ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່​ເອກະສານ​ແຈ້ງ​ຊັບ​ສິນ ຢູ່ໂຮງຮຽນ​ ການ​ທະຫານ​ທ້ອງຖິ່ນແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2023-02-08 08:46:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ໃນ​ວັນ​ທີ 31 ມັງກອນ 2023, ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໄດ້​ຈັດ​ຕັ້ງ​ເຜີຍແຜ່​ເອກະ ສານ​ການ​ແຈ້ງຊັບ​ສິນ ແລະ ລາຍ​ຮັບ​ຮອບ​ພິເສດ ຢູ່ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ລອງ ສີວິໄລ ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ພາຍ​ໃນ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື, ມີ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ທອງ​ຈັນ ອິນ​ທະ​ວົງ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ​ລວມ ແລະ ຄະນະ​ຮັບຜິດຊອບ​ເຄື່ອນ​ໄຫວ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ຮອບ​ພິເສດ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື. ອີງ​ຕາມ​ຄຳ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ດຳ ເນີນ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ໃນ​ກໍລະນີ​ຕ່າງໆ ແລະ ອີງ​ຕາມແຈ້ງ​ການ​ຂອງ​ຄະນະ​ກວດກາ​ພັກ ວ່າ​ດ້ວຍ​ການ​ແຈ້ງ​ຊັບສິນ ແລະ ລາຍ​ຮັບ​ຮອບ​ພິເສດ​ໃນ​ກອງທັບ. ໂດຍ: ຄຳ​ສິງ ດວງ​ພະ​ບາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ