ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ນຳ​ແຂວງ​ຈຳປາ​ສັກ ເຄື່ອນ​ໄຫວ​ຢ້ຽມຢາມ​ອວຍພອນ ທະຫານ​ເມືອງ​ຈຳປາ​ສັກ ແລະ ທະຫານ​ເມືອງ​ສຸ​ຂຸ​ມາ
ເວລາອອກຂ່າວ: 2023-02-08 09:04:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ 74 ປີ​ ແຫ່ງ​ການ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ, ທ່ານ ນາງ ວາດ​ສະໜາ ສີ​ລິ​ມາ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ​ຈຳປາ​ສັກ, ພັນ​ເອກ ສີ​ໄຄ ທິບ​ພະ​ຈັກ ກຳມະການ​ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ ໄດ້​ຢ້ຽມຢາມ​ອວຍພອນ ແລະ ພົບ​ປະ​ໂອ້​ລົມ ນາຍ ແລະ ພົນທະຫານ​ຢູ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ຈຳປາ​ສັກ, ໃຫ້ການ​ຕ້ອນຮັບ​ໂດຍ ສະຫາຍ ພັນ​ໂທ ສຳລອງ ໄຊ​ຍະ​ວົງ ກຳມະການ​ພັກ​ເມືອງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະ ນະ. ໂອກາດ​ນີ້, ທ່ານ ນາງ ວາດ​ສະໜາ ສີ​ລິ​ມາ ໄດ້​ຍົກ​ໃຫ້​ເຫັນ​ມູນເຊື້ອ​ຂອງ​ກອງທັບ​ປະຊາຊົນ​ລາວ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນສຳເລັດ ທີ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ຈຳປາ​ສັກ ສ້າງ​ມາ​ໄດ້ ພ້ອມ​ທັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ປະຕິບັດ​ໜ້າທີ່​ການ ເມືອງ​ຂອງ​ຕົນ ໂດຍ​ສະເພາະ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຕິດ​ພັນ​ກັບ​ການ​ສ້າງສາ​ພັດທະນາ​ເສດຖະກິດ-ສັງຄົມ, ຍົກ​ສູງ​ສະຕິ​ເປັນ​ເຈົ້າ​ໃນ​ການ​ປົກ​ປັກ​ຮັກສາ​ທ້ອງຖິ່ນ ແລະ ຂອບ​ເຂດ​ກົມ​ກອງ​ຂອງ​ຕົນ, ຕ້ານ​ທຸກ​ການເຄື່ອນໄຫວ​ມ້າງເພ​ທຳລາຍ ຂອງ​ບັນດາ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ກຸ່ມ​ຄົນ​ບໍ່​ດີ​ຢ່າງ​ທັນ​ການ, ພ້ອມທັງກ່າວ​ອວຍພອນໄຊ​​ອັນປະເສີດ​ມາ​ຍັງ​ຄະນະພັກ-ຄະນະ​ບັນຊາ​ພ້ອມ​ດ້ວຍ ພະນັກງານ-ນັກຮົບ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ເມືອງ​ຈຳປາ​ສັກ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວຄົບຮອບ 74 ປີ ຈົ່ງ​ມີ​ແຕ່​ສຸຂະພາບ​ເຂັ້ມແຂງ, ມີ​ພາລະ​ນາ​ໄມ​ທີ່​ສົມບູນ ພ້ອມ​ກັນ​ເຮັດ​ສຳເລັດ​ທຸກ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ທີ່​ພັກ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້, ນອກ​ນີ້​ ຍັງ​ໄດ້​ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ຈຳປາ​ສັກ. ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ໂອກາດ​ດຽວ​ກັນ, ທ່ານ ແກ້ວ​ລັດຕະນະ ສີ​ຫາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ ໄດ້​​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ພົບ​ປະ​ໂອ້​ລົມນາຍ ແລະ ພົນທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສຸ​ຂຸ​ມາ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ໂດຍ​ມີ ສະຫາຍ ພັນ​ໂທ ສົມ​ເພັດ ບຸດ​ສະ​ດີ ກຳມະການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ ​ເມືອງ​ສຸ​ຂຸ​ມາ, ສະຫາຍ ພັນ​ໂທ ທອງ​ແຫຼ້ ດວງ​ຊົມ​ພູ ກຳມະການ​ພັກ​ເມືອງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສຸ​ຂຸ​ມາ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ 23 ແລະ ກອງຮ້ອຍ​ທະຫານ​ຊາຍ​ແດນ 524 ໃຫ້ການ​ຕ້ອນຮັບ. ການ​​ເຄື່ອນ​ໄຫວ​ຄັ້ງ​ນີ້ ນອກຈາກ​ພົບ​ປະ​ອວຍພອນ​ແລ້ວ ທ່ານ ແກ້ວ​ລັດຕະນະ ສີ​ຫາ​ວົງ ຍັງ​ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ແກ່ 3 ກົມ​ກອງ​ຕື່ມ​ອີກ. ໂດຍ: ສົມ​ພອນ ພົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ