ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕ່າງໆ ໃນ​ໄລຍະ​ທ້າຍ​ເດືອນ​ມັງກອນ
ເວລາອອກຂ່າວ: 2023-02-08 08:52:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ກອງຮ້ອຍ​ໄຟ ກອງພັນ​ໃຫຍ່ 497: ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V, ເຊິ່ງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ດ້ວຍ​ການ​ດຳເນີນ​ຊີວິດ​ການເມືອງ​ຂັ້ນ​ຈຸ, ຂັ້ນ​ໜ່ວຍ ຢ່າງ​ເປັນ​ປົກກະຕິ ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ຄຽງ​ຄູ່​ກັນ​ນີ້, ຍັງ​ໄດ້​ປຸກລະດົມ​ສະມາຊິກ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ທີ່​ກົມ​ກອງ​ ກໍ​ຄື ຂັ້ນ​ເທິງຈັດ​ຂຶ້ນເຮັດ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ແຂງແຮງ ແລະ ຕໍ່​ເນື່ອງ. ນອກ​ນີ້, ຍັງ​ໄດ້​ເອົາໃຈໃສ່​ວຽກ​ງານ​ເພີ່ມ​ພູນ​ຜະລິດ​ໃນ​ການ​ປູກຝັງ-ລ້ຽງສັດ ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ​ໃຫ້​ນັບ​ມື້​ມີ​ຊີວິດ​ດີ​ຂຶ້ນ​ເປັນ​ກ້າວໆ. ກອງ​ປະຊຸມ​ຍັງ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. ກອງພັນ​ໃຫຍ່ 941: ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ນອກຈາກ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ແລ້ວ ຍັງ​ໄດ້​ເອົາໃຈໃສ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ການ​ປ້ອງກັນ​ເວນຍາມ​ສຳນັກງານ​ອົງການ, ຂົວ​ເສັ້ນທາງ​ໝູ່​ບ້ານ, ເຂື່ອນ​ໄຟຟ້າ​ນ້ຳ​ລີກ, ນ້ຳ​ມັງ1-3 ແລະ ສະ ຖານທີ່​ຕ່າງໆ​ທີ່​ນອນ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ຄຽງ​ຄູ່​ກັນ​ນີ້, ຍັງ​ໄດ້​ເອົາໃຈໃສ່​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ​ໃນ​ການ​ປູກຝັງ-ລ້ຽງສັດ ແລະ ບໍລິການ​ອື່ນໆ ສາ ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້ 591.000.000 ກວ່າ​ກີບ. ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ: ໄດ້​ຈັດ​ພິທີ​ມອບ-ຮັບ​ກຳລັງ​ທະຫານ​ໃໝ່ ເຊິ່ງ​ຈະ​ໄດ້​ແບ່ງ​ອອກ​ເປັນ 2 ຈຸ, ຈຸ​ທີ 1 ຈະ​ໄດ້​ມອບ​ໃຫ້ກອງ​ພົນ​ທີ 4 ແລະ ຈຸ​ທີ 2 ຈະ​ໄດ້​ຈັດ​ເຂົ້າ​ຢູ່ກຳ​ລັງ​ທ້ອງຖິ່ນ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ພາຍຫຼັງ​ຈັດ​ພິທີ​ມອບ-ຮັບ​ແລ້ວ, ສະຫາຍ ພັນໂທ ແກ້ວ ຄຳ​ບຸນ​ເລີຍ ຮອງ​ຫົວໜ້າ​ ຫ້ອງເສນາ​ທິ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ກຳລັງ​ທະຫານ​ໃໝ່​ທີ່​ໄດ້​ສະໝັກ​ໃຈ​ເຂົ້າ​ມາ​ຮັບ​ໃຊ້​ຊາດ ພ້ອມ​ທັງ​ເນັ້ນ​ໜັກ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຢ່າງຮອບດ້ານ, ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ໃຫ້​ເຂັ້ມ​ງວດ ເພື່ອ​ພ້ອມ​ກັນ​ເຮັດ ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. v ໜ່ວຍ​ສະຫະພັນ​ແມ່ຍິງ ​ຫ້ອງ​ພະລາທິການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ: ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX, ເຊິ່ງ​ຄະນະ​ນຳ​ແມ່ຍິງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ-ແນວ​ຄິດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ໃນ​ການ​ເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ບັນດາ​ມະຕິ, ຄຳ​ສັ່ງ ຕ່າງໆ​ຂອງ​ຊາດ ຂອງ​ພັກ ຂອງ​ກອງທັບ ແລະ ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ອັນ​ໄດ້​ເຮັດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄຸນ​​ສົມບັດ​ສິນ​ທຳ​ປະຕິວັດ, ຮັກສາ​ໄດ້​ລັກສະ ນະ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່ຍິງ​ລາວ. ຄຽງ​ຄູ່​ກັນ​ນີ້, ຍັງ​ໄດ້​ປຸກລະດົມ​ສະມາຊິກ​ສະຫະພັນ​ແມ່ຍິງ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ທີ່​ກົມ​ກອງ​ຈັດ​ຂຶ້ນ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ແຂງແຮງ ແລະ ຕໍ່​ເນື່ອງ. ນອກຈາກ​ນີ້, ຍັງ​ໄດ້​ເອົາໃຈໃສ່​ປູກຝັງ-ລ້ຽງສັດ ແລະ ບໍລິການ​ຕ່າງໆ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້ 25.000.000 ກວ່າ​ກີບ. ກອງ​ປະຊຸມ​ຍັງປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ຊຸດ​ໃໝ່​ໄດ້​ຕາມ​ລະດັບ​ຄາດໝາຍ. + ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ: ສະຫາຍ ພັນ​ເອກ ຫງວຽນ​ວັນ​ກ່ຽນ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທະຫານ​ຊາຍ​ແດນ​ຊັ້ນ​ສູງ ​ສສ ຫວຽດນາມ ພ້ອມ​ຄະນະ ໄດ້​ລົງ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງສາ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ຊາຍ​ແດນ 712 ພ້ອມ​ຄະນະ. ຈາກ​ນັ້ນ, ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ທີ່​ຕັ້ງ, ພາລະ​ບົດບາດ ຂອງ​ກອງຮ້ອຍ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນັ້ນ, ກໍ​ຍົກ​ໃຫ້​ເຫັນ​ສະພາບ​ການເຄື່ອນໄຫວ​ຂອງ​ກອງ ຮ້ອຍ​ທະຫານ​ຊາຍ​ແດນ 255 ເຊິ່ງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ລາດຕະເວນ​ຕາມ​ຂອບ​ເຂດ​ຊາຍ​ແດນ ແລະ ຂອບ​ເຂດ​ຕົນ​ຮັບຜິດຊອບ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100% ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ຄວາມ​ສາມັກຄີ​ແບບ​ພິເສດ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ລັດ ກໍ​ຄື ສອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ແລະ ໂຮງຮຽນ​ທະຫານ​ຊາຍ​ແດນ​ຊັ້ນ​ສູງ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. + ກອງ​ພົນ​ທີ 1: ໄດ້​ປະກາດ​ຍຸບ​ໜ່ວຍ​ພັກ V ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາທິການ ແລະ ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ ກອງພັນ 616. ອີງ​ຕາມ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ໝວດ​ທີ 2 ມາດຕາ 13 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນ​ສຸດ​ການ​ເປັນ​ກຳມະການ​ພັກ ຕົກລົງ​ປະກາດ​ຍຸບ​ໜ່ວຍ​ພັກ V ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ແລະ ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ​ກອງພັນ 616 ຊຸດ​ໃໝ່​ຂຶ້ນ, ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ຕີ ສຸວັນ​ທອນ ໂພທິ​ລາດ ເປັນ​ເລຂາ​ໜ່ວຍ​ພັກ, ສະຫາຍ ຮ້ອຍ​ເອກ ພົມມາ ທຳ​ມະ​ວົງ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ຕີ ລຳ​ພອນ ລັດ​ສະ​ດາ​ວົງ ເປັນ​ກຳມະການ​ໜ່ວຍ​ພັກ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ເວົ້າ​ສະເພາະ​ຢູ່ ກອງ​ພົນ​ທີ 1 ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ຢ່າງຮອບດ້ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ