ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່​ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະນຸດ​ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​​ມວ່ນ
ເວລາອອກຂ່າວ: 2023-02-07 08:55:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 822 | ຄວາມນິຍົມ:



ວັນ​​​ທີ 6 ກຸມພາ 2023 ນີ້, ຄະນະ​ອະນຸ​ກຳມະການ ສະກັດ​ກັ້ນ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ລົງ​ເຜີຍແຜ່​ວຽກ​ງານສະກັດກັ້ນ ແລະ ຕ້ານ​ການ​ຄ້າ​ມະນຸດ​ໃຫ້​ແກ່​ນາຍ ແລະ ພົນທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມວ່ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ຄະນະ​ກຳມະການ​ຊີ້​ນຳ​ວຽກ​ງານ​ການ​ຕ້ານ​ການ​ຄ້າ​ມະນຸດ ແລະ ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານແຂວງຄຳ​ມວ່ນ, ມີ​ບັນດາ​ອະນຸ​ກຳ​ມະ ການ​ສະກັດ​ກັ້ນ​ການ​ຄ້າ​ມະນຸດ ກະຊວງ​ປ້ອງ​ກັນ​ປະເທດ, ຜູ້ຕາງໜ້າ​ພະແນກການ​ກົມ​ທະຫານ​ຊາຍ​ແດນ, ຜູ້ຕາງໜ້າ ກອງ​ບັນຊາ​ການ​ທະຫານ​ເມືອງ ທົ່ວ​ແຂວງ, ພາກສ່ວນ​ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມວ່ນ ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ແຂວງ​ຄຳ​ມວ່ນ ໄດ້​ລາຍ​ງານ​ສະພາບ​ການເຄື່ອນໄຫວ​ງາ​ນຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ ການ​ຄ້າ​ມະນຸດຢູ່​ແຂວງ​ຄຳ​ມວ່ນ​ໃຫ້​ຮູ້​ວ່າ: ແຂວງ​ຄຳ​ມວ່ນ ກໍ​ເປັນ​ແຂວງ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຄ້າ​ມະນຸດ ໂດຍ​ມີ​ນາຍ​ໜ້າ​ຕົວະ​ຍົວະ​ຫຼອກ​ລວງ ເອົາ​ຊາວ​ໜຸ່ມ​ຍິງ​ສາວ​ໄປ​ແຕ່ງງານ​ແອບ​ແຝງ​ກັບ​ຄົນ​ຕ່າງ​ປະເທດ ແລະ ຕົວະ​ໄປ​ເຮັດ​ວຽກ​ອື່ນ​ຢູ່​ຕ່າງປະເທດ. ການ​ຄ້າ​ມະນຸດ​ແມ່ນ​ການ​ຂູດ​ຮີດ​ທາງເພດ, ການ​ຖືກ​ຕົວະ​ຍົວະ​ຫຼອກ​ລວງ​ໄປ ແຕ່ງດອງ​ກັບ​ຄົນ​ຕ່າງປະເທດ ໂດຍ​ບໍ່​ມີ​ເອກະສານ​ຖືກຕ້ອງ, ການ​ຂູດ​ຮີດ​ແຮງ​ງານ ແລະ ອື່ນໆ. ເຊິ່ງ​ມັນ​ໄດ້​ສະແດງ​ໃຫ້​ເຫັນ​ໃນ​ໄລຍະ​ຜ່ານ​ມາ ມີ​ຍິງ​ສາວ​ຈຳນວນຫຼາຍ​ຖືກ​ນາຍ​ໜ້າ​ຕົວະ​ໃຫ້​ໝັ້ນ​ໝາຍ, ແຕ່ງງານ​ກັບ​ຄົນ​ຕ່າງປະເທດ ຫຼື ຕົວະ​ໄວ​ລຸ້ນ​ໃຫ້​ໄປ​ເຮັດ​ວຽກ​ຢູ່​ຕ່າງປະເທດ ໂດຍ​ອ້າງ​ວ່າ ເຮັດ​ວຽກ​ໄດ້​ເງິນ​ຫຼາຍ, ມີ​ທີ່​ພັກ​ສະດວກ​ສະບາຍ. ພ້ອມ​ນີ້, ຍັງ​ກວດ​ພົບ​ບ້ານ​ເຮົາ​ວ່າ​ມີ​ເຮືອນ​ພັກ, ໂຮງແຮມ, ຮ້ານ​ອາຫານ, ຮ້ານ​ກິນ​ດື່ມ, ຮ້ານ​ເສີມ​ຄວາມ​ງານ, ຮ້ານ​ຕັດ​ຜົມ, ຮ້ານ​ນວດ, ຮ້ານ​ບັນເທີງ​ຢູ່​ຫຼາຍ​ແຫ່ງ​ທີ່​ເປີດ​ເປັນ​ບ່ອນ​ບັງ​ໜ້າ ເພື່ອ​ການ​ຄ້າ​ມະນຸດ. ກອງ​ປະຊຸມ​ຄັ້ງ​ນີ້, ນັກ​ສຳ​ມະ​ນາກອນ​ທີ່​ມາ​ຈາກ​ຫຼາຍ​ພາກສ່ວນ ໄດ້​ຜັດປ່ຽນ​ກັນ​ເຜີຍແຜ່, ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຕ້ານ ແລະ ສະກັດ​ກັ້ນ​ການ​ຄ້າ​ມະນຸດ ເຊັ່ນ: ລາຍ​ງານ​ສະພາບ​ການຕ້ານ​ການຄ້າ​ມະນຸດ​ໃນ ​ສປປ ລາວ, ລາຍ​ງານ​ພາລະ​ບົດບາດ​ຂອງ​ທະຫານ​ຊາຍ​ແດນ​ຕໍ່​ກັບ​ການເຄື່ອນໄຫວ​ສະກັດ​ກັ້ນ​ການ​ຄ້າ​ມະນຸດ, ເຜີຍແຜ່​ວ່າ​ດ້ວຍການຕ້ານ​ການ​ຄ້າ​ມະນຸດ, ສົນທິສັນຍາ​ສອງ​ຝ່າຍ ວ່າ​ດວ້ຍ​ການ​ຕ້ານ​ການ​ຄ້າ​ມະນຸດ ແລະ ສະພາບ​ລວມ​ກ່ຽວ​ກັບ​ການຊ່ວຍເຫຼືອ ແລະ ການ​ດຳເນີນ​ຂັ້ນຕອນ​ສົ່ງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການຄ້າ​ມະນຸດ​ກັບ​ຄືນ​ປະເທດ​ລາວ, ຊ່ອງ​ທາງ​ການ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະເທດ​ແບບ​ປອດ​ໄພ, ການ​ແຕ່ງດອງ ແລະ ເອົາ​ເດັກ​ມາ​ລ້ຽງ​ເປັນ​ລູກ​ແບບ​ແອບ​ແຝງ, ສົນທິສັນຍາ​ສາກົນ ແລະ ພາກ​ພື້ນ​ກ່ຽວ​ກັບ​ວຽກ​ງານ​ການ​ຕ້ານ​ການ​ຄ້າ​ມະນຸດ ແລະ ສົນທິສັນຍາ​ອາ​ຊຽນ​ວ່າ​ດ້ວຍ​ການ ຕ້ານ​ການ​ຄ້າ​ມະນຸດ​ສະເພາະແມ່ຍິງ ແລະ ເດັກນ້ອຍ, ການ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ, ລະບຽບ​ການ ແລະ ຂັ້ນ​ຕອນ​ການ​ຂໍ​ຈົດ​ທະບຽນ​ແຕ່ງດອງ​ລະຫວ່າງ ພົນລະເມືອງ​ລາວ​ກັບ​ຄົນ​ຕ່າງປະເທດ, ການ​ປົກ​ປ້ອງ ແລະ ຊ່ວຍເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ. ໂອກາດ​ນີ້ ສະຫາຍ ພົນ​ຈັດ​ວາ ສີ​ພັນ ພຸດ​ທະ​ວົງ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ແລະ ກ່າວ​ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ປະກອບສ່ວນ​ເສີມ​ສ້າງ​ຄວາມ​ຮັບຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ເນື້ອ​ໃນ ແລະ ບັນດາ​ຫຼັກການ​ທີ່​ສຳຄັນ ຂອງ​ບັນດາ​ສົນທິສັນຍາ​ສາກົນ ແລະ ພາກ​ພື້ນ​ທີ່​ພົວພັນ​ເຖິງ​ການ​ຕ້ານ​ການ​ຄ້າ​ມະນຸດ​ທີ່ ​ສປປ ລາວ ເຮົາ ເປັນ​ພາຄີ ແລະ ມີ​ພັນທະ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ແກ່​ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ຂອງ​ລັດ. ຫວັງ​ວ່າ​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ນຳ​ເອົາ​ບົດຮຽນ ແລະ ຄວາມ​ຮູ້ ໄປ​ເຜີຍແຜ່​ໃຫ້​ກົມ​ກອງ​ຂອງ​ຕົນ ໃຫ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ໄດ້​ດຳເນີນ​ໄປ​ເປັນ ເວລາ 2 ວັນ ຈຶ່ງ​ຈະ​ສຳເລັດ​ລົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ