ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ສາລະ​ວັນ ສະຫຼຸບ​ວຽກ​ງານ​ພະ​​ລາທິ​ການ ປະຈຳ​ປີ 2022
ເວລາອອກຂ່າວ: 2023-03-21 08:52:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:



ວັນ​ທີ 16 ມີນາ 2023 ນີ້ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ພະລາ​ທິ​ການ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປີ 2023 ໂດຍ ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸ​ລິ​ຄອນ ລີດ​ແສນ​ຫວັງ ຄະນະ​ພັກ​ກອງ​ບັນຊາ​ການ ຫົວ ໜ້າ​ຫ້ອງ​ພະລາທິການ ທະຫານ​ ແຂວງ​ສາລະ​ວັນ, ມີ​ຄະນະ​ພັກ- ຄະນະ​ບັນຊາ​ພະນັກງານ​ຫຼັກ​ແຫຼ່ງຕະຫຼອດ​ຮອດ ​ພະນັກງານ-ນັກ ຮົບ​ເຂົ້າ​ຮ່ວມ. ບົດ​ສະຫຼຸບ​ທັງ​ສອງ​ພາກ ເຊີ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ຊີ້​ນຳ​ຮອບດ້ານ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ທົ່ວ​ກົມ​ກອງ​ໄດ້​ຮັບ​ຮູ້​ເຂົ້າໃຈ​ຕໍ່​ວຽກ​ງານ​ກຸ້ມ​ຕົນ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ຍົກ​ສູງ​ທາງ​ດ້ານ​ການເມືອງ-ນໍາພາ​ແນວ​ຄິດ​ມີ​ຄວາມ​ເຊື່ອ​ໝັ້ນ​​ແນວທາງ​ຂອງ​ພັກ-ລັດ ປະກອບສ່ວນ ​ເຮັດ​ໜ້າ​ຢ່າງ​ຕັ້ງໜ້າ ແລະ ເຮັດ​ສຳເລັດ​ໜ້າທີ່ຕິດ​ພັນ​ກັບ​ວຽກ​ງານ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ຮັບປະກັນ ລະບົບ​ອັດຕາ​ທີ່​ຂັ້ນ​ເທິງ​ໄດ້​ກຳນົດ​ໃຫ້ສະໜອງ​ເຂົ້າ​ກິນ​ 678.444 ກິ​ໂລກຣາມ, ເບີກ​ຈ່າຍ​ນໍ້າແອັດ​ຊັງ 1.175 ລິດ, ກາ​ຊວນ 9.279 ລິດ, ວຽກ​ງານ​ຂົນສົ່ງ​ແລ່ນ​ລົດ 55 ຖ້ຽວ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ແລະ ໄຂ້ຍຸງ​ໄດ້ 13 ກົມ​ກອງ ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 379 ສະຫາຍ ໄດ້​ຮັບ​ວັກ​ຊີນ​ປ້ອງ​ກັນ​ພະຍາດ ​ໂຄ​ວິດ-19 ແຕ່​ເຂັມ​ທີ 1-4 ໄດ້ 2.342 ໂດຍ ​ ໄດ້​ສັກຢາ​ໃຫ້​ກົມ​ກອງ​ສຳເລັດ 100%, ໄດ້​ຮ່ວມ​ບໍລິຈາກ​ເລືອດ​ກັບ​ອົງການ​ກາແດງ​ມີ​ຜູ້​ເຂົ້າ​ຮ່ວມ 460 ສະຫາຍ ​ໄດ້​ຮັບ​ເລືອດ 263 ຖົງ ປິ່ນ​ປົວ​ຄົນ​ເຈັບ​ພາຍ​ໃນ ແລະ ການ​ບໍລິການ​ຂອງ​ໂຮງໝໍ​ກົມ​ກອງ​ມີ​ທັງ​ໝົດ 3.898 ເທື່ອ​ຄົນ, ເປັນ​ທະຫານ 1.643 ເທື່ອ​ຄົນ, ຄອບຄົວ​ທະຫານ 625 ເທື່ອ​ຄົນ, ເດັກນ້ອຍ 262 ເທື່ອ​ຄົນ, ປະຊາຊົນ 1.229 ເທື່ອ​ຄົນ, ປິ່ນ​ປົວ​ດີ 402 ເທື່ອ​ຄົນ, ປະຕິບັດ​ຕາມ​ທິດ​ຊີ້​ນຳ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ເຊີ່ງ​ມີ​ເນື້ອທີ່​ທຳ​ການ​ຜະລິດ ​ທັງ​ໝົດ 174,2 ເຮັກຕາ, ເນື້ອທີ່​ປູກຝັງ 29.062 ເຮັກ​ຕາ ສາມາດ​ປູກ​ຜືດ​ຜັກ​ໄດ້ 162.053 ກິ​ໂລກຣາມ, ປູກ​ພືດ​ເປັນ​ສິນຄ້າ​ໄດ້ 26.753 ກິ​ໂລກຣາມ, ປູກ​ຕົ້ນໄມ້​ກິນ​ໝາກ 2,703 ຕົ້ນ, ປູກ​ຕົ້ນໄມ້​ອຸດສາຫະກຳ​ໄດ້ 4.180 ຕົ້ນ, ມີ​ສັດລ້ຽງ​ປະເພດ ຄວາຍ 13 ໂຕ, ງົວ 492, ລ້ຽງ​ໝູ 634 ໂຕ, ແບ້ 88 ໂຕ, ລ້ຽງສັດ​ປີກ7.223 ໂຕ, ປະເພດ​ສັດ​ນ້ຳ ແລະ ເຄິ່ງ​ບົກ​ເຄິ່ງ​ນ້ຳ​ມີ 25.563 ໂຕ ສາມາດ​ຜະລິດ​ ດ້ານ​ຊີ້ນ​ໄດ້ 4.551 ກິ​ໂລກຣາມ, ທຽບໃສ່​ແຜນການ​ການ​ປະຈຳ​ປີ​ປະຕິບັດ​ໄດ້ 52,79%. ນອກຈາກ​ນັ້ນ, ​ກົມ​ກອງ​ຍັງ​ສ້າງ​ພື້ນຖານ​ການ​ຜະລິດ-ທຸລະ​ກິດ​ໃຫ້​ກົມ​ກອງ​ຈາກ​ການ​ບໍລິການ​ເປັນຕົ້ນ, ໂຮງແຮມ, ໂຮງໝໍ ແລະ ໂຮງງານ​ດິນ​ບ໋ອກ​ອື່ນໆ​ອີກ, ລາຍ​ຮັບ​ຈາກ​ການ​ລ້ຽງ​ຜ່ານ​ການຈັດຕັ້ງ​ປະຕິບັດ​ສາມາດ​ສັງ​ລວມ​ລາຍ​ຮັບໄດ້​ຈາກ​ການ​ລ້ຽງ 1.126.815.000 ກີບ, ຮັບ​ຈາກ​ການ​ປູກຝັງ 2.060.395.000 ກີບ, ໂຮງສີ 349.955.000 ກີບ, ​ຮ້ານ​ອາຫານ ແລະ ​ບ້ານ​ພັກ 165.277.000 ກີບ, ລວມ​ລາຍ​ຮັບ​ທັງ​ໝົດ 4.548.505.000 ກີບ ໂດຍ: ພອນ​ມະນີ ລັດ​ສະ​ໜີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ