ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ ສະຫວັນ​ໄຊ ​ກໍ່ສ້າງ ແລະ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ຈຳກັດ​ຜູ້​ດຽວ ມອບ​ເຄື່ອງ​ອຸປະກອນ​ສື່ສານ ໃຫ້​ກົມ​ສື່ສານ
ເວລາອອກຂ່າວ: 2023-02-09 08:24:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 719 | ຄວາມນິຍົມ:



ໃນ​ວັນ​ທີ 8 ກຸມພາ 2023 ນີ້, ບໍລິສັດ ສະຫວັນ​ໄຊ​ ກໍ່ສ້າງ ແລະ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ ໄດ້ນຳ​ເຄື່ອງ​ອຸປະກອນສື່ສານ ມາ​ມອບ​ໃຫ້​ກົມ​ສື່ສານກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ໂດຍ​ການ​ກ່າວ​ມອບ​ຂອງ ທ່ານ ດວງ​ຈັນ ດວງ​ປະ​ເສິດ ປະທານ​ ບໍລິສັດ​ ສະຫວັນ​ໄຊ​ ກໍ່ສ້າງ ແລະ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ ແລະ ກ່າວ​ຮັບ​ຂອງ ທ່ານ ພັນ​ເອກ ສຸບັນ ພັນທະ​ວີ ຫົວໜ້າ​ກົມ​ສື່ສານ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ ທ່ານ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ສື່ສານ, ກົມ 213, ຫ້ອງການ​ກົມໃຫຍ່​ເສນາ​ທິ​ການ​ກອງທັບ, ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຈັກຮັບຂ່າວແບບເຄື່ອນທີ່, ຄອມພິວເຕີຕັ່ງໂຕະ Desktop, ຄອມພິວເຕີໂນດບຸກ Laptop ລວມ 45 ຫົວໜ່ວຍ ມູນຄ່າທັງໝົດ 1,565,000,000 ກີບ ໃນ​ໂອກາດ​ນີ້, ທ່ານ ພັນ​ເອກ ສຸບັນ ພັນທະ​ວີ ຕາງໜ້າ​ໃຫ້​ພະນັກງານ-ນັກຮົບ ໃນ​ທົ່ວ​ກົມ​ສື່ສານ ສະແດງ​ຄວາມ​ຂອບໃຈ​ຕໍ່​ບໍລິສັດ ສະຫວັນ​ໄຊ​ກໍ່ສ້າງ ແລະ ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ ທີ່​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫຼືອ​ທາງ​ດ້ານ​ເຄື່ອງ​ອຸປະກອນ​ສື່ສານ​ຕໍ່​ກົມ​ສື່ສານ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ ກົມ​ສື່ສານ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ພ້ອມ​ທັງ​ກ່າວ​ມອບ​ຕໍ່ໃຫ້​ກົມ 213 ໂດຍ​ກ່າວ​ຮັບ​ຂອງ ທ່ານ ພົນ​ຈັດຕະວາ ບົວ​ວັນ ອາດ​ຖະ​ໜາ ​ໄຊ ຮອງ​ຫົວໜ້າ​ກົມ 213. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ