ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໝາກຜົນ​ການ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2023-03-20 09:00:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ການຈັດຕັ້ງ​ປະຕິບັດ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະ ນະ​ພັກ​ຊວງ​ປ້ອງ​ກັນ​ປະເທດ​ວາງອອກໃນ​ປີຜ່ານມາ ຄະນະ​ພັກ-ຄະນະ​ບັນ ຊາກອງ​ພົນ​ທີ 5 ໄດ້​ເປັນ​ເຈົ້າ​ການ​ສ້າງ​ແຜນການ​ແຕ່​ລະ​ໜ້າ​ວຽກ​ຢ່າງ​ລະອຽດ ເພື່ອ​ນຳພາ​ປັບປຸງ​ກໍ່ສ້າງ ແລະ ພັດທະນາ​ກົມ​ກອງ​ໃຫ້​ມີ​ຄວາມ​​ໜັກ​ແໜ້ນ, ເຂັ້ມແຂງ​ດ້ານ​ການເມືອງ​ແນວ​ຄິດ-ການຈັດຕັ້ງ, ລະບຽບ​ວິໄນ, ແບບແຜນ​ວິທີ​ເຮັດ​ວຽກ​ ແລະ ຂົງເຂດ​ວຽກ​ງານ​ອື່ນໆ​ທີ່​ປິ່ນ​ອ້ອມ​ໜ້າທີ່​ການເມືອງ​ຂອງ​ຕົນ ສາ​ມາດ​​​ເຮັດ​ສຳເລັດ​ຫຼາຍ​ດ້ານ​ໃນ​ການຈັດຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ແລະ​ມະຕິ​ກອງ​ປະຊຸມ​ ໃຫຍ່ຄັ້ງ​ທີ VI ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວາງ​ອອກ. ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສີງ ເລຂາ​ຄະນະ​ພັກ ຫົວ ໜ້າ​ການເມືອງ ​ກອງ​ພົນ​ທີ 5 ໃຫ້​ຮູ້​ວ່າ: ບັນຫາ​ສຳຄັນ​ຕົ້ນຕໍ​​ໄດ້​ສູ້​ຊົນ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ຮັບ ປະກັນ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ ກົມ​ກອງ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ ເຊິ່ງ​ໄດ້​ນຳ​ເອົາ​ກຳລັງລົງ​​ກໍ່ສ້າງ ຮາກ​ຖານ​ການເມືອງ​ພັດທະ ນາຊົນນະບົດ​ຮອດ​ດ້ານ​ຕາມ​ແນວທາງ​ຂອງ​ພັກວາງ​ອອກ​ໂດຍ​ໄດ້​ມີ​ການ​ພົວພັນ​ປະສານ​ສົມທົບ ກັບ​ອຳນາດ​ການ​ປົກຄອງ​ທ້ອງ ຖິ່ນ​ເປັນຕົ້ນ​ແມ່ນ 4 ແຂວງ​ພາກ​ໃຕ້, ເຂດ​ຊາຍ​ແດນ​ຕິດ​ກັບ 3 ຄື: ສສ ຫວຽດນາມ, ຣາ​ຊະ​ອານາຈັກ​ໄທ ​ແລະ ​ ກຳປູເຈຍ ໃນ​ນັ້ນ, ​ໄດ້​ໂຄສະນາ ແນວທາງ​ນະໂຍບາຍ​ຂອງພັກ​ ໂດຍ​ສະເພາະ​ແມ່ນ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ. ຜ່ານ​ການເຄື່ອນໄຫວ​ເຫັນ​ວ່າ ​ປະຊາຊົນ​ບັນດາເຜົ່າ​ແຕ່​ລະ​ທ້ອງຖິ່ນ​ໄດ້​ໃຫ້ການ​ຮ່ວມ​ມື​ ເປັນ​ຢ່າງ​ດີ, ຊ່ວຍເຫຼືອ​ກຳລັງ​ພວກ​ເຮົາ​ບໍ່​ວ່າ​ທາງ​ວັດຖຸ​ກໍຄື​ຈິດໃຈ ໄດ້​ຈັດ​ຕັ້ງ​ປະ​ເມີນ​ຄອບຄົວ ແລະ ບ້ານ​ປ້ອງ​ການ​ຊາດ​ເຂັ້ມແຂງ​ໃນ 25 ກຸ່ມ​ບ້ານ 10 ຕົວ​ເມືອງ,1 ນະຄອນ ແລະ 97 ບ້ານ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງຈຳນວນ 20 ບ້ານ, ສ້າງ​ຄອບຄົວ​ວັດທະ ນະທຳ​ໄດ້ 1.995 ຄອບຄົວ, ບ້ານ​ແຮກສ່ຽວ 3 ບ້ານ, ສ້າງ​ເຮືອນ ຄົວ​ລວມ​ກີນ​ເຂົ້າຕາມ​ໂຄງການ​ອາຫານ​ທ່ຽງ​ນັກຮຽນ​ປະຖົມ 18 ຫຼັງ, ຂົວ​ຂ້າມ 7 ແຫ່ງ, ສ້າງ​ໂຮງຮຽນ 13 ຫຼັງ, ສ້າງ​ປ້ອມ​ຍາມ​ຂອງ​ບ້ານ​ໄດ້ 4 ຫຼັງ, ສ້າງ​ຫ້ອງການ​ບ້ານ 1 ຫຼັງ, ສ້າງ​ຫ້ອງ​ນ້ຳ 7 ຫຼັງ ແລະ ສ້າງ ສາ​ລາ​ໃຫ້ພະ​ສົງ-ສາມະເນນ 2 ຫຼັງ. ພ້ອມ​ກັນ​ນີ້ໄດ້​ເອົາໃຈໃສ່​ການ​ ປັບປຸງ​ກົງຈັກ​ການຈັດຕັ້ງ​ນຳ ພາ-ບັນຊາ​ໃນ​ແຕ່​ລະ​ຂັ້ນ​ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ​ຕິດ​ພັນ​ກັບ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ດ້ວຍ​ການ​ຊີ້​ນຳ​ແຕ່​ລະ​ກົມ​ກອງ​ພ້ອມ​ທັງ​ສະໜອງ​ທຶນ​ຮອນ​ເຂົ້າ​ໃນ​ວຽກ​ງານ​ອົບຮົມ​ການເມືອງ,ຫັດ​ແອບ​ການ​ທະຫານ ແລະ ວິຊາ​ສະເພາະ​ເຫຼົ່າ​ຮົບສ້າງ​ໃຫ້​ພະນັກ ງານ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສີນ​ທຳ​ປະ​ຕີ​ວັດ, ມີ​ອຸດົມ​ການ, ມີ​ນ້ຳໃຈ​ປະຕິວັດ​ອັນ​ຜ່ອງ​ໃສ, ມີ​ຄວາມ​ຊຳນິ​ຊຳນານ​ຄ່ອງ​ແຄ້ວ​ດ້ານ​ສີ​ລະ​ປະຍຸດ-ຍຸດທະວິທີ​ການ​ນຳ​ໃຊ້​ອາວຸດ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ຢ່າງ​ມີ​ປະສິດທິພາບ ນອກ​ນີ້ ຍັງ​ໄດ້ອົບ ຮົມ​ທະຫານ​ໃໝ່, ເປີດ​ຮຽນ​ກໍ່ ສ້າງ​ນາຍ​ສີບ​ ຊຸດ​ທີ 7, ເປີດ​ຮຽນ​ວິຊາ​ສະເພາະ​ຍຸດ​ໂທ ຊັ້ນ​ຕົ້ນ​ ຊຸດທີ 3, ບຳລຸງ​ພະນັກງານ​ການເມືອງຂັ້ນ​ກອງຮ້ອຍ, ກອງພັນ​ນ້ອຍ​ລະບົບ 6 ເດືອນ​ ຊຸດ​ທີ 2 ແລະ ເປີດຮຽນ​ວິຊາ​ສະເພາະ​ປຸງ​ແຕ່ງ​ຊັ້ນ​ຕົ້ນ​ລະບົບ 1 ປີ, ເອົາໃຈໃສ່​ກໍ່ສ້າງ​ພັກ-ພະນັກງານ ໃຫ້ເຕີບ​ໃຫຍ່ເຂັ້ມແຂງດ້ານປະລິ​ນານ ແລະ ຄຸນ​ນະພາບສ້າງໄດ້​ພະນັກງານ 3 ຮຸ່ນທັງກໍ່ສ້າງກັບ ​ທີ່ ແລະ ​ສົ່ງຮຽນ​ຢູ່​ພາຍໃນ ແລະ ຕ່າງປະເທດ, ໄດ້​ລົງຕິດຕາມ ​ກວດກາ ແລະ ຕີ​ລາຄາ​ແບ່ງ ປະເພດໜ່ວຍ​ພັກ ປອດ​ໃສເຂັ້ມ ແຂງ ໜັກ​ແໜ້ນປະຈຳ​ປີ 2022 ມີ​ຈຳນວນ 131 ໜ່ວຍໃນ​ນີ້​, ສາມາດ​ຢັ້ງຢືນ​ຮັບຮອງເປັນ​ໜ່ວຍ ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 96 ໜ່ວຍ,ກາງ 35 ໜ່ວຍ. ນອກ​ນັ້ນ​ຄະນະ​ພັກ-ຄະນະ​ບັນຊາ ຍັງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ຊຸກ ຍູ້​ໃຫ້​ແຕ່​ລະ​ກົມ​ກອງ​ສ້າງ​ເສດ ຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໂດຍ​ການ​ຍົກ​ສູງ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ບົນ​ພື້ນຖານ​ອີງໃສ່​ເງື່ອນໄຂ​ທ່າ ແຮງ​ບົ່ມ​ຊ້ອນ​ເປັນ​ສຳຄັນ. ປັດຈຸບັນ​ທົ່ວ​ກອງ​ພົນ​ທີ 5 ມີງົວ​ລ້ຽງຈຳນວນ 326 ໂຕ, ຄວາຍ 48 ໂຕ, ແບ້ 170 ໂຕ, ໝູ 18.319 ໂຕ, ມີ​ເນື້ອ​ທີ​່ປູກ​ພືດ​ຜັກ 18,319 ເຮັກ ຕາ, ປູກ​ໄມ້​ກິນ​ໝາກ 28.666 ເຮັກຕາ, ປູກ​ເຂົ້ານາ​ປີ 185,3 ເຮັກຕາ, ປູກ​ມັນຕົ້ນ 71,8 ເຮັກຕາ, ປູກ​ໝາກມ່ວງ​ຫິມະ​ພານ 107,4 ເຮັກຕາ, ປູກ​ໄມ້​ອຸດສາ​ຫາ​ກຳ 12.337 ເຮັກຕາ, ໃນ​ໜຶ່ງ​ປີຜ່ານມາ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ, ລ້ຽງສັດ, ໂຮງງານ​ດິນບ໋ອກ, ໂຮງງານ​ນ້ຳ​ດື່ມ, ໂຮງສີ​ເຂົ້າ ແລະ ບໍລິການ​ອື່ນໆລວມ​ທັງ​ໝົດ 3,5 ຕື້ກວ່າ​ກີບ, ເຊິ່ງ​ທຶນຮອນດັ່ງກ່າວ​ໄດ້​ສົມທົບ​ກັບ​ງົບປະມານທີ່​ຂັ້ນ​ເທິງ​ສະໜອງ​ໃຫ້​ໝູນ​ໃຊ້ເຂົ້າໃນ​ວຽກງານ​ລວມ​ ແລະ ປະຕິບັດ​ນະໂຍບາຍຕ່າງໆ​ ໃນ​ນີ້ໄດ້ກໍ່ ສ້າງ​ກະລາ​ລົດກອງພັນ 565 ສຳເລັດ 100% ແລະ ຍັງມີ​ຫຼາຍ ​ບ່ອນ​ພວມ​ດຳເນີນ​ການ​ກໍ່ສ້າງ​ແນໃສ່​ເຮັດ​ໃຫ້​ລະບົບ​ຄ້າຍ​ຄູ​ຫົວ ໜ່ວຍ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 5 ເຂົ້າ​ສູ່​ລະບົບ​ແບບແຜນ​ວັດທະນາ​ທຳ​ຈົບງາມ. ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ​ໄດ້​ປະສານ​ສົມທົບ​ແໜ້ນ​ກັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດໄດ້ພົວພັນປະສານງານ ກັບ ​ສສ ຫວຽດນາມ ​ເວົ້າ​ສະ ເພາະ ກອງ​ບັນຊາ​ການ​ທະຫານ​ ເຂດ 5 ກອງທັບ​ປະຊາຊົນ ຫວຽດນາມ ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ ແລະ​ ການ​ພົວພັນ​ດ້ານ​ອື່ນໆ​ທີ່​ສອງ​ກົມ​ກອງ​ພວກ​ເຮົາ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ໃຫ້​ ນັບມ​​ື້​ກ້າວ​ສູ່​ລ່ວງ​ເລິກ. ສັງ​ລວມ​ແລ້ວ​ການຈັດຕັ້ງ​ປະຕິບັດ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ນັ້ນ​ ຢູ່​ໃນ​ກົມ​ກອງ​ພວກ ​ເຮົາ​ສາມາດ​ສ້າງ​ໄດ້ຜົນ​ງານ ຫຼາຍດ້ານ​ທີ່​ພົ້ນ​ເດັ່ນ​ເປັນຕົ້ນ​ແມ່ນ ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະ ພາບ​ມີ​ຄວາມ​ສະຫງົບ, ການ​ປັບ ປຸງ​ກໍ່ສ້າງ​ກຳລັງ​ມີ​ຄວາມ​ເຂັ້ມ ແຂງ, ຮັບປະກັນ​ວຽກ​ງານ​ຄຸ້ມ​ຄອງ​ພາຫະນະ​ອາວຸດ​ ກະສຸນ​ ແລະ ທ່າແຮງ​ໃນ​ການ​ສ້າງ​ພະ ລາທິການ​ກັບ​ທີ່​ຍູ້​ແຮງ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ ແລະ ​ສູ້​ຮົບ​ມີ​ໄຊ​ ແລະ​ ຂົງເຂດ​ວຽກ​ງານ​ອື່ນ​ກໍໄດ້​ຮັບ​ການ​ແກ້​ໄຂ ​ແລະ ​ເຮັດ​ສຳ ເລັດ​ເປັນ​ກ້າວໆ​ມາ. ​ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ