
ພັກປະຊາຊົນປະຕິວັດລາວ ຖືເອົາລັດທິມາກ-ເລນິນ ເປັນພື້ນຖານແນວຄິດທິດສະດີຂອງພັກ
ເວລາອອກຂ່າວ: 2023-03-22 08:22:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1886 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ເລຂາ ຄະນະພັກ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ໄດ້ໃຫ້ທັດສະນະວ່າ: ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 22 ມີນາ 1955, ຈຸດປະ ສົງຂອງພັກແມ່ນນຳພາປວງຊົນລາວທັງຊາດດຳເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະ ໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່່ອລະກ້າວ; ພັກປະຊາ ຊົນປະຕິວັດລາວຖືເອົາທິດສະດີມາກ-ເລນິນເປັນພື້ນຖານແນວຄິດທິດສະດີແຫ່ງການນຳພາ-ຊີ້ນຳໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຖືເອົາຫຼັກການລວມສູນປະຊາທິ ປະໄຕຂອງພັກ, ນຳພາເປັນໝູ່ ຄະນະແບ່ງວຽກໃຫ້ບຸກຄົນຮັບ ຜິດຊອບຢ່າງຂາດຕົວ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ ຄວາມສາມັກຄີປອງດອງເປັນອັນ ໜຶ່ງອັນດຽວ, ຖືເອົາການຕຳນິ ຕິຊົມກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນກົດເກນແຫ່ງການເຄື່່ອນໄຫວແຫ່ງການນຳພາ-ຊີ້ນຳຂອງພັກ, ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກເຂົ້າສູ່ຊີວິດຕົວຈິງ.
ພັກປະຊາຊົນປະຕິວັດລາວເປັນອົງການຈັດຕັ້ງສູງສຸດໃນລະບົບການເມືອງ, ເປັນກອງນຳໜ້າ ແລະ ເປັນຕົວແທນສິດແຫ່ງຜົນປະໂຫຍດຂອງຊົນຊັ້ນກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກປະຊາຊົນປະຕິວັດລາວໄດ້ນຳພາປວງຊົນລາວບັນດາເຜົ່າ ແລະ ກຳລັງປະ ກອບອາວຸດເຮັດສຳເລັດໜ້າທີ່ໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນ ຄົງ.
ພັກປະຊາຊົນປະຕິວັດລາວແມ່ນເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ເວລາໃດພັກກໍຖືຜົນປະໂຫຍດຂອງຊາດເປັນກົກ ແລະ ເໜືອກວ່າຜົນປະໂຫຍດຂອງຊາດເປັນອັນສູງສົງ ແລະ ສູງກວ່າຜົນປະໂຫຍດຂອງຊົນຊັ້ນ.
ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ: ນັບ ແຕ່ມື້ກຳເນີດຈົນມາຮອດປັດຈຸບັນ(22 ມີນາ1955-22 ມີນາ 2023) ຄົບຮອບ 68 ປີ ເວ ລາ
ໃດພັກກໍຖືເອົາລັດທິມາກ-ເລນິນ ເປັນອາວຸດອັນແຫຼມຄົມແຫ່ງການນຳພາ-ຊີ້ນຳລະບອບໃໝ່ ໄວ້ໃຫ້ໝັ້ນຄົງ, ສ້າງການຫັນ ປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ແກ່ການບູ ລະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ກ້າວເດີນຕາມຈຸດໝາຍ ສັງຄົມນິຍົມຢ່າງໜັກແໜ້ນເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ,
ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ, ສືບຕໍ່ນຳພາ-ຊີ້ນຳກອງທັບກ້າວຂຶ້ນເປັນກອງທັບທີ່ມີແບບແຜນທັນສະໄໝເທື່ອລະກ້າວ.
ໂດຍ: ພັນເອກ ປອ ສະແຫວງ ແດນນາມົນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ