ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວ​ໜຸ່ມ​ກອງພັນ​ໃຫຍ່ 703 ສະຫຼຸບ​ວຽກ​ງານ​ຮອບດ້ານ
ເວລາອອກຂ່າວ: 2023-02-09 09:00:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ໃນ​ວັນ​ທີ 1 ກຸມພາ 2023, ຊາວ​ໜຸ່ມ​ ກອງພັນ​ໃຫຍ່ 703 ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຮອບດ້ານ, ໂດຍ​ການ​ເປັນປະທານ​ຂອງ ສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ຫົວ ໜ້າ​ພະແນກການ​ເມືອງ​ ກອງພັນ​ ໃຫຍ່ 703, ມີຄະນະ​ພັກ-ຄະນະ ​ບັນຊາ, ເລຂາ​ຊາວ​ໜຸ່ມ ແລະ ສະ ມາຊິກ​ຊາວ​ໜຸ່ມ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ໂທ ສາຍ​ຄຳ ທຳ​ມະ​ວົງສາ ຊ່ວຍ​ວຽກ​ຂະແໜງ​ຊາວ​ໜຸ່ມ ໄດ້​ຜ່ານ​ບົດ​ສະຫຼຸບ​ ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ​ ເປັນຕົ້ນ​ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ຮຽນການເມືອງ-ການ​ທະຫານ, ວິຊາ​ສະເພາະ​ເຕັກນິກ ສະແດງ​ອອກ ໄດ້​ເຮັດ​ໃຫ້​ກົມ​ກອງ​ ມີ​ຄວາມ​ສະຫງົບ, ສະມາຊິກ​ ຊາວ​ໜຸ່ມ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ-ເຕັກນິກ, ເຮັດ​ວຽກ​ງານ​ຮັບ​ໃຊ້​ການບິນ​ມີ​ຄວາມ​ປອດ​ໄພ ພ້ອມ​ທັງ, ປະກອບສ່ວນ​ເຂົ້າ​ໃນ​ທຸກ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ໄດ້​ເປັນ​ຢ່າງ​ດີ ແລະ ມີ​ສະຕິ​ຕໍ່​ການ ຈັດຕັ້ງ. ສຳລັບ​ວຽກ​ງານ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ບາງ​ໜ່ວຍ​ຊາວ​ໜຸ່ມຂາຍເຄື່ອງ​ກິນ​-ດື່ມ ແລະ ນ້ຳກ້ອນ, ເປີດ​ບໍລິການ​ຕັດ​ຜົມ, ປູກ​ພືດ​-ຜັກ​​ຊະນິດ ຕ່າງໆ ແລະ ບໍລິການ​ອື່ນໆ ສາ ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້​ທັງໝົດ 13.613.000 ກີບ. ມີກອງທຶນ​ເງິນ​ຝາກມີ​ສະມາຊິກ​ທັງ​ໝົດ 327 ສະຫາຍ ລວມ​ຍອດ​ກອງ​ທຶນ​ເງິນ​ຝາກ​ທັງ​ໝົດ 73.680.000 ກີບ. ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ມີ​ການ​ມອບ​ໃບຢັ້ງຢືນ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ ໃຫ້​ໜ່ວຍ​ຊາວ​ໜຸ່ມ 7 ໜ່ວຍ ແລະ ​ພ້ອມ​ກັນ​ຈັບ​ມື​ຮັບ​ເອົາ​ຂໍ້​ແຂ່ງຂັນຊາວ​ໜຸ່ມ 4 ບຸກ ຕື່ມ​ອີກ. ໂດຍ: ກອງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ