ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍປະສານງານຊາຍແດນ ບໍລິຄຳໄຊ-ບຶງການ ລາດຕະເວນຮ່ວມທາງນ້ຳ ຕາມລຳແມ່ນ້ຳຂອງ
ເວລາອອກຂ່າວ: 2023-03-21 09:21:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1857 | ຄວາມນິຍົມ:



ວັນທີ 16 ມີນາ 2023 ນີ້ ໜ່ວຍປະສານງານຊາຍແດນ ລາວ-ໄທ ບໍລິຄຳໄຊ-ບຶງການ ໄດ້ດຳເນີນການລາດຕະເວນທາງນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ແຂວງບໍລິຄຳໄຊ ກັບ ຈັງຫວັດບຶງການ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ຫົວໜ້າໜ່ວຍປະສານງານຊາຍແດນ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ພົນຕີ ນໍລະທິບ ໂພຍນອກ ຜູ້ບັນຊາການກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ ບຶງການ-ບໍລິຄຳໄຊ ມີຜູ້ແທນ ແລະ ວິຊາການທີ່ກ່ຽວຂ້ອງ 2 ຝ່າຍ ເຂົ້າຮ່ວມ. ໂອກາດນີ້ປະທານຮ່ວມສອງຝ່າຍກໍ່ໄດ້ຜັດປ່ຽນກັນກ່າວເປີດການລາດຕະເວນທາງນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ແລະ ໄດ້ອະທິບາຍບັນດາເນື້ອໃນຂັ້ນຕອນການປະສານງານ ກໍ່ຄືຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ທັງນີ້ກໍ່ເພື່ອແນໃສ່ຮັບປະກັນໃຫ້ການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ທັງເປັນການສະແດງໃຫ້ເຫັນເຖີງການພົວພັນຮ່ວມມືທີ່ດີຂອງທັງ 2 ປະເທດ ກໍ່ຄືແຂວງ ບໍລິຄຳໄຊ ກັບ ຈັງຫວັດບຶງການ ໃນການແກ້ໄຂບັນຫາຕ່າງໆຕາມຊາຍແດນ ເປັນຕົ້ນກໍ່ແມ່ນບັນຫາ ຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າອອກເມືອງຜິດກົດໝາຍ ຕະຫຼອດຮອດບັນຫາອາດສະຍາກຳ ຕາມລຳແມ່ນ້ຳຂອງ ເຂດແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ ແນໃສ່ເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີຄວາມຮ່ວມມື ແລະ ມີການພັດທະນາຮ່ວມກັນຢ່າງຍືນຍົງ. ຈາກນັ້ນກໍ່ໄດ້ເປີດພິທີລາດຕະເວນທາງນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການ ຢູ່ສະໜາມກາງແຈ້ງ ພ້ອມທັງດຳເນີນການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ບໍລິຄຳໄຊ-ບຶງການຢ່າງເປັນທາງການ ໂດຍມີເຮືອເຂົ້າຮ່ວມການລາດຕະເວັນ 9 ລຳໃນນັ້ນເຮືອລາວ 4 ລຳ ແລະ ເຮືອໄທ 5 ລຳ. ຂ່າວ-ພາບ ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ