
ປະທານບໍລິສັດ ມາສເຕີເທຣດລາວ ຈຳກັດ ມອບເຄື່ອງໃຊ້ຫ້ອງການໃຫ້ກອງພັນ 15 ເຄມີ
ເວລາອອກຂ່າວ: 2023-03-22 08:43:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:
ວັນທີ 20 ມີນາ 2023 ນີ້, ທ່ານ ນາງ ໂບພິຈິກາ ປະດາວົງ ປະທານບໍລິສັດ ມາສເຕີເທຣດລາວ ຈຳກັດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງໃຊ້ຫ້ອງການ ແລະ ເຄື່ອງກິລາຈຳນວນໜຶ່ງ ລວມມູນຄ່າທັງໝົດ 15 ລ້ານກີບ ໄປມອບໃຫ້ ກອງພັນ 15 ເຄມີ ກົມເຄມີ ກົມໃຫຍ່ເສນາທິການກອງທັບ, ກ່າວຮັບໂດຍ ສະຫາຍ ພັນເອກ ທຽມ ຫອມຊະນະ ຫົວໜ້າກົມເຄມີ ກົມໃຫຍ່ເສນາທິການກອງທັບພ້ອມຄະນະ.
ໂອກາດດັ່ງກ່າວ ສະຫາຍພັນເອກ ທຽມ ຫອມຊະນະ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະພັນຊາ ກອງພັນເຄມີ 15 ກ່າວຄຳຂອບໃຈມາຍັງ ທ່ານ ນາງ ໂບພິຈິກາ
ປະດາວົງ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາເຄື່ອງໃຊ້ຫ້ອງການ ແລະ ເຄື່ອງກິລາມາມອບໃຫ້ ກອງພັນ 15 ເຄມີໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວເຂົ້າໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສຸງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ