ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ເມືອງ​ຜົ້ງ​ສາລີ ປະກາດ​ການ​ຈັດຕັ້ງຂັ້ນຕ່າງໆ
ເວລາອອກຂ່າວ: 2023-03-23 09:01:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 610 | ຄວາມນິຍົມ:



ໃນ​ວັນ​ທີ 15 ມີນາ 2023, ກອງ​ບັນຊາ​ການ​ທະຫານ​ເມືອງ​ຜົ້ງ​ສາລີ ແຂວງ​ຜົ້ງ​ສາລີ, ໄດ້​ປະກາດ​ການ​ແຕ່ງຕັ້ງ​ ແລະ ຍົກຍ້າຍ​ນາຍ​ທະຫານ, ໂດຍມີສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການທະຫານ​ແຂວງ​ຜົ້ງ​ສາລີ, ສະຫາຍ ພັນ​ໂທ ຄຳ​ດາ ມາລາ​ແສງ ຫົວໜ້າການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຜົ້ງ​ສາລີ, ມີຄະນະ​ພັກ-ຄະນະ​ບັນຊາກົມ​ກອງ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ວັນ​ຄຳ ສີວິໄລ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຜ່ານ​ຂໍ້​ ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຜົ້ງ​ສາລີ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ໜ້າທີ່​ຢູ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ຜົ້ງ​ສາລີ ໃນ​ນີ້, ໄດ້​ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ຕີ ເຫຼັກ​ງາ ອຸ່ນ​ມີ​ໄຊ ຫົວໜ້າ​ຂະແໜງ​ຈັດ​ຕັ້ງ​ພັກ ​ເປັນ​ຮອງ​ຫົວໜ້າ​ພະ​ແນກ​ພະລາທິການ, ສະຫາຍ ຮ້ອຍ​ເອກ ທອງ​ໄຊ ລັງ​ສຸ​ລິ​ເພັດ ເປັນ​ຫົວໜ້າ​ຂະແໜງ​ເສນາ​ຮັກ. ໃນ​ໂອກາດ​ກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ການ​ຍົກຍ້າຍ​ນາຍ​ທະຫານ​ອີກ​ຈຳນວນ​ໜຶ່ງ. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ