ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດ​ການ​ສ້າງຕັ້ງ​ໝວດ​ປ້ອງ​ກັນ​ຕົວ​ ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ສາຂາ​ແຂວງ​ເຊ​ກອງ
ເວລາອອກຂ່າວ: 2023-03-20 08:56:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1956 | ຄວາມນິຍົມ:



ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ​ໃຫ້​ມີ​ຄວາມ​ເຂັ້ມແຂງ. ໃນ​ວັນ ​ທີ 15 ກຸມພາ ປີ 2023 ນີ້, ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ສາຂາ​ແຂວງ​ເຊ​ກອງ ຈັດ​ພິທີ​ປະກາດ​ສ້າງຕັ້ງ​ໝວດ​ປ້ອງ​ກັນ​ຕົວ ​ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ພົນ​ຈັດຕະວາ ສົມ​ທອງ ດອນ​ກັນ​ນ້ອຍ ຮອງ​ປະທານ ຜູ້​ປະຈຳການ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ, ສະຫາຍ ຄຳ​ແສນ ພະ​ສະແຫວງ ຫົວໜ້າ​ພະ​ແນກ​ພະລັງງານ ແລະ​ ບໍ່​ແຮ່​ແຂວງ, ມີຄະນະພະແນກການ, ກຳ​ລັງ​​ ປກຊ-​ປກສ, ເມືອງ, ໝວດ​ປ້ອງ​ກັນ​ຕົວ​ເຂົ້າ​ຮ່ວມ.    ໃນ​ພິທີໄດ້​ຮັບ​ຟັງ​ການ​ຜ່ານ​ ບົດ​ສະຫຼຸບ​ໃນ​ການຈັດຕັ້ງ​ປະຕິ ບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ,ປ້ອງ​ກັນ​ຕົວ​ ກໍຄື​ປ້ອງ​ກັນ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ສາຂາ​ແຂວງ​ເຊ​ກອງ​ໃນ​ໄລຍະ​ປີ 2020-2022 ເຫັນ​ວ່າ: ຄະນະ​ສາຂາ​ໄດ້​ຊີ້​ນຳ​ພະນັກງານ, ລັດຖະກອນ​ຄົ້ນ​ ຄວ້າ​ເຊື່ອມ​ຊຶມ​ບັນດາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ກໍຄື​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະ ນັກງານ ​ລັດຖະກອນ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ກໍຄື​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສຳນັກງານ ຕິດ​ພັນ​ກັບ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ໃຫ້​ມີ​ຜົນສຳເລັດ​ທຸກ​ດ້ານ, ເສີມ​ຂະ ຫຍາຍ​ຫົວຄິດ​ປະດິດ​ສ້າງ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ໃຫ້​ຫຼາຍ​ຂຶ້ນ ກວ່​​າເກົ່າ ແນໃສ່​ສືບຕໍ່​ຜັນ​ຂະຫຍາຍ ​ຂໍ້​ກຳນົດ​ ກົດ​ລະບຽບ ແລະ ແຜນການ​ດຳເນີນ​ທຸລະ​ກິດ​ຂອງ​ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ, ພະ ນັກງານ, ກຳມະກອນ​ມີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ, ພາຍ​ນອກ​ໃຫ້​ກວ້​​າງ​ຂວາງ​ເລິກ ເຊິ່ງ, ປະຕິບັດ​ໄດ້​ຕາມ​ຕົວ​ຊີ້​ວັດ​ທີ່ທາງ​ບໍລິສັດ​ກຳນົດ​ໄວ້​ໃນ 7 ໜ້າ​ ວຽກ​ບູ​ລິ​ມະ​ສິດ​ໄດ້​ຮັບ​ປະສິດທິ​ ຜົນ​ສູງ, ສືບຕໍ່ກໍ່ສ້າງ​ພັກໃຫ້ກາຍ ເປັນ​ພັກ​ປອດ​ໃສ ເຂັ້ມແຂງໜັກ ​ແໜ້ນ, ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ເປັນ​ແບບຢ່າງ​ພາຍ​ໃນ​ສຳ ນັກງານ​ໃຫ້​ມີ​ຄວາມ​ສະຫງົບ. ສະຫາຍ ພັນ​ໂທ ແສງ​ເພັດ ພິ​ວັນ​ນ້ອຍ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ ເຊ​ກອງ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ- ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ວ່າ​ດ້ວຍ​ການ​ສ້າງຕັ້ງ​ໝວດ​ປ້ອງ​ກັນ​ຕົວ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ ຟ້າ​ລາວ ​ສາຂາ​ແຂວງ​ເຊ​ກອງ, ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ກະຊວງ​ ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ປັບປຸງ​ກໍ່ສ້າງ​ກຳລັງ, ການ ເຄື່ອນໄຫວ​ຂອງ​ກອງຫຼອນ ​ແລະ​ ກຳລັງ​ປ້ອງ​ກັນ​ຕົວ​ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ ແລະ ທັນ​ສະໄໝ​ຮອບ ດ້ານ ເພື່ອ​ແນໃສ່​ເຮັດ​ໃຫ້​ຂອບ​ເຂດ​ຄວາມ​ຮັບ​ຜິ​ດຊອບ​ມີ​ຄວາມ​ສະຫງົບ ເຊິ່ງ​ການຈັດຕັ້ງ​ປະຕິ ບັດ​ຕາມ​ໂຄງ​ຮ່າງ​ປະກອບ​ມີ​ຈຳ ນວນ​ພົນ​ທັງ​ໝົດ 32 ສະຫາຍ, ມີ 1 ໝວດ ແລະ ແບ່ງ​ເປັນ 3 ໝູ່​ພ້ອມ​ກັບ​ແບ່ງ​ຄວາມ​ຮັບຜິດຊອບ​ໃນ​ການ​ປ້ອງ​ກັນ​ເວນຍາມ​ໃຫ້​ກັບ 3 ຕົວ​ເມືອງ​ຄື: ເມືອງ​ທ່າ​ແຕງ, ກະລຶມ ແລະ ເມືອງ​ດາກ​ຈຶງ.     ສະຫາຍ ພົນ​ຈັດຕະວາ ສົມ​ທອງ ດອນ​ກັນ​ນ້ອຍ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນ ສຳເລັດ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ສາຂາ​ແຕ່​ລະ​ຂັ້ນ ​ພ້ອມ ​ດ້ວຍ​ຫົວໜ້າ​ໝວດ​ປ້ອງ​ກັນ​ຕົວ​ທີ່​ໄດ້​ຮັບ​ການ​​ແຕ່ງຕັ້ງ​ໃໝ່ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ວຽກ​ງານ​ຕາມ​ຄວາມ​ຮັບ ຜິດຊອບ ແລະ ເຮັດ​ສຳເລັດໜ້າ ທີ່​ການເມືອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ການ ເມືອງ-ແນວ​ຄິດ ໃຫ້​ຖື​ເປັນ​ບັນຫາ​ສຳຄັນ, ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໃຫ້​ຖືກຕ້ອງ​ສອດຄ່ອງ ແລະ ໜັກ​ແໜ້ນ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ເອົາໃຈ ໃສ່​ວຽກ​ງານ​ວິຊາ​ສະເພາະ ແລະ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​, ປັບປຸງ​ແບບແຜນ​ວິທີ​ການ​ເຮັດ​ວຽກ, ເພື່ອ​ແນໃສ່​ກໍ່ສ້າງ​ພັກ-ກໍ່ສ້າງ​ພະນັກງານກໍຄື​ການ​ປັບປຸງ​ກໍ່ ສ້າງ​ກຳລັງ​ປະກອບ​ອາວຸດ​ໝວດ​ປ້ອງ​ກັນ​ຕົວ​ຂອງ​ລັດ​ວິ​ສາ​ຫະ​ ກິດ​ໄຟຟ້າ​ລາວ ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ໜັກແໜ້ນ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ