ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວ​ຂອງ​ກົມ​ກອງ​ຕ່າງໆ ​ໄລຍະ​ທ້າຍ​ເດືອນ​ມັງກອນ​ຫາ​ຕົ້ນ​ເດືອນ​ກຸມພາ 2023
ເວລາອອກຂ່າວ: 2023-02-09 09:08:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1058 | ຄວາມນິຍົມ:



ກອງ​ພົນ​ທີ 1: ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ການເມືອງ, ການ​ທະຫານ, ພະລາທິການ, ເຕັກນິກ​ໃຫ້​ທະຫານ​ໃໝ່ ​ຊຸດ​ທີ I ປະຈຳ​ປີ 2022, ເປົ້າ​ໝາຍ​ເພື່ອ​ແນ ໃສ່​ສຶກ​ສາ​ອົບຮົມ​ເຮັດ​ໃຫ້​ທະຫານ​ໃໝ່ ເຊື່ອມ​ຊຶມ​ກຳແໜ້ນ​ທາດ​ແທ້​ມູນເຊື້ອ​ຂອງ​ກອງທັບ, ຮຽນ​ຮູ້​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ແລະ ລະບຽບ​ວິໄນ​ຂອງ​ກອງທັບ, ເພື່ອ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ແລະ ຕໍ່​ປະຊາຊົນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ. ເປັນ​ປະທານ​ໃນ​ພິທີ​ດັ່ງກ່າວ​ໂດຍ ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຫົວໜ້າ​ການເມືອງ ກອງ​ພົນ​ທີ 1. + ພະ​ແນກ​ກົດໝາຍ ທະຫານ​ແຂວງ​ຫຼວງ​ພະ​ບາງ: ໄດ້​​ເຄື່ອນ​ໄຫວ​ເຜີຍແຜ່​ເອກະສານ​ຢູ່​ກອງຮ້ອຍ 6 ກອງບັນຊາການທະຫານແຂວງ​ຫຼວງ​ພະ​ບາງ, ເອກະ ສານ​ທີ່​ນຳ​ມາ​ເຜີຍແຜ່​ໃນ​ຄັ້ງ​ນີ້​ ປະກອບມີ: ຂໍ້​ກຳນົດ ແລະບັນດາ​ຂໍ້​ຫ້າມ​ຕ່າງໆ, ເພື່ອ​ໃຫ້ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ນະໂຍບາຍ​ຕ່າງໆ​ເຊັ່ນ: ນະໂຍບາຍ​ລາ​ພັກ​ປະຈຳ​ປີ, ການເລື່ອນ​ຊັ້ນ, ທຽບ​ຊັ້ນ​ໃຫ້​ນາຍ ແລະ ພົນທະຫານ, ການ​ເສຍ​ຊີວິດຂອງ​ພະນັກງານ-ນັກຮົບ​ຢູ່​ໜ້າ​ສະໜາມຮົບ, ລະບຽບ​ການ​ຄຸ້ມ​ຄອງ​ອາວຸດ​ລູກ​ກະ​ສຸນ, ມາດ​ຕະການ​ກະທຳ​ຜິດ​ໂດຍ​ເຈດ​ຕະ​ນາ ຫຼື ບໍ່​ເຈດ​ຕະ​ນາ, ບັນດາ​ກົດໝາຍ​ ວ່າ​ດ້ວຍ​ຄອບຄົວ, ເງື່ອນໄຂ​ໃນ​ການ​ສ້າງ​ຄອບຄົວ, ການ​ໝັ້ນ​ໝາຍ, ການ​ສູ່ຂໍ​ຂອງ​ຄູ່​ບ່າວ-ສາວ, ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ການ​ຢ່າ ​ຮ້າງ, ການ​ເສຍ​ຊີວິດ​ຂອງ​ຜົວ ຫຼື ເມຍ, ການ​ປະລະ​ຄອບຄົວ, ສາເຫດ​ຂອງ​ການ​ຢ່າ​ຮ້າງ ແລະ ການ​ດຳ​ເນີດ​ຄະດີ​ຕ່າງໆ. + ຫ້ອງການ ​ກອງ​ບັນຊາ​ການ ທະຫານ​ແຂວງ​ຫຼວງ​ນ້ຳ​ທາ: ໄດ້​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ບໍລິຫານ​ຫ້ອງການ​ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນ ການ​ປະຈຳ​ປີ 2023, ໃນ​ໄລຍະ 1 ປີຜ່ານມາ, ຫ້ອງການ ​ກອງ​ບັນຊາ​ການ ໄດ້​ຈັດ​ຕັ້ງ​ອົບຮົມ​ວຽກ​ງານ​ຫ້ອງການ 2 ຄັ້ງ, ສ້າງ​ຮ່າງ​ນິຕິ​ກຳ​ຕ່າງໆ​ໄດ້ 312 ສະບັບ, ເອກະສານ​ຂາ​ເຂົ້າ 3.213 ສະບັບ, ຂາ​ອອກ 2.248 ສະບັບ, ຈັດ​ສົ່ງ​ເອກະສານ​ຕ່າງໆ 2.346 ສະບັບ, ສໍາເນົາເອກະສານ​ຕ່າງໆ 13.456 ສະບັບ, ແລ່ນ​ລົດ​ຮັບ​ໃຊ້​ວຽກ​ງານ​ບໍລິຫານ​ພາຍ​ໃນ​ແຂວງ 468 ຖ້ຽວ​ຄັນ ແລະ ຕ່າງ​ແຂວງ 57 ຖ້ຽວ​ຄັນ, ນອກຈາກ​ວຽກ​ງານ​ວິຊາ​ສະເພາະ​ແລ້ວ ຍັງ​ໄດ້​ເອົາໃຈໃສ່​ສ້າງ​ພະລາທິການ​ກັບ​ທີ່​ ດ້ວຍ​ການ​ປູກຝັງ-ລ້ຽງສັດ ສາມາດ​ກຸ້ມ​ກິນ​ດ້ານ​ພືດ​ຜັກ ແລະ ຂາຍ​ອອກ​ຈຳນວນ​ໜຶ່ງ. + ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506: ສະຫາຍ ສີ​ສຸວັນ ພັນທະ​ລັງສີ ເລຂາ​ຄະນະ​ພັກ​ຮາກ​ຖານ ກຸ່ມ​ບ້ານ​ຫ້ວຍ​ຈຽມ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ອຳນວຍການ​ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ວຽງ​ສະຫວັນ ດາລາ​ແສນ ຫົວໜ້າ​ການເມືອງໂຮງຮຽນ ພ້ອມດ້ວຍຄະນະ. + ສູນ​ເຝິກອົບຮົມ ກອງ​ພົນ​ທີ 1: ທ່ານ ຈັນທະ​ລາ ທິບ​ທຳ​ມະ​ວົງ ຫົວໜ້າ​ທະນາຄານ​ພັດທະນາ​ລາວ ໜ່ວຍ​ບໍລິການ​ສາຂາ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ໄດ້​ນຳ​ເອົາ​ອຸປະກອນ​ກິລາ ​ປະກອບ​ມີ: ບານເຕະ 2 ໜ່ວຍ, ບານ​ຕີ 1 ໜ່ວຍ, ຕາ​ໜ່າງ​ບານເຕະ 1 ດາງ, ຕາ​ໜ່າງ​ບານ​ຕີ 1 ດາງ ລວມ​ມູນ​ຄ່າ​ທັງ​ໝົດ 2.500.000 ກີບ ມອບ​ໃຫ້​ສູນ​ເຝິກອົບຮົມ ກອງ​ພົນ​ທີ 1, ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຂະ​ບວນ​ການ​ກິລາ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ, ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ມອນ​ທອງ ສິງ​ຄຳ​ພັນ ຫົວໜ້າ​ການເມືອງ​ສູນ​ເຝິກອົບຮົມ​ພ້ອມ​ຄະນະ. + ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ: ໄດ້​ຈັດ​ພິທີ​ເຄົາລົບ​ທຸງຊາດ ປະຈຳ​ເດືອນ​ມັງກອນ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ, ຈຸດປະສົງ​ເພື່ອ​ແນໃສ່​ເຮັດ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ດ້ານ​ລະບຽບ​ວິໄນ ກໍ​ຄື ການ​ປະ ຕິບັດ 7 ລະບອບ 18 ວຽກ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ໃນ​ພິທີ​ຍັງ​ໄດ້​ຮັບ​ຊົມ​ການ​ເດີນ​ສວນສະໜາມ ຂອງ​ກ້ອນ​ກຳລັງ ພະນັກງານ-ຄູ​ອາຈານ ແລະ ນັກຮຽນ-ນັກ​ສຶກ​ສາ ທົ່ວ​ວິທະຍາຄານ. + ກອງພັນ 793 ກອງພັນ​ໃຫຍ່ 279: ທ່ານ ນາງ ແສງ​ສຸ​ລິ​ວັນ ພົມ​ມະ​ວົງ ຮອງ​ຜູ້ອຳນວຍການ ສະ​ຖາ​ບັນ​ການ​ເງິນ​ໂຊກ​ໄຊ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ແລະ ເຄື່ອງ​ກິລາ ຈຳນວນ 20 ຊຸດ​ ມູນ​ຄ່າ 1.600.000 ກີບ ​ມອບ​ໃຫ້​ກອງພັນ 793 ກອງພັນ​ໃຫຍ່ 279, ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ກະກຽມ​ສະເຫຼີມສະ ຫຼອງ​ວັນ​ສ້າງຕັ້ງ ກອງພັນ​ໃຫຍ່ 279 ຄົບຮອບ 20 ປີ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ອຳໄພ ຄຳ​ວິ​ສອນ ຫົວໜ້າ​ການເມືອງ ກອງພັນ 793 ພ້ອມ​ດ້ວຍ​ຄະນະ. + ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ: ສະຫາຍ ພັນ​ເອກ ຫງວຽນ​ວັນ​ກ່ຽນ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທະຫານ​ຊາຍ​ແດນ ຊັ້ນ​ສູງ ​ສສ ຫວຽດນາມ ພ້ອມ​ຄະນະໄດ້​ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ກອງຮ້ອຍ​ທະຫານ​ຊາຍ​ແດນ 255, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສັກ​ສົມບັດ ແກ້ວ​ສິດທິ​ວົງສາ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ພ້ອມ​ຄະ ນະ. ຈາກ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ​ກອງຮ້ອຍ​ທະຫານ​ຊາຍແດນ 255 ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ທີ່​ຕັ້ງ, ພາລະ​ບົດບາດ​ຂອງ​ກອງຮ້ອຍ​ໃນ​ໄລຍະ​ຜ່ານ​ມາ, ຍົກ​ໃຫ້​ເຫັນ​ສະພາບ​ການເຄື່ອນໄຫວ​ຂອງ​ກອງຮ້ອຍ ເຊິ່ງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ລາດຕະເວນ​ຕາມ​ຂອບ​ເຂດ​ຊາຍ​ແດນ ແລະ ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ການ​ມາ​ຢ້ຽມຢາມ ແລະ ເຮັດວຽກ​ຂອງ​ສະຫາຍ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທະຫານ​ຊາຍ​ແດນ ຊັ້ນ​ສູງ ​ສສ ຫວຽດນາມ ໃນ​ຄັ້ງ​ນີ້, ເປັນ​ການ​ປະກອບສ່ວນ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ລັດ ກໍ​ຄື ສອງ​ກອງທັບ ໂດຍ​ສະເພາະ​ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ແລະ ໂຮງຮຽນ​ທະ ຫານ​ຊາຍ​ແດນ​ຊັ້ນ​ສູງ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. + ໂຮງຮຽນ​ເຫຼົ່າ​ຮົບ​ສື່ສານ 205: ໄດ້​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ກອງ​ທຶນ ຂອງ​ສະຫະພັນ​ແມ່ຍິງ ປະຈຳ​ປີ 2022, ໃນ​ໄລຍະ​ຜ່ານ​ມາ ຄະ​ນະ​ຮັບຜິດຊອບ​ກອງ​ທຶນ, ໄດ້​ເອົາໃຈໃສ່​ບໍລິຫານ​ກອງ​ທຶນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຮັບປະກັນ​ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ. ມາ​ຮອດ​ປັດຈຸບັນ, ກອງ​ທຶນ​ດັ່ງກ່າວ​ມີ​ສະມາຊິກ ທັງ​ໝົດ 245 ສະຫາຍ, ມີ​ເງິນ​ທ້ອນ ທັງ​ໝົດ 612.480.000 ກີບ, ໄດ້​ຮັບ​ດອກ​ເບ້ຍ​ຈາກ​ການ​ປ່ອຍ​ກູ້​ໃນ​ປີຜ່ານມາ 95.069.000 ກີບ, ສ່ວນ​ເງິນ​ກອງ​ທຶນ​​ໄດ້​ປ່ອຍ​ໃຫ້​ສະມາຊິກ​ກູ້​ຢືມ​ເພື່ອ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂ​ຊິວິດ​ການ​ເປັນ​ຢູ່, ສ້າງ​ເສດຖະກິດ​ຄອບຄົວ, ເປັນ​ທຶນ​ການ​ສຶກ​ສາ, ກູ້​ຢືມ​ໄປ​ປິ່ນ​ປົວ​ເວລາ​ເຈັບເປັນ ດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ, ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ນັບ​ມື້​ດີ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ແບ່ງປັນ​ຜົນ​ກຳໄລ​ໃຫ້​ສະມາຊິກ​ກອງ​ທຶນ. + ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ: ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ສິບ ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ ຈາກ​ຊັ້ນ ສິບ​ເອກ ຂຶ້ນ​ວາທີ ຈຳ ນວນ 40 ສະຫາຍ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ສອນ ໂພທິ​ວັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ. + ກອງ​ພົນ​ທີ 1: ໄດ້​ປະກາດ​ຍຸບ​ໜ່ວຍ​ພັກ V ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ແລະ ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ ກອງພັນ 616. ໃນ​ນັ້ນ, ແຕ່ງຕັ້ງ ສະຫາຍ ພັນ​ຕີ ສຸວັນ​ທອນ ໂພທິ​ລາດ ເປັນ​ເລຂາ​ໜ່ວຍ​ພັກ, ສະຫາຍ ຮ້ອຍ​ເອກ ພົມມາ ທຳ​ມະ​ວົງ ເປັນ​ຮອງ​ເລຂາ ແລະ ແຕ່ງຕັ້ງ ສະຫາຍ ພັນ​ຕີ ລຳ​ພອນ ລັດ​ສະ​ດາ​ວົງ ເປັນ​ກຳມະການ​ໜ່ວຍພັກ. ທັງ​ນີ້, ກໍ​ເພື່ອ​ເປັນ​ ການ​ປັບປຸງ​ບູລະນະ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ ເວົ້າ​ສະເພາະ​ຢູ່ ກອງ​ພົນ​ທີ 1 ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ​ຮອບດ້ານ, ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກອງທັບ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ