ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການ​ນຳພາ​ຖືກ​ທິດ ກົມ​ກອງ​ມີ​ການ​ພັດທະນາ
ເວລາອອກຂ່າວ: 2023-02-07 09:05:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ອີງ​ຕາມ​ບົດ​ສະຫຼຸບ​ວຽກ ​ງານຮອບດ້ານ ​ປະຈຳ​ປີ 2022 ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ໄຊ ແຂວງ​ຫົວພັນ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ-ນຳພາ​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ເຄື່ອນ​ໄຫວຈັດ​ຕັ້ງ​ປະຕິບັດ​ທຸກ​ຂົງເຂດ​ວຽກ​ງານ​ທີ່​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ກໍ​ຄື​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໂດຍ​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ​ສອດ​ຫ້ອຍ​ເຂົ້າ ໃນ​ທຸກ​ຂົງເຂດ​ວຽກ​ງານ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່ໜ້າ​ທີ່​ການເມືອງ. ພ້ອມ​ນີ້​, ຍັງ​ໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ເຊື່ອມ​ຊຶມ​ມູນເຊື້ອ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ຊີ້​ນຳ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ໃນ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບຢ່າງ​ຕໍ່​ເນື່ອງ​ ໂດຍ​ສົມທົບ​ແໜ້ນ​ກັບ​ກຳລັງ ​ປກສ ແລະ ບ້ານ​ເພື່ອ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ໃນ​ສັງຄົມ​ໃຫ້ທັນ​ການ ​ເຮັດ​ໃຫ້​ຂອບ ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ໄປ​ຄວບ​ຄູ່​ກັນ​ນັ້ນ ​ຍັງ​ໄດ້​ສຸມ​ໃສ່​ວຽກ​ງານ​ກຽມພ້ອມ​ສູ້ຮົບ​ໄດ້​ຈັດ​ຕັ້ງ​ລະບົບ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ຕະຫຼອດ 24 ຊົ່ວໂມງ. ຕັ້ງໜ້າ​ເຝິກອົບຮົມຫັດ​ແອບ​ຮໍ່າຮຽນ​ສິລະ​ປະຍຸດ ຍຸດທະວິທີ ແລະ ວິຊາ​ສະເພາະ​ເຫຼົ່າ​ຮົບ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ​ຮັບປະກັນ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ວຽກ​ງານ​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ​ແມ່ນ​ປະຕິ​ບັດ​ຕາມ​ທິດ​ນຳ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ພະນັກງານ 3 ຮຸ່ນສືບ​ທອດ ແລະ ປ່ຽນ​ແທນ​ທັງ​ກໍ່ສ້າງ​ກັບ​ທີ່ ​ແລະ​ ຢູ່​ໂຮງຮຽນ, ວິທະຍາຄານ​ທັງ​ພາຍ​ໃນ ​ແລະ​ຕ່າງປະເທດ ​ເປັນຕົ້ນ​ແມ່ນ​ປະເທດ​ເພື່ອນ​ມິດ​ຮ່ວມ​ມື​ຍຸດ​ທະ​ສາດ. ໃນ​ນັ້ນ​, ຈັດ​ຕັ້ງອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ໄດ້ 1 ຄັ້ງ ມີ​ຜູ້​ເຂົ້າ​ຮ່ວມ 90 ສະຫາຍ, ​ຮົມ​ກອງຮ້ອຍ​ກອງ​ຫຼອນ​ໄດ້ 2 ກອງຮ້ອຍ, ມີ​ຈຳນວນ​ນວນ​ພົນ​ເຂົ້າ​ຮ່ວມ 120 ສະຫາຍ, ອົບຮົມ​ໃຫ້​ໂຮງຮຽນ​ວິ ຊາ​ຊີບ,ໂຮງຮຽນ​ຊົນ​ເຜ່ົາ ແລະ ໂຮງຮຽນ​ສາມັນ​ໄດ້ 8 ແຫ່ງ ມີ​ຜູ້​ເຂົ້າ​ຮວ່ມ 1.414 ຄົນ, ປັບປຸງ​ໂຄງ​ຮ່າງ​ການຈັດຕັ້ງ​ກອງຮ້ອຍ, ກອງ​ຫຼອນ​ໄດ້ 3 ກອງ, ວຽກ​ງານ​ ປັບປຸງ​ກໍ່ສ້າງ​ສຳນັກງານ​ອົງການ​ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ ໂດຍ​ສະເພາະ​ກໍ່ສ້າງ​ຫ້ອງການ​ເຕັກນິກ ແລະ ສາງ​ຍຸ​ໂທ ໃນ​ມູນ​ຄ່າ 21.600.000 ກີບ, ເອົາໃຈ ໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ສຸມ​ໃສ່ 4 ປູກ 4 ລ້ຽງ​ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ ໃນ​ນີ້, ກົມ​ກອງ​ໄດ້​ບຸກເບີກ​ເນື້ອທີ່​ດິນ​ທຳ​ການ​ຜະລິດ​ປູກຝັງ-ລ້ຽງສັດ ມີ​ໜອງ​ປາ 5 ໜອງ, ປູກ​ໄມ້​ອຸດສາຫະກຳ ແລະ ຕົ້ນໄມ້​ໃຫ້​ໝາກ, ມີ​ງົວ​ລ້ຽງ 8 ໂຕ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ໄດ້ 10 ລ້ານ​ກວ່າ​ກີບ. ສະຫາຍ ພັນ​ໂທ ວິ​ເພັດ ລາດ​ພົມ​ໄຊ ຫົວໜ້າ​ການເມືອງ​ທະຫານ​ເມືອງ​ວຽງ​ໄຊ ໃຫ້​ຮູ້​ວ່າ: ໂດຍ​ທຶນ​ດັ່ງກ່າວ​ສົມທົບ​ກັບ​ງົບປະມານ​ທີ່​ຂັ້ນ​ເທິງ​ສະໜອງ​ໃຫ້​ແມ່ນ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ ເປັນຕົ້ນ​ແມ່ນ​ປະຕິບັດ​ນະໂຍບາຍ​ຕໍ່​ນາຍ ແລະ ພົນທະຫານ​ທີ່​ເຈັບເປັນ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ກູ້​ຢືມ​ເພື່ອ​ສ້າງ​ເສດຖະກິດ​ຄອບຄົວ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ. ນອກ​ນັ້ນ​, ຍັງ​ໄດ້​ປັບປຸງ​ກໍ່ສ້າງ​ລະບົບ​ຄ້າຍ​ຄູ, ເສັ້ນທາງເຂົ້າ-ອອກ​ຄ້າຍ​ໃຫ້​ແໜ້ນໜາ​ຖາວອນ ແລະ ມີ​ໃບ​ໜ້າ​ໃໝ່​ຕາມ​ແບບ​ກົມ​ກອງ​ວັດທະນະ​ທຳ. ສຳລັບ​ທິດ​ທາງ​ຕໍ່ໜ້າ​ຈະ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ 4 ໜ້າ​ທີ​ໃຫຍ່ 26 ແຜນການຂອງຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງອອກ ບົນ​ຈິດໃຈ 5 ບາດກ້າວ​ບຸກທະລຸໃຫ້​ປະກົດ​ຜົນ​ເປັນ​ຈິງ, ຕັ້ງໜ້າ​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ໜັກ ​ແໜ້ນ ​ເຂັ້ມແຂງ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຂອບເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ