ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ສະຫຼຸບວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2023-03-21 09:05:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ວັນທີ 16 ມີນາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກ, ຄະນະພັກ ວປກ, ຄະນະພັກຮາກຖານ, ພະນັກງານຫຼັກແຫ່ງ ແລະ ສະມາຊິກພັກ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ, ຄະນະພັກ ວປກ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ແຕ່ລະຮາກຖານພັກຢ່າງຕໍ່ເນື່ອງ, ບັນດາການຈັດຕັ້ງຮາກຖານພັກ ທົ່ວ ວປກ ກໍໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິຄຳສັ່ງຂອງຂັ້ນເທິງ, ຫັນເປັນແຜນການ, ປະຕິບັດຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນທາງດ້ານຈຳນວນ ແລະ ຄຸນນະພາບສູງ, ທົ່ວອົງຄະນະພັກ ວປກ ສາມາດສະເໜີຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນມີ 19 ໜ່ວຍພັກ, ໃນນັ້ນ, ຮັບຮອງ 4 ຄັ້ງຕິດຕໍ່ກັນມີ 13 ໜ່ວຍພັກຄື: ໜ່ວຍພັກກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ, ໜ່ວຍພັກທີ 2, ທີ 3. ກົມການເມືອງ, ໜ່ວຍພັກທີ 1, ທີ 2, ທີ 3. ກົມອົບຮົມ-ກໍ່ສ້າງ, ໜ່ວຍພັກທີ 2, ທີ 3. ກົມພະລາ-ເຕັກນິກ, ໜ່ວຍພັກທີ 1, ທີ 3. ຫ້ອງການ ວປກ, ໜ່ວຍພັກອົງການຮັບຜິດຊອບນັກສຶກສາລະບົບບຳລຸງ, ໜ່ວຍພັກອົງການຮັບຜິດຊອບນັກສຶກສາລະບົບກໍ່ສ້າງ ແລະ ໜ່ວຍພັກອົງການຮັບຜິດຊອບນັກສຶກສາລະບົບພາສາຕ່າງປະເທດ. ຮັບຮອງ 3 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກຄື: ໜ່ວຍພັກກອງຮ້ອຍປ້ອງກັນທີ່ຕັ້ງ ແລະ ຮັບຮອງໃໝ່ມີ 5 ໜ່ວຍພັກຄື: ໜ່ວຍພັກຫ້ອງການໂຄງການຫລັກສູດ, ໜ່ວຍພັກຫ້ອງການເໜືອມະຫາ, ໜ່ວຍພັກໂຮງໝໍ 15 ຕຽງ, ໜ່ວຍພັກກອງໂສດ ແລະ ໜ່ວຍພັກທີ 4 ຫ້ອງການ ວປກ. ຈາກນັ້ນ, ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກໍໄດ້ເປັນກຽດມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນດາໜ່ວຍພັກດັ່ງກ່າວຢ່າງສົມກຽດ. ໂດຍ: ບົວລາ ສໍລາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ