ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພັກ​ປະຊາຊົນ​ປະຕິວັດ​ລາວ​ຜູ້​ຈັດ​ຕັ້ງ​ນຳພາທຸງ​ໄຊຊະນະ​ຂອງ​ການ​ປະຕິວັດ
ເວລາອອກຂ່າວ: 2023-03-16 10:05:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ສະຫາຍ​ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ ເມືອງ​ກອງທັບ ​ໃຫ້​ທັດສະນະ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບ​​ຮອ​ບ 68 ປີ​ວ່າ: ຊາດ​ລາວ​ເປັນ​ຊາດ​ໜຶ່ງ​ທີ່​ມີ​ປະຫວັດສາດ​ອັນ​ຍືດ​ເຍື້ອ​ຍາວ​ນານ​ຫຼາຍ​ພັນ​ປີ, ຄົນ​ລາວ​ ມີ​ນ້ຳໃຈ​ຮັກ​ຊາດ​ພິລະ​ອາດ​ຫານ, ມີ​ຄວາມ​ສາມັກຄີ​ປອງ​ດອງ, ດຸໝັ່ນໃນການທຳ​ມາ​ຫາກິນ, ມີຄວາມ​ເດັດດ່ຽວ​ຕໍ່ສູ້​ບໍ່ຍອມ​ ຈຳນົນ​ກັບ​ການ​ແຊກ​ແຊງຮຸກ​ຮານ​ຈາກ​ພວກ​ລ່າ​ເມືອງ ​ຂຶ້ນ​ແບບເກົ່າ ແລະ ແບບໃໝ່ເພື່ອປົກ​ປ້ອງບ້ານເກີດ ເມືອງນອນ​ຕະຫຼອດ​ມາ. ໂດຍ​ສືບ​ທອດ​ພາລະກິດ​ຂອງ​ ພັກ​ຄອມ​ມູ​ນິດ​ອິນດູຈີນ ພັກ​ເຮົາ​ໄດ້​ຮັບ​ການ​ກໍ່ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22 ມີນາ 1955 ໂດຍ​ມີ ປະທານ ໄກສອນ ພົມວິຫານ ເປັນ​ແກນ​ນຳ. ເມື່ອ​ຫວນ​ຄືນ​ຫຼັງ 68 ປີ ພັກ​ເຮົາ​ໄດ້​ເດີນ​ຕາມ​ເສັ້ນທາງ​ເດີນ​ຕໍ່​ອຸດົມການ​ປະຕິວັດ, ປະທານ​ໄກສອນ ພົມວິຫານ ​ເປັນ​ແກນ​ນຳ ນຳພາ​ປົດ​ປ່ອຍ​ເອົາ ປະເທດ​ຊາດ ນຳ​ເອົາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ມາສູ່​ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວ ​ປະເທດ. ສິ່ງ​ເຫຼົ່າ​ນີ້, ຢັ້ງຢືນເຖິງ​ ອຸດົມ​ການ​ອັນ ແນ່ວ​ແນ່, ມີໄຫວ ​ພິກ​ທີ່​ລ້ຳ​ເລີດ​ຂອງ​ປະທານ ໄກ ສອນ ພົມວິຫານ ກໍຄື​ຂອງພັກ ເຮົາ​ນຳພາ.ຕະຫຼອດ​ໄລຍະ​ເວລາ​ທີ່​ຜ່ານ​ມາ ປະເທດ​ຊາດ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ຫຍຸ້ງຍາກ​ສັບສົນ​ຢ່າງໃດ​ກໍ່​ຕາມ, ພັກ​ກໍ່​ໄດ້​ນຳພາ​ຢ່າງ​ເດັດດ່ຽວ​ເດີນ​ຕາມ​ອຸດົມ​ການ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ, ສາມາດ​ປົກ​ປັກ​ຮັກ ສາໝາກ ຜົນ​ຂອງ​ການປະຕິວັດ. ສຳລັບ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການ ເມືອງ​ກອງທັບ ເວລາ​ໃດ​ກໍ​ຍຶດ​ໝັ້ນ​ພັກ​ນຳພາ​ເດັດຂາດ, ໂດຍກົງ, ຮອບດ້ານຕໍ່​ກຳລັງປ້ອງກັນຊາດ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ປຸກລະ ດົມ​ນຳພາ​ແນວ​ຄິດ​ໃຫ້​ຖັນ​ແຖວ ພະນັກງານ-ສະມາຊິກ​ພັກ-ຕະ ຫຼອດ​ຮອດ​ນັກຮົບ ຢູ່​ໃຕ້​ການ​ນຳ ພາ​ຂອງ​ພັກ ຍຶດ​ໝັ້ນ​ຕໍ່​ອຸດົມ​ການ​ປະຕິວັດ, ໃຫ້​ສົມ​ກັບ​ເປັນ​ກຳລັງ​ເຄື່ອງມື​ອັນ​ແຫຼມ​ຄົມ​ທີ່​ໄວ້ ເນື້ອ​ເຊື່ອ​ໃຈ​ຂອງ​ພັກ-ຂອງ​ປະຊາຊົນ​ບັນດາເຜົ່າ, ຮັກສາ ແລະ ເສີມ​ຂະຫຍາຍທາດ​ແທ້​ມູນເຊື້ອ​ກຳ ລັງ​ປະຕິ​ວັດດ​​້ວຍ​ການຈັດຕັ້ງ​ອົບຮົມ-​ຫັດ​ແອບ​ການ​ທະຫານ- ການເມືອງ-ວິຊາ​ສະເພາະ​ເຫຼົ່າ​ຮົບ​ທັງ 3 ດ້ານ​ໄປ​ພ້ອມໆ​ກັນ, ມີ​ ຄວາມ​ຊຳນິ​ຊຳນານ​ໃນການນຳ​ໃຊ້​ພາຫະນະ​ອຸປະກອນ​ທີ່​ທັນ​ສະໄໝ, ກຽມພ້ອມ​ສູ້​ຮົບ​ໃນທຸກ ສະຖານະ​ການ, ຈັດ​ຕັ້ງການຫັນ​ ລົງ​ສູ່​ການ​ກໍ່ສ້າງ​ຮາກ​ຖານການ ເມືອງ ເຮັດ​ໃຫ້ຮາກຖານມີຄວາມ​ ສະຫງົບ, ສ້າງ​ເງື່ອນໄຂ​ໃຫ້​ປະ ເທດ​ຊາດ​ໄດ້​ຮັບການພັດທະນາ, ມີ​ການ​ຫັນປ່ຽນ​ຕາມ​ຍຸກ​ ສະໄໝ, ເອົາໃຈໃສ່​ຖື​ສຳຄັນ​ການ​ກໍ່ສ້າງ​ພັກ-ກໍ່ສ້າງພະນັກງານ, ທຸກ​ການ ຈັດຕັ້ງ​ລ້ວນ​ແຕ່​ມີ​ການຈັດຕັ້ງ​ນຳ ພາ​ຂອງ​ພັກ, ໂດຍ ສະເພາະ​ຢ່າງ​ຍິ່ງ​ແມ່ນ​ສຸມ​ໃສ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ເປັນໃຈ​ກາງຂອງ​ທຸກ​ພາກສ່ວນ​ຢ່າງ​ກວ້າງຂວາງ, ນຳພາ​ເສີມ​ຂະຫຍາຍ​ນ້ຳໃຈ​ເພິ່ງຕົນ​ເອງ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ປັບປຸງ​ສະຖານທີ່​ຄ້າຍ​ຄູ, ປົກ​ປັກ​ຮັກສາ​ພາຫະນະ​ເຕັກນິກ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ໃຫ້​ທັນ​ສະໄໝ, ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ​ນຳ​ເອົາ​ບົດຮຽນ​ປະສົບ​ການ​ຂອງ​ເພື່ອນມິດ​ມາ​ພັດທະນາ​ຕົນ​ເອງ​ນັບ​ມື້​ເຂັ້ມແຂງ. ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເພື່ອ​ສົມ​ຄູ່​ກັບ​ຄວາມ​ເຊື່ອ​ໝັ້ນ​ການ​ມອບ​ໝາຍ​ໜ້າທີ່​ການເມືອງ​ທີ່​ໜັກໜ່ວງ ແຕ່​ມີ​ກຽດ​ສະຫງ່າ​ໃນ​ສະພາບ​ການ​ໃໝ່​ນີ້ຖັນແຖວ​ ພະນັກງານ, ສະມາຊິກ​ພັກ-ນັກ ຮົບ​ປະຕິວັດກຳລັງ​ປ້ອງກັນຊາດ, ຈະ​ສືບຕໍ່​ຍຶດ​ໝັ້ນ​ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ, ເດັດຂາດ, ຮອບ ດ້ານຂອງພັກ ຢ່າງສະເໝີຕົ້ນສະ ເໝີ​ປາຍຄະນະ​ນຳ​ກະຊວງ​ປ້ອງ ກັນປະເທດ ກົມ​ໃຫຍ່​ການເມືອງ​ກອງທັບ ຈະ​ສຸມ​ໃສ່​ວຽກ​ງານ​ພັກ-ວຽກ​ງານການເມືອງນຳພາ​ແນວ​ຄິດຢ່າງ​ເຂັ້ມແຂງ, ກຳ​ແໜ້ນ ແລະ ປະຕິບັດ​ແນວທາງ​ປ້ອງ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮ້ອບ​ດ້ານ​ຂອງ​ພັກ ດ້ວຍ​ການຈັດຕັ້ງປັບປຸງ​ກໍ່ສ້າງ​ກຳລັງ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳພາ​ອົບຮົມ​-ຫັດ​ແອບ​ຍຸດທະວິທີ, ເຫຼົ່າ​ຮົບ​ວິຊາ​ສະເພາະ, ສ້າງ​ຄວາມ​ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດອຸ ປະກອນ, ພາຫະນະ​ທີ່​ທັນ​ສະໄໝ​ ໃຫ້​ສົມ​ກັບ​ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ທີ່​ໄວ້​ວາງໃຈ​ຂອງ​ພັກ ຂອງ​ປະຊາຊົນ​ບັນດາເຜົ່າ, ມີ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ ໃນ​ທຸກ​ສະຖານະ​ການ, ຮັບປະກັນ​ການ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ. ຕັ້ງໜ້າ​ສຸມ​ໃສ່​ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານການເມືອງ​ຢ່າງ​ແຂງແຮງ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ປະຕິວັດ​ເປັນ​ເຈົ້າ​ການ​ຕອບ​ຕ້ານ​ການ​ບິດ​ເບືອນ​ຂອງ​ກຸ່ມຄົນ​ບໍ່​ດີ, ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ໃຫ້​ມີ​ຄວາມ​ສະຫງົບ, ປອດ​ໄພ, ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ປະເທດ​ຊາດ​ໄດ້​ຮັບ​ການ​ພັດທະນາເສດຖະກິດ​ມັ່ງ​ຄັ່ງ​ເຂັ້ມແຂງ, ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ-ສະມາຊິກ​ພັກ​ສືບ​ທອດ​ຮຽນ​ຮູ້ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ທາດ​ແທ້​ອັນ​ດີງາມ​ຂອງ​ພັກ, ຮັບປະກັນ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ມີ​ຄວາມ​ບໍລິສຸດ​ຜຸດ ຜ່ອງ ຈົ່ງ​ຮັກ​ພັກດີ​ຕໍ່​ລັດທິ​ມາກ​ເລ​ນິນ ຕໍ່​ແນວ​ຄິດ​ປະທານ ໄກສອນ ພົມວິຫານ ຕໍ່​ອຸດົມ​ການ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ