
ຫົວໜ້າທີ່ປຶກສາກົມນະໂຍບາຍສາກົນອາຊີຕາເວັນອອກສ່ຽງໃຕ້ ກະຊວງປ້ອງກັນປະເທດ ອົດສະຕຣາລີ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ເວລາອອກຂ່າວ: 2023-03-22 10:08:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:
ໃນລະຫວ່າງວັນທີ 20-23 ມີນາ 2023 ນີ້, ທ່ານ ເດວິດ ເລວິສ ຫົວໜ້າທີ່ປຶກສາກົມນະໂຍບາຍສາກົນອາຊີຕາເວັນອອກສ່ຽງໃຕ້ ກະຊວງປ້ອງກັນປະເທດ ອົດສະຕຣາລີ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ
ລາວ ໂດຍການຕ້ອນຮັບຂອງ ທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໃນວັນທີ 21 ມີນາ 2023 ຢູ່ທີ່ກະຊວງປ້ອງກັນປະເທດ.
ທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ເດວິດ ເລວິສ ພ້ອມດ້ວຍຄະນະໃນຄັ້ງນີ້ ກໍແມ່ນອີກບາດກ້າວໜຶ່ງຂອງການຮັດແໜ້ນສາຍພົວພັນມິດຕະພາບ, ປົກປັກຮັກສາເສີມຂະຫາຍສາຍພົວພັນຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ອົດສະຕຣາລີ, ອົດສະຕຣາລີ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານ ເດວິດ ເລວິສ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບທີ່ດີຕໍ່ກັນທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງກອງທັບໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຈາກນັ້ນ, ສອງຝ່າຍກໍໄດ້ແລກປ່ຽນສະພາບການວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ເປັນຕົ້ນແມ່ນ ສະຫຼຸບຜົນການຮ່ວມມືໃນປີຜ່ານມາ ແລະ ວາງທິດທາງແຜນການປີຕໍ່ໄປ, ການສົ່ງນັກຮຽນເຂົ້າຮຽນໃນຫຼັກສູດຕ່າງໆທີ່ຝ່າຍອົດສະຕຣາລີສະໜອງໃຫ້, ການເດີນທາງໄປຢ້ຽມຢາມອົດສະຕຣາລີຂອງຄະນະກົມພົວພັນຕ່າງປະເທດ, ວຽກງານທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ວິທີຈັດຕັ້ງປະຕິບັດຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ແລະ ການກະກຽມດ້ານຕ່າງໆໃນການເປັນເຈົ້າພາບກອງປະຊຸມອາຊຽນປີ 2024 ພ້ອມທັງເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສຳລັບທິດທາງແຜນການຮ່ວມມືລະຫວ່າງສອງຝ່າຍໃນປີ 2023 ແມ່ນຈະສືບຕໍ່ແລກປ່ຽນຄະນະຜູ້ແທນການທະຫານຂັ້ນຕ່າງໆນຳກັນ, ທັງສອງຝ່າຍຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈຂອງສອງກະຊວງໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ,ສືບຕໍ່ເຂົ້າຮ່ວມເຝິກອົບຮົມພາສາອັງກິດ ແລະ ຫຼັກສູດຕ່າງໆຕາມການໃຫ້ທຶນທັງຢູ່ອົດສະຕຣາລີ ແລະ ຢູ່ວິທະຍາໄລວຽງຈັນເພື່ອກະກຽມບຸກຄະລາກອນດ້ານພາສາອັງກິດໃຫ້ແກ່ການເປັນເຈົ້າພາບກອງປະຊຸມອາຊຽນໃນປີ 2024, ຝ່າຍລາວຈະເດີນທາງໄປຢ້ຽມຢາມອົດສະຕຣາລີຕາມການສະເໜີໂຄງການແລກປ່ຽນ-ຢ້ຽມຢາມສິດເກົ່າອົດສະຕາລີ, ຝ່າຍລາວມີແຜນຈະສົ່ງພະນັກງານໄປປະຈຳ
ຢູ່ ຫ້ອງການທີ່ປຶກສາທູດປ້ອງກັນຊາດລາວ ທີ່ອົດສະຕຣາລີໃນປີ 2023, ສະເໜີຝ່າຍອົດສະຕຣາລີຊ່ວຍອຳນວຍຄວາມສະດວກບາງດ້ານຖ້າຝ່າຍລາວ ມີການສະເໜີ, ສືບຕໍ່ສົ່ງສານອວຍພອນວັນສຳຄັນຕ່າງໆຂອງຊາດ, ສອງກອງທັບ ແລະ ຈົດໝາຍສະແດງຄວາມຍິນດີຕ່າງໆເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ແລະ ສືບຕໍ່ຮັກສາການພົບປະກັນຢູ່ໃນເວທີສາກົນ ແລະ ພາກພື້ນໂດຍສະເພາະໃນຂອບເຂດກອງປະຊຸມອາຊຽນ. ກອງປະຊຸມໃນຄັ້ງນີ້ແມ່ນເປັນຂີດໝາຍອັນສຳຄັນໃນການຊຸກຍູ້ການພົວພັນຮ່ວມມືຂອງສອງຝ່າຍໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືປະຈຳປີຂອງສອງຝ່າຍກໍຄືບົດບັນທຶກຄວາມເຂົ້າໃຈ ທີ່ທັງສອງຝ່າຍຈະໄດ້ເຊັນກັນໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.
ໂອກາດມາຢ້ຽມຢາມ ແລະ ເຮັດວຽກງານຂອງ ທ່ານ ເດວິດ ເລວິສ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມທັງໄດ້ລາຍງານໃຫ້ຊາບກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ໂອກາດນີ້, ທ່ານຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ຕີລາຄາສູງ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນຕໍ່ ທ່ານຫົວໜ້າທີ່ປຶກສາກົມນະໂຍບາຍສາກົນອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍຄະນະ ໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງສອງກອງທັບກໍຄື ລາວ-ອົດສະຕຣາລີ, ອົດສະຕຣາລີ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ຈາກນັ້ນຄະນະກໍໄດ້ເດີນທາງໄປຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍການຕ້ອນຮັບຂອງ ທ່ານ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ ແລະ ໄດ້ຢ້ຽມຊົມບັນດາຫ້ອງຮຽນ ແລະ ສະຖານທີ່ປູກຕົ້ນໄມ້ມິດຕະພາບຂອງຮອງລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕຣາລີທີ່ມາຢ້ຽມຢາມລາວ . ຈາກນັ້ນ, ຄະນະຍັງໄດ້ເຂົ້າພົບປະຢ້ຽມຢາມກອງບັນຊາການທະຫານອາກາດຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ