

![]()
ການເຄື່ອນໄຫວຂອງກົມກອງຕ່າງໆ ໄລຍະເດືອນມັງກອນ 2023
ເວລາອອກຂ່າວ: 2023-02-07 08:57:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 508 | ຄວາມນິຍົມ:
ກອງພັນໃຫຍ່ 605: ໄດ້ ຈັດພິທີເຄົາລົບທຸງຊາດ ສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານກອງພັນໃຫຍ່ 605 ພ້ອມດຽວກັນນັ້ນ, ຍັງໄດ້ຜ່ານຄຳສັ່ງປະຈຳວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຕື່ມອີກ.
ກອງບັນຊາການທະຫານແຂວງຈຳປາສັກ: ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງ ໄດ້ພົບປະໂອ້ລົມພະນັກງານປະຕິວັດອາວຸໂສບຳນານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ, ສະຫາຍ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພະນັກງານປະຕິວັດອາວຸໂສບຳນານແຕ່ລະ ສະຫາຍທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ປະກອບ ສ່ວນເຂົ້າໃນພາລະກິດລວມຂອງຊາດໃນໄລຍະຜ່ານມາ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຈົນສຸດກົກສຸດປາຍ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານນັກ-ນັກຮົບຮຸ່ນສືບທອດຕະຫຼອດມາ, ພ້ອມກັນນັ້ນ, ກໍໄດ້ກ່າວອວຍພອນໄຊອັນປະເສີດມາຍັງພະນັກງານປະຕິວັດອາວຸໂສບຳນານທຸກສະ ຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ຈາກນັ້ນ, ກໍໄດ້ມອບຂອງຂວັນຈຳນວນໜຶ່ງໃຫ້ແກ່ພະນັກງານປະຕິວັດອາວຸໂສບຳນານ.
ການນຳກອງພົນທີ 4: ນຳ ພາໂດຍ ສະຫາຍ ພັນເອກ ຕາງ ຕາ ຕາດເວີນຄຳ ຫົວໜ້າການ ທະຫານ ກອງພົນທີ 4 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະອຳນວຍການໂຮງໝໍບໍລິເວນ 109 ກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄອນ ສຸພັນຄຳ ຫົວໜ້າການເມືອງໂຮງໝໍບໍລິເວນ 109 ພ້ອມດ້ວຍຄະນະ. ໂອກາດດຽວກັນນີ້, ຍັງໄດ້ຢ້ຽມຢາມ ແລະ ມອບວັດຖຸປັດໄຈ ໃຫ້ພະນັກງານ-ນັກຮົບທີ່ກຳລັງປ່ິນປົວຢູ່ໂຮງໝໍ ອີກດ້ວຍ.
ກອງພັນໃຫຍ່ 497: ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານປະຈຳປີ 2022 ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງພັນໃຫຍ່ 497 ຄົບຮອບ 25 ປີ, ສຳລັບຜົນຂອງການແຂ່ງຂັນສະຫຼຸບໄດ້ດັ່ງນີ້: ກິລາບານເຕະອາວຸໂສອັນດັບ I ພະແນກພະລາທິການ, ທີ II ກອງພັນ 423, ທີ III ກອງພັນ 424; ກິລາບານເຕະຊາວໜຸ່ມ ອັນດັບ I ກອງພັນ 423, ທີ II ກອງຮ້ອຍກຳລັງໄຟ, ທີ III ພະແນກພະລາທິການ; ກິລາບານສົ່ງອາວຸໂສ ອັນດັບ I ກອງພັນເຄື່ອນທີ່ໄວ 428, ທີ II ພະແນກພະລາທິການ, ທີ III ພະແນກການເມືອງ, ບານສົ່ງຊາວໜຸ່ມ ອັນດັບ I ກອງພັນ 424, ທີ II ພະແນກເສນາ, ທີ III ພະແນກເຕັກນິກ, ບານສົ່ງຍິງ ອັນດັບ I ສະຫະພັນແມ່ຍິງໜ່ວຍ 2 ພະແນກພະລາທິການ, ທີ II ທີມປະສົມສະຫະພັນແມ່ຍິງໜ່ວຍ 4, ທີ III ສະ ຫະພັນແມ່ຍິງໜ່ວຍ 1 ພະແນກບໍລິຫານ; ກິລາກະຕໍ້ ອັນດັບ I ກອງພັນເຄື່ອນທີ່ໄວ 428, ທີ II ກອງພັນ 424 ແລະ ທີ III ກອງຮ້ອຍກຳລັງໄຟ; ກິລາເປຕັງອາວຸໂສອັນດັບ I ພະແນກພະລາທິການ, ທີ II ພະແນກເຕັກນິກ, ທີ III ພະແນກເສນາທິການ, ເປຕັງຊາວໜຸ່ມ ອັນດັບ I ພະແນກພະລາທິການ, ທີ II ກອງພັນ 423, ທີ III ພະແນກເຕັກນິກ; ເປຕັງສະຫະພັນແມ່ຍິງອັນດັບ I ສະຫະພັນແມ່ຍິງໜ່ວຍ 2 ພະແນກພະລາທິການ, ທີ II ທີມປະສົມສະຫະພັນແມ່ຍິງໜ່ວຍ 4, ທີ III ສະຫະພັນແມ່ຍິງໜ່ວຍ 1 ພະແນກບໍລິຫານ; ກິລາດຶງເຊືອກ ອັນດັບທີ I ພະແນກເສນາທິການ, ທີ II ພະແນກພະລາທິການ, ທີ III ກອງພັນ 423 ແລະ ພະແນກເຕັກນິກ; ກິລາການທະຫານ ຜ່ານສິ່ງກີດຂວາງ ອັນດັບທີ I ແມ່ນກອງພັນເຄື່ອນທີ່ໄວ 428, ທີ II ກອງພັນ 423, ທີ III ພະແນກພະລາທິການ ແລະ ກິລານັກຮົບແຂງແຮງ ອັນດັບທີ I ກອງພັນ 423, ທີ II ກອງພັນ 424, ທີ III ພະແນກພະລາທິການ.
ກອງພັນ 701 ກອງພັນໃຫຍ່ 102 ກອງພົນທີ 1: ໄດ້ປິດບັ້ນອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2022, ພາຍຫຼັງທີ່ໄດ້ດຳເນີນການອົບຮົມ-ຫັດແອບເປັນເວລາ 90 ວັນ, ສະຫຼຸບຜົນໄດ້ຮັບຄື: ພາກການເມືອງ ປະ ຕິບັດບັນລຸໄດ້ 89%, ພາກການ ທະຫານລວມມີ: ລະບຽບງົດງາມ ປະຕິບັດໄດ້ 87%, ກິລາກາຍະກຳ 85%, ພາກສິລະປະຍຸດ 86%, ພາກຍຸດທະວິທີ 79%, ພາກພະລາທິການ-ເຕັກນິກປະຕິ ບັດໄດ້ 88%, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ສະຫາຍ ພັນໂທ ສອນພັນ ລໍຈິງຄຸນພັນ ຫົວໜ້າພະ ແນກເສນາທິການ ກອງພັນໃຫຍ່ 102.
ກອງຮ້ອຍ 27 ກອງບັນ ຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງ: ໄດ້ປິດຂະ ບວນການແຂ່ງຂັນກິລາມວນຊົນ, ສຳລັບຜົນຂອງການແຂ່ງຂັນສະ ຫຼຸບໄດ້ດັ່ງນີ້: ກິລາບານເຕະ ອັນ ດັບທີ I ທີມ ພະລາທິການ, ທີ II ທີມເສນາທິການ, ທີ III ທີມການເມືອງ, ກິລາບານສົ່ງອັນດັບທີ I ໝວດທະຫານຮາບທີ 1, ທີ II ໝວດກຳລັງໄຟ, ທີ III ໝວດທະຫານຮາບທີ 3; ກິລາກະຕໍ້ ອັນດັບທີ I ໝູ່ສຳນັກງານ, ທີ II ໝວດກຳລັງໄຟ, ທີ III ໝວດທະຫານຮາບທີ 2 ແລະ ກິລາເປຕັງອັນດັບທີ I ໝວດທະຫານຮາບທີ 1, ທີ II ໝວດທະຫານຮາບທີ 2, ທີ III ໝວດທະຫານຮາບທີ 3.
ອົງການຈັດຕັ້ງມະຫາຊົນເມືອງວັງວຽງ ແຂວງວຽງຈັນ: ໃນນັ້ນ, ມີຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ເມືອງວັງວຽງ ນຳພາໂດຍສະຫາຍ ສີສຸພັນ ວັດທະນະວົງ ປະທານແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນເມືອງ ໄດ້ເຂົ້າອວຍພອນອົງການ ຈັດຕັ້ງຊາວໜຸ່ມ, ແມ່ຍິງກອງພົນ ທີ 1 ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບ ຮອບ 38 ປີ, ໂດຍມີສະຫາຍ ພັນ ເອກ ສອນໄຊ ຈັນຍາລາດ ຫົວ ໜ້າຫ້ອງການເມືອງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ກອງພົນທີ 1 ໃຫ້ການຕ້ອນຮັບ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ