ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ປະກາດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ
ເວລາອອກຂ່າວ: 2023-03-15 09:45:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ວັນ​ທີ 14 ມີນາ 2023 ນີ້, ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ປະກາດ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ ໂດຍ​ການ ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ. ມີ​ບັນດາ​ຕາງໜ້າ​ກົມ​ກອງ, ຫ້ອງການ ແລະ ບັນດາ​ສະຫາຍ​ທີ່​ໄດ້​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ພັນ​ໂທ ຄອນ​ສະຫວັນ ແກ້ວ​ທອນ​ຈັນ ຫົວໜ້າ​ພະ​ແນກ​ພະນັກງານ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໝວດ​ທີ I ມາດຕາ 33 ແລະ ມາດຕາ 34, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ (ສະບັບ​ປັບປຸງ), ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ເຫັນ​ດີ​ອະນຸມັດ​ໃຫ້​ນາຍ​ທະຫານ​ຢູ່​ກົມ​ໃຫຍ່​ການເມືອງ​ກອງທັບ​ພັກ​ການ​ຮັບ​ບຳນານ​ມີ​ລາຍ​ຊື່​ດັ່ງ​ລຸ່ມ​ນີ້: ສະຫາຍ ພັນ​ໂທ ຄຳ​ແພງ ລຽງ​ໄຊ​ວັນ ຫົວໜ້າ​ພະ​ແນກ​ອຸດ​ໜູນ, ບຳນານ ແລະ ພັກແລ້ງ​ກົມ​ພະນັກງານ, ສະຫາຍ ພັນ​ໂທ ກອງ​ແກ້ວ ບຸນ​ມີ ຫົວໜ້າ​ພະ​ແນກ​ອຸປະໂພກ-ບໍລິໂພກ ຫ້ອງການ​ບໍລິຫານ, ສະຫາຍ ພັນ​ໂທ ສຸກ​ສາຄອນ ວີ​ຄຳ​ຊາວ ຫົວໜ້າ​ພະ​ແນກ​ໂຄສະນາ ແລະ ເຜີຍແຜ່​ກົດໝາຍ, ພັນ​ໂທ ບຸນ​ສີ ສຸ​ນິພົນ ຫົວໜ້າ​ພະ​ແນກ​ຟື້ນ​ຟູ​ສູນ​ເສຍ​ອົງຄະ​ທຽມ 686, ສະຫາຍ ພັນ​ໂທ ຄຳ​ພູ ວົງ​ໄຊ ຮອງ​ພະ​ແນກ​ກາຍ​ຍະ​ບຳບັດ​ສູນ​ເສຍ​ອົງຄະ​ທຽມ 686, ສະຫາຍ ພັນ​ໂທ ບົວ​ຄຳ ພິມ​ມະ​ສອນ ຫົວໜ້າ​ຂະ ແໜງ​ບຳບັດ​ສູນ​ເສຍ​ອົງຄະ​ທຽມ 686, ສະຫາຍ ພັນ​ໂທ ນາງ ໄກສີ ວັງ​ເວີນ​ໂຂງ ຫົວໜ້າ​ພະ​ແນກ​ຮ້ອງ ກອງ​ສິລະ​ປະກອນ​ກອງ ທັບ, ສະຫາຍ ພັນ​ໂທ ນາງ ມະນີ​ພອນ ປັນຍາ​ຮັກ ຊ່ວຍ​ວຽກ​ພະ​ແນກ​ອົບຮົມ ກອງ​ສິລະ​ປະກອນ​ກອງທັບ, ສະຫາຍ ຮ້ອຍ​ເອກ ຄຳ​ຜຸຍ ຫຼ້າ​ມຸນທາ ຊ່ວຍ​ວຽກ​ພະ​ແນກ​ແຜນການ​ສັງ​ລວມ ໜັງສືພິມ​ກອງທັບ, ສະຫາຍ ຮ້ອຍ​ໂທ ນາງ ຄຳ​ຕົ້ນ ທຳ​ມະ​ວົງ​ສໍ ຮອງ​ຫົວໜ້າ​ການ​ທະຫານ​ສູນ​ເສຍ​ອົງຄະ​ພິເສດ 790 ພັກ​ການ​ຮັບ​ເງິນ​ອຸດ​ໜູນ​ບຳນານ​ນັບ​ແຕ່​ງວດ 3 ສົກ​ປີ 2023 ເປັນຕົ້ນ​ໄປ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ໄດ້​ມີ​ຄຳ​ເຫັນ​ໂອ້​ ລົມ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ພັກ​ການ​ຮັບ​ບຳນານ​ໃນ​ຄັ້ງ​ນີ້​ວ່າ: ໃຫ້​ແຕ່​ລະ​ສະຫາຍ​ທີ່​ໄດ້​ຮັບ​ການ​ພັກ​ການ​ຮັບ​ບຳນານ​ແລ້ວ​ຈົ່ງ​ສືບຕໍ່​ດຳເນີນ​ທຸລະ​ກິດ​ຄອບຄົວ​ໃຜ ລາວ, ປະກອບສ່ວນ​ເຮັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ຂັ້ນ​ບ້ານ ຫຼື ຂັ້ນ​ເມືອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ອຳນາດ​ການ​ປົກຄອງ​ຕາມ​ຄວາມ​ຮູ້​ຄວາມ​ສາມາດ ແລະ ເຫື່ອແຮງ ​ຂອງ​ແຕ່​ລະ​ສະຫາຍ ພ້ອມ​ທັງ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພະນັກງານ​ລຸ້ນ​ສືບ​ທອດ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ