ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ ໄປ​ຂຶ້ນ​ກັບກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2023-03-16 10:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ໃນ​ວັນ​ທີ 14 ມີນາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ ກອງທັບ ຈາກ​ກົມ​ໃຫຍ່​ພະລາທິ ການ​ກອງທັບ ໄປ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ​ໂດຍ​ກົງ, ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ ສັກຂີ​ພະຍານ​ຂອງ ສະຫາຍພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນປະ ເທດ, ມີ​ສະຫາຍ​ ພົນ​ຕີ ຄຳເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະ ລາທິການ​ກອງທັບ, ສະຫາຍ​ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຕາງໜ້າ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກົມ​ເສດຖະກິດ, ຫ້ອງການ, ຄະນະ​ອຳ ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ​ພັນ​ເອກ ສາຍ​ຄຳ ບົວທອງ​ທິບ ຮອງ​ຫົວ ໜ້າ​ກົມ​ເສດຖະກິດ ຫ້ອງ​ວ່າ ການ​ກະຊວງ​ປະເທດ, ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ມອບ-ໂອນ ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ, ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຄັ້ງ​ວັນ​ທີ 19/01/2023 ຕໍ່​ກັບ​ບົດ​ລາຍ​ງານ​ຂອງ​ກົມ​ເສດຖະກິດ ກະຊວງ​ປ້ອງ​ກັນ​ປະເທດ ອີງ​ຕາມ​ໜັງສື​ສະເໜີ​ຂອງ​ກົມ​ໃຫຍ່ພະລາທິການ​ກອງທັບ ອີງ​ຕາມ​ບົດ​ບັນທຶກ​ການ​ລົງ​ເກັບ​ກຳ​ຂໍ້​ມູນ​ຮອບດ້ານ​ຂອງ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ​ສະບັບ​ລົງ​ວັນ​ທີ 05/01/2023, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດຕົກລົງ, ເຫັນ​ດີ​ມອບ-ໂອນ​ລັດ​ວິ​ສາຫະ​ ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ ກອງທັບ ຈາກ​ກົມ​ໃຫຍ່ພະລາທິ ການກອງທັບ​ ໃຫ້​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ​ໄດ້​ລົງ​ລາຍ​ເຊັນ​ບົດ​ບັນທຶກ​ການ​ມອບ-ໂອນ​ລະຫວ່າງ​ ສະຫາຍ ​ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ເຈົ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຜູ້​ເກົ່າ ແລະ ສະຫາຍ ​ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະເທດ ເຈົ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ​ກອງທັບ​ຜູ່​ໃໝ່. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ