ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງຈຳປາສັກ
ເວລາອອກຂ່າວ: 2023-03-20 16:09:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ໃນວັນ 17 ມີນາ 2023 ນີ້. ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງຈຳປາສັກ.ໂດຍທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການກົມການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ ພ້ອມພະນັກງານຫຼັກແຫຼ່ງທົ່ວແຂວງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ສະແດງສະຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານຫຼັກແຫຼ່ງໃນທົ່ວແຂວງຈຳປາສັກ ໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນໃຫ້ສືບຕໍ່ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາດ້ານການເມືອງ-ແນວຄິດ ໃຫ້ຫລາຍຂຶ້ນກວ່າເກົ່າ, ສ້າງເງື່ອນ ໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງໃຫ້ພະນັກງານນໍາພາ, ຫຼັກແຫຼ່ງ ຂອງພັກ-ລັດ ມີຄວາມເປັນເອກະພາບສູງ ດ້ານແນວຄິດ ແລະ ການກະທຳ. ພ້ອມກັນນັ້ນ, ພະນັກງານນໍາພາຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນແບບຢ່າງນໍາໜ້າ ໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະໜ່ວຍພັກ ເພື່ອຮັບປະກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.ສຳລັບ ການກະກຽມກອງປະຊຸມ 3 ຂັ້ນ ໂດຍລວມແມ່ນຍັງຮັກສາການຈັດຕັ້ງປະຕິບັດ ໂດຍສະເພາະ ດ້ານເນື້ອໃນ ໃຫ້ເອົາໃຈໃສ່ໃນຂັ້ນຮາກຖານ ການພັດທະນາບ້ານ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ພັດທະນາຕາມຈຸດພິເສດ, ທ່າແຮງໃນດ້ານເສດຖະກິດ-ສັງຄົມ, ຕ້ອງພັດທະນາໃຫ້ເທົ່າທຽມສະເໝີກັນໃນທຸກພາກສ່ວນ ແລະ ການກະກຽມກອງປະຊຸມຄົບຄະນະພັກແຂວງຈຳປາສັກ ກາງສະໄໝ ໃຫ້ຈັດຕັ້ງປະຕິ ບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິ ຫານງານພັກແຕ່ລະຂັ້ນ ເລກທີ 268/ຄລສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ຄຈສພ ເພື່ອຮັບປະກັນການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ. ໂອກາດດຽວກັນນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກໍ່ໄດ້ລາຍງານໂດຍສັງເຂບ ກ່ຽວກັບ ການຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ການດໍາເນີນກອງປະຊຸມກາງສະໄໝ ຂອງ 12 ອົງຄະນະພັກ ແລະ ການນຳພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໄດ້ສໍາເລັດການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວແຂວງ ໄປພ້ອມກັບການສັບຊ້ອນ, ຈັດວາງພະນັກງານທີ່ຢູ່ໃນແຜນກຳນົດ ຂັ້ນເມືອງ-ນະຄອນຄຸ້ມຄອງ; ສຳເລັດການປັບປຸງກົງຈັກການຈັດຕັ້ງ ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ, ປັບປຸງຂະແໜງການ ທີ່ຂຶ້ນກັບພະແນກ 191 ຂະແໜງ, ເປັນ 151 ຂະແໜງ ແລະ 4 ໜ່ວຍງານ ສຳເລັດຕາມແຜນ; ຢູ່ຂັ້ນເມືອງ ສຳເລັດການປັບປຸງບັນດາໜ່ວຍງານ ທີ່ຂຶ້ນກັບຫ້ອງການຂອງເມືອງ, ນະຄອນ, ພ້ອມນັ້ນ ກໍໄດ້ຈັດວາງ ສັບຊ້ອນບຸກຄະລາກອນເຂົ້າໃສຕຳແໜ່ງງານຕ່າງໆ ຕາມທິດກະທັດຮັດສົມເຫດສົມຜົນ. ຂ່າວ: ທັດຊະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ