ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສະຫະພັນ​ແມ່ຍິງ ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2 ເປີດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ Vll
ເວລາອອກຂ່າວ: 2023-03-21 08:37:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 583 | ຄວາມນິຍົມ:



ໃນ​ວັນ​ທີ 14 ມີນາ 2023 ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2 ໄດ້​ເປິດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ Vll, ໂດຍມີ ສະຫາຍ ພັນ​ໂທ ນາງ ຄຳ​ຜູ ພັນທະ​ວົງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ​ ກອງ​ພົນ​ທີ 2, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະ ນະ​ໜ່ວຍ, ສະມາຊິກ​​ແມ່ຍິງ ແລະ ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມ.    ສະຫາຍ ພັນ​ຕີ ນາງ ຄຳ​ປອນ ທິດາ​ລັກ ເລຂາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2 ໄດ້​​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ, ເຊິ່ງ​ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ເປັນຕົ້ນ​ແມ່ນ​ເຮັດ​ໃຫ້​ສະມາຊິກ​ແມ່ຍິງ​ມີ​​ແນວ​ຄິດ​ຕື່ນ​ຕົວປະກອບສ່ວນ​ເຂົ້າ​ທຸກ​ວຽກ​ງານ​ຂອງ​ກົມ​ກອງ,  ໄລຍະ 5 ປີຜ່ານມາ, ຄະນະ​ໜ່ວຍ​ແມ່ຍິງ​ໄດ້​ເອົາໃຈໃສ່​ຊຸກຍູ້​ວຽກ​ງານ​ພັດທະນາ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດ້ວຍ​ການ​ປູກຝັງ-ລ້ຽງ ສັດ, ຂາຍເຄື່ອງ​ຍ່ອຍ ສ້າງ​ແຫຼ່ງ ​ລາຍ​ຮັບ​ເຂົ້າ​ຄັງ​ລວມ ໄດ້ 29.550.000 ກີບ, ມີ​ເງິນ​ກອງ​ທຶນ​ທັງ​ໝົດ 9.500.000 ກີບ. ຈາກ​ຜົນງານ​ດັ່ງກ່າວ ສະມາຊິກ​ແມ່ຍິງ​ໄດ້​ຮັບ​ການ​ຍ້ອງຍໍ ຄື: ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ ຊັ້ນ III ຈຳ​ນວນ 6 ສະຫາຍ, ຫຼຽນ​ກາ​ແຮງ​ງານ ຈຳນວນ 9 ສະຫາຍ, ຮັບ​ນາມມະ​ຍົດ 4 ບຸກ ຈຳນວນ 11 ສະຫາຍ  ແລະ ໃບ​ຍ້ອງຍໍ​ປະເພດ​ຕ່າງໆ 15 ໃບ, ສ້າງ​ໄດ້​ພົນລະເມືອງ​ດີ 18 ສະຫາຍ, ພັດທະນາ​ດີ 17 ສະຫາຍ, ສ້າງ​ຄອບຄົວ​ດີ 17,  ສະຫາຍ, ແມ່ຍິງ 3 ດີ ປະເພດ l ຈຳນວນ 17 ສະຫາຍ. ຈາກ​ ນັ້ນ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ​ໃນຕໍ່ໜ້າ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ຊຸດ​ໃໝ່ ເພື່ອ​ສືບຕໍ່​ນຳພາ-ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ໃນ​ຊຸມ​ປີ​ຕໍ່ໜ້າ​ໃຫ້​ມີ​ຜົນ​ສຳເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ