

![]()
ລັດຖະບານໄຂກອງປະຊຸມວິສາມັນ
ເວລາອອກຂ່າວ: 2023-03-17 10:48:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 10 | ຄວາມນິຍົມ:
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆເວົ້າລວມ, ເວົ້າສະເພາະ
ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ບັນລຸຕາມຄາດໝາຍ, ໃນວັນທີ 15 ມີນາ 2023 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມວິສາມັນ ພາຍ
ໃຕ້ການເປັນປະທານຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ປະ ທານກຳມາທິການກົດໝາຍ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈະດຳເນີນ ໃນລະຫວ່າງວັນທີ 15-16 ມີນາ 2023 ເຊິ່ງເນື້ອໃນຂອງກອງປະຊຸມ ແມ່ນຈະລາຍງານ, ຄົ້ນຄວ້າ, ປຶກສາຫາລື ກ່ຽວກັບຮ່າງກົດໝາຍ 9 ສະບັບ ທີ່ລັດຖະບານ ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື: ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍສັດນ້ຳ ແລະ ການປະມົງ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ); ຮ່າງກົດ ໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສ້າງໃໝ່);
ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ກະທັດຮັດ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ບັນດາຮ່າງກົດ
ໝາຍ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທັນຕາມກຳນົດເວລາ ແລະ ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ.
ໂດຍ: ກົມປະຊາສຳພັນ ຫສນຍ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ