາ​ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ​ທົ່ວ​ກອງທັບເຂົ້າ​ຮ່ວມ. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ມີ​ຄຳ​ເຫັນ​ສັງ​ລວມ ແລະ ໃຫ້​ທິດ​ຊີ້​ນຳ​ຫຼາຍ​ບັນຫາ​ສຳຄັນ ເຊິ່ງ​ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ຕີ​ລາຄາ​ສະພາບ​ການ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ໃນ​ປີ 2022, ກໍ​ຄື​ການເຄື່ອນໄຫວ​ປັບປຸງ​ກໍ່ສ້າງ​ກຳລັງ​ທາງ​ດ້ານ​ການເມືອງ-ແນວ​ຄິດ ແລະ ການຈັດຕັ້ງ, ການ​ປະຕິບັດ​ໜ້າທີ່​ຂອງ​ບັນດາ​ອົງການ, ກົມ​ກອງ-ທ້ອງຖິ່ນ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ດ້ານ​ຕັ້ງໜ້າ, ບັນດາ​ຈຸດ​ອ່ອນ​ທີ່​ຍັງ​ຄົງ​ຄ້າງ, ວິທີ​ການ​ແກ້​ໄຂ ແລະ ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ​ວຽກ​ງານ​ຈຸດ​ສຸມ​ໃນ​ປີ​ຕໍ່ໜ້າ ເພື່ອ​ສືບຕໍ່​ກໍ່ສ້າງ​ກອງທັບ​ເປັນ​ກອງທັບ​ທີ່​ມີ​ແບບແຜນ ແລະ ທັນ​ສະໄໝ. ໃນ​ປີ 2022 ຄະນະ​ພັກ-ຄະນະ​ນຳ​ກະຊວງ ໄດ້​ຊີ້​ນຳ ແລະ ຈັດ​ຕັ້ງ​ເຊື່ອມ​ຊືມ-ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ມະຕິ​ສະໄໝ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງກັນ​ປະເທດ​ຢ່າງ​ມີ​ຈຸດ​ສຸມ ແລະ ແທດ​ກັບ​ຕົວ​ຈິງ, ມີ​ໝາກຜົນ​ໃນ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ການ​ເຮັດ​ໜ້າທີ່​ຮັກສາ​ຄວາມ​ສະຫງົບ​ປອດ​ໄພໃຫ້ການ​ນຳ​ພັກ-ລັດ, ແຂກ​ພາຍ​ໃນ ແລະ ຕ່າງປະເທດ, ປ້ອງ​ກັນ​ບັນດາ​ກອງ​ປະຊຸມ​ທີ່​ສຳຄັນ​ຕ່າງໆ, ບັນດາ​ວັນ​ບຸນ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ປ້ອງ​ກັນ​ສຳນັກງານ​ອົງການ, ສະໜາມ​ບິນ, ເສັ້ນທາງ​ທຸລະກັນດານ, ບັນດາ​ໂຄງການກໍ່ສ້າງ​ຂອງ​ລັດຖະບານ, ມີ​ຄວາມ​ສະຫງົບ​ປອດ​ໄພ100%. ໃນ​ບົດ​ສະຫຼຸບ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ, ຄວາມ​ເອົາໃຈໃສ່​ຂອງອົງການ, ກົມ​ກອງ-ທ້ອງຖິ່ນ​ຕໍ່ໜ້າ​ທີ່​ການເມືອງ​ຂອງຕົນ​ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ມີ​ຜົນສຳເລັດ​ຫຼາຍ​ດ້ານ, ເຖິງ​ວ່າ​ສະພາບ​ເສດ​ຖະກິດ-ການ​ເງິນ ມີ​ຄວາມ​ຫຍຸ້ງຍາກ​ເກີດ​ຈາກ​ຫຼາຍ​ປັດ​ໄຈ​ເປັນຕົ້ນ ບັນຫາ​ນ້ຳມັນ​ເຊື້ອ​ໄຟ​ແພງ​ຂຶ້ນ, ສະບຽງ​ອາຫານ, ໄພ​ເງິນ​ເຟີ້, ໄພພິບັດ​ທຳ​ມະ​ຊາດ ແລະ ບັນຫາ​ອື່ນໆ, ແຕ່​ພະນັກງານ-ສະມາຊິກພັກ ພວກ​ເຮົາ​ສ່ວນ​ຫຼາຍ​ມີ​ແນວ​ຄິດ​ອຸ່ນ​ອ່ຽນ​ທຸ່ນ​ທ່ຽງ ແລະ ຫ້າວຫັນ​ປະຕິບັດ​ໜ້າທີ່​ວຽກ​ງານ​ເຊິ່ງ ໄດ້​ສະແດງ​ອອກ: ຫຼາຍ​ກົມ​ກອງ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ຍັງ​ສືບຕໍ່​ສຸມ​ໃສ່​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຢູ່​ເຂດ​ທຸລະກັນດານ-ຫ່າງ​ໄກ​ສອກຫຼີກ, ຕັ້ງໜ້າ​ບຸກ​ບືນ, ຫ້າວຫັນ, ເປັນ​ແບບຢ່າງ, ນຳພາ-ຊີ້​ນຳ, ໃກ້ຊິດຕິດແທດ ແລະ ລົງ​ເຮັດ​ຕົວ​ຈິງ​ກັບ​ອ້າຍ​ນ້ອງ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ປະກອບສ່ວນ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ໂດຍ​ສະເພາະ​ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມມີ​ຄວາມ​ສະຫງົບ​ປອດ​ໄພ, ສ້າງ​ເງື່ອນໄຂ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ຊາດ ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ກອງທັບ​ເຮົາ ຍັງ​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ຈົ່ງ​ຮັກ ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ແລະ ປະຊາຊົນ​ຢ່າງ​ສຸດ​ໃຈ; ສືບຕໍ່​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປະຕິບັດ ແນວທາງ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ. ພ້ອມ​ນັ້ນ, ໃນ​ກອງ​ປະຊຸມ​ບັນດາ​ກົມ​ກອງ​ໄດ້​ຂຶ້ນ​ປະກອບ​ຄຳ​ເຫັນ​ຕໍ່​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ມີ​ຈຸດ​ສຸມ​ຢ່າງ​ໜັກ​ແໜ້ນ. ໂອກາດ​ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຊີ້​ແຈງ​ຕໍ່​ບັນດາ​ຄຳ​ເຫັນ ແລະ ຄຳ​ສະເໜີ​ຂອງ​ບັນດາ​ກົມ​ກອງ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ​ກອງ​ເປັນ​ເຈົ້າ​ການ ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ​ວຽກ​ງານ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ຮັບປະກັນ​ສະຖຽນ​ລະ​ພາບ ແລະ ຄວາມ​ຫມັ້ນຄົງ​ຂອງ​ຊາດ, ຕັ້ງໜ້າ​ຍົກ​ສູງ​ສະຕິ​ກຽມພ້ອມ​ປະຕິບັດ​ໜ້າທີ່​ໄດ້​ທຸກ​ເວລາ, ເປັນ​ເຈົ້າ​ການ​ຕ້ານ​ທຸກ​ກົນອຸບາຍ​ເລ​ລ່ຽມ​ຂອງ​ສັດຕູ, ທັບ​ມ້າງ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ແນວທາງ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ, ປົກ​ປັກ​ຮັກສາ​ລະບອບ​ໃໝ່, ລະບອບ​ປະຊາທິປະໄຕ ປະຊາຊົນ​ໃຫ້​ໝັ້ນຄົງ, ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ດ້ານ​ສັງຄົມ​ຢ່າງ​ໜັກ​ແໜ້ນ, ສືບຕໍ່​ຈັດ​ຕັ້ງ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ສ້າງ​ທ່າ​ສະໜາມ 3 ຂັ້ນ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ໂດຍ​ສຸມ​ໃສ່​ບໍລິເວນ​ຊາຍ​ແດນ, ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ບັນດາ​ຈຸດ​ສຸມ​ຂອງ​ກະຊວງ, ສົມທົບ​ແໜ້ນ 3 ດ້ານ​ໄປ​ພ້ອມໆ​ກັນ (ດ້ານ​ການເມືອງ, ເສດຖະກິດ ແລະ ການ​ທະຫານ) ກັບ​ການ​ປັບປຸງ​ລະບົບ​ການຈັດຕັ້ງ​ຢູ່​ຮາກ​ຖານ ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ເອົາໃຈໃສ່​ຍົກ​ສູງ​ສະຕິ​ລະວັງ​ຕົວ, ກຽມພ້ອມ​ສູ້​ຮົບ, ເດັດດ່ຽວ​ຕອບ​ຕ້ານ​ທຸກ​ການເຄື່ອນໄຫວ​ຂອງ​ສັດຕູ​ຢ່າງ​ທັນ​ການ, ສຸມ​ໃສ່​ແກ້​ໄຂ​ເຂດ​ທີ່​ຍັງ​ບໍ່​ມີ​ຄວາມ​ສະຫງົບ, ໜໍ່​ແໜງ​ທີ່​ຈະ​ພາໃຫ້​ເກີດ​ຄວາມ​ບໍ່​ສະຫງົບ ແລະ ມີ​ມາດ​ຕະການ​ແກ້​ໄຂ​ຄ່ອງ​ແຄ້ວ​ເດັດຂາດ. ເອົາໃຈໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ເລິກເຊິ່ງ​ແທດ​ເຖິງ​ແຕ່​ລະ​ເປົ້າ​ໝາຍ, ອົບຮົມ​ທາດ​ແທ້​ມູນເຊື້ອ​ກອງທັບ​ປະຕິວັດ, ກອງທັບ​ປະຊາຊົນ​ໃນ​ເງື່ອນໄຂ​ໃຫມ່​ໃຫ້​ດີ ຕິດ​ພັນ​ກັບ​ການ​ເກັບ​ກຳ​ສະພາບ​ການເມືອງ-ແນວ​ຄິດ​ຂອງ​ພະນັກງານ-ນັກຮົບ​ທົ່ວ​ກອງທັບ; ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງກັນ​ປະເທດ ໃຫ້​ເລິກເຊິ່ງ ແລະ ທົ່ວ​ເຖິງ,ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ຕ້ອງ​ແຫຼມ​ຄົມ, ເຮັດ​ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ວິທີ​ການ ແລະ ມີ​ເນື້ອ​ໃນ​ອຸດົມສົມບູນ, ມີ​ຊີວິດ​ຊີວາ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້, ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ, ລະບຽບ​ກົດໝາຍ​ຂອງ​ພັກ-ລັດ ເລິກເຊິ່ງ, ແທດ​ເຖິງ ແລະ ສ້າງ​ໃຫ້​ມີ​ການ​ປ່ຽນແປງ​ໃໝ່​ຢ່າງ​ແທ້​ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ