ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ເປິດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ກອງຮ້ອຍ​ກອງ​ຫຼອນ​ເຂດ​ນາ​ຕອງ
ເວລາອອກຂ່າວ: 2023-02-09 08:58:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1239 | ຄວາມນິຍົມ:



ໃນ​ວັນ​ທີ 3 ກຸມພາ 2023, ກອງ​ບັນຊາ​ການ​ທະຫານ​ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ ໄດ້​ເປິດ​ຊຸດ​ ອົບຮົມ-ຫັດ​ແອບ ການເມືອງ-ການ​ທະຫານໃຫ້​ກອງ​ຮ້ອຍ​ກອງ​ຫຼອນ​ເຂດ​ກຸ່ມ​ນາ​ຕອງ. ໂດຍ​ມີ ສະຫາຍ ພັນ​ຕີ ສີ​ເພັດ ອຳ​ຄາ​ພອນ ຮອງ​ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະ​ເມືອງ​ຊຽງ​ຄໍ້, ມີ ສະຫາຍ ບຸນ​ທອງ ບຸນ​ມາ​ວົງ ເລຂາ​ພັກ​ເຂດ​ກຸ່ນ​ບ້ານ​ນາ​ຕອງ, ອຳນາດ​ການ​ປົກຄອງ 9 ບ້ານ, ແຂກ​ທີ່​ຖືກ​ເຊີນ ພ້ອມ​ດ້ວຍກຳລັງ​ກອງ​ຮ້ອຍ​ກອງ​ຫຼອນ​ເຂດ​ກຸ່ມ​ນາ​ຕອງ​ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ພັນ​ສີ ບຸນ​ຄຳ​ພອນ ຫົວໜ້າ​ຂະແໜງ​ອົບຮົມ ໄດ້​ຜ່ານ​ແຜນ​ການ​ອົບຮົມ-ຫັດ​ແອບ ເນື້ອ​ໃນ​ເອກະສານ​ທີ່​ຈະ​ໄດ້​ອົບຮົມ-ຫັດ​ແອບຄັ້ງ​ນີ້ ປະກອບ​ມີ 2 ພາກ​ຄື: ການເມືອງ ໄດ້​ຮຽນ​ຮູ້ 7 ເອກະສານ, ພາກ​ການ​ທະຫານ ຈະ​ໄດ້ຮຽນ​ລະບຽບ, ສິ ລະ​ປະຍຸດ-ຍຸດທະວິທີ ເຊິ່ງ​ຈະ​ໄດ້​ດຳເນີນ​ເປັນ​ເວລາ 7 ວັນ. ໂດຍ: ຄຳ​ຕິກ ໄຊ​ວົງ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ