ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມ ວປກ ສະຫຼຸບວຽກງານກອງທຶນປະຈຳປີ 2022
ເວລາອອກຂ່າວ: 2023-03-22 09:10:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ວັນທີ 17 ມີນາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ດໍາເນີນກອງປະຊຸມສະຫຼຸບວຽກງານກອງທຶນຊາວໜຸ່ມປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີຄະນະພັກ- ຄະນະບັນຊາ 44 ຫົວໜ່ວຍ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວ ວປກ ເຂົ້າຮ່ວມ. ສະຫາຍ ພັນຕີ ອິນທີ ໄຊຍະລາດ ຫົວໜ້າພະແນກຊາວໜຸ່ມ ວປກ. ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການປະຕິບັດວຽກງານກອງທຶນຊາວໜຸ່ມປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023. ເຊິ່ງໄດ້ປະຕິບັດຕາມແຜນການກອງທຶນປີ 2022 ຂອງພະແນກຊາວໜຸ່ມ ແລະ ການຊີ້ນໍາຂອງຄະນະພັກ-ຄະນະບັນຊາກົມການເມືອງ ວປກ, ເພື່ອສືບຕໍ່ສ້າງ ແລະ ປັບປຸງກອງທຶນໃຫ້ຕໍ່ເນື່ອງ ແລະ ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ. ຄະນະກອງທຶນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກກອງທຶນ ມີຄວາມສະຫງົບອຸນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດວຽກຕາມແຜນການ, ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ, ມີຄວາມໂປ່ງໃສຂາວສະອາດ, ມີຄວາມຍຸດຕິທຳ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ສະມາຊິກກອງທຶນ, ສະມາຊິກກອງທຶນທຸກໆສະຫາຍກໍ່ໄດ້ມີຄວາມຕື່ນຕົວຫ້າວຫັນໃນການປະຕິບັດລະບຽບຂອງກອງທຶນ, ເຫັນໄດ້ຄວາມສຳຄັນຂອງວຽກງານກອງທຶນ ເຊິ່ງສະແດງອອກມີຈໍານວນສະມາຊິກເຂົ້າຮ່ວມກອງທຶນທັງໝົດ 544 ສະຫາຍ, ມີເງິນຝາກກອງທຶນຍົກມາປີ 2022 ຈຳນວນ 231.156.000 ກີບ, ສະເພາະເງິນຝາກແຕ່ເດືອນ 1-12 ປີ 2022 ມີເງິນຝາກທັງໝົດ 144.429.000 ກີບ, ລວມເງິນຝາກໝູນວຽນທັງໝົດ 375.585.000 ກີບ, ໃນນີ້ສະມາຊິກຖອນເງິນປີ 2022 ຈຳນວນ 47.690.000 ກີບ, ລວມເງິນຝາກທັງໝົດທີ່ຍັງເຫຼືອຍົກໄປປີ 2023 ມີ 327.895.000 ກີບ ແລະ ຈໍານວນເງິນທີ່ສະມາຊິກຊາວໜຸ່ມກູ້ຢືມມີ 266.171.500 ກີບ, ດອກເບ້ຍທີ່ເກັບໄດ້ທັງໝົດປີ 2022 ມີ 31.871.000 ກີບ, ດອກເບ້ຍປັນຜົນປີ 2022 ມີ 31.871.000 ກີບ. ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ເພື່ອພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ, ສືບຕໍ່ປັບປຸງວຽກງານກອງທຶນຊາວໜຸ່ມໃຫ້ມີຄຸນນະພາບ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ. ຕອນທ້າຍສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມເຊື່ອມຊຶມກຳແໜ້ນຂໍ້ກຳນົດກົດລະບຽບຂອງກອງທຶນຊາວໜຸ່ມໃຫ້ແໜ້ນ ແລະ ປະຕິບັດໃຫ້ຖືກຕ້ອງ, ເປັນເຈົ້າການປຸກລະດົມໃຫ້ສະມາຊິກຊາວໜຸ່ມເຂົ້າຮ່ວມກອງທຶນ ເພື່ອເຮັດໃຫ້ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຊາວໜຸ່ມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ, ສືບຕໍ່ປະຕິບັດນະໂຍບາຍຕ່າງໆໃຫ້ທົ່ວເຖິງ, ຮັບປະກັນການກູ້ຢືມ ແລະ ນຳໃຊ້ໃຫ້ຖືກຕ້ອງຕາມກົດໝາຍ. ໂດຍ: ຮທ ນ ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ