ກອງທັບປະຊາຊົນລາວ

ວັນພຸດ, ວັນທີ 22 ມີນາ 2023



ກະຊວງ​ປ້ອງ​ກັນ​ປະເທດ ສ່ອງ​ແສງ​ລາຍ​ງານ ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ
ເວລາອອກຂ່າວ: 2023-03-17 10:44:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ວັນ​ທີ 15 ມີນາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ຈັດ​ກອງ​ປະຊຸມ​ສອງ​ແສງ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ 2 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ບັນດາ​ ອົງການ​ກົມ​ໃຫຍ່, ຫ້ອງ​ວ່າການ, ວິທະຍາຄານ, ກອງ​ບັນຊາ​ການ, ກອງ​ພົນ, ກອງພັນ​ໃຫຍ່, ໂຮງຮຽນ, ໂຮງໝໍ, ບັນດາ​ຫົວ ໜ່ວຍ​ທຸລະ​ກິດ​ຂອງ​ກອງທັບ ແລະ ບັນດາ​ສະຫາຍ​ພະນັກງານ​ຫຼັກ​ແຫຼ່ງ, ພະແນກການ, ວິຊາ​ການ ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ໄດ້​ໃຫ້​ຮູ້​ວ່າ: ການຈັດຕັ້ງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ສືບຕໍ່​ຍູ້​ແຮງ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ, ວາລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ປັນຫາ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດ ຖະກິດ-ການ​ເງິນ ແລະ ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢູ່​ບັນດາ​ກົມ​ກອງ​ກຳລັງ​ຫຼວງ, ກຳລັງ​ທ້ອງຖິ່ນ ໃຫ້​ໄດ້​ຮັບ​ຜົນ​ດີ​ຕາມ​ແຜນການ. ດັ່ງນັ້ນ, ຄະນະ​ຮັບຜິດຊອບ​ຕິດຕາມ-ຊຸກຍູ້​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ ຂັ້ນ​ກະຊວງ​ໄດ້​ສົມທົບ​ກັບ​ຄະນະ​ພັກ-ຄະນະ​ບັນຊາ 24 ຫົວໜ່ວຍ​ກົມ​ກອງ ໃນ​ການ​ຕິດຕາມ​ກວດກາ ແລະ ສຶກ​ສາ​ອົບຮົມ, ຊຸກຍູ້ພະນັກງານ, ນັກຮົບ​ທົ່ວ​ກຳລັງ​ ຫຼວງ-ກຳລັງ​ທ້ອງຖິ່ນ​ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຈິດໃຈ 2 ວາລະ​ແຫ່ງ​ຊາດ​ດັ່ງກ່າວ​ເຂົ້າ​ໃນ​ຂະ​ບວນ​ການ​ວຽກ​ງານ​ຕົວ​ຈິງ. ພ້ອມ​ນີ້, ຕ້ອງ​ໄດ້​ເອົາໃຈ ໃສ່​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການເຄື່ອນໄຫວ​ວຽກ​ງານ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ ຢູ່​ບັນດາ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, ຊອກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ຂໍ້ຄົງຄ້າງ ລວມ​ທັງ​ບົດຮຽນ​ທີ່​ຖອດ​ຖອນ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ, ເພື່ອ​ສະຫຼຸບ​ລາຍ​ງານ​ຂັ້ນ​ເທິງ​ຢ່າງ​ຖືກຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ