
ໂຮງໝໍສູນກາງ 103 ກອງທັບ ຈັດກອງປະຊຸມ ແລກປ່ຽນວິຊາການກ່ຽວກັບການຜ່າຕັດລະບົບປະສາດ
ເວລາອອກຂ່າວ: 2023-03-23 09:03:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:
ໃນວັນທີ 20 ມີນາ 2023, ໂຮງໝໍສູນກາງ 103 ກອງທັບ ສົມທົບກັບໂຮງໝໍຊີຈິງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດ ກອງປະຊຸມແລກປ່ຽນວິຊາການ ດ້ານການຜ່າຕັດລະບົບປະສາດ (ຜ່າຕັດສະໝອງ) ໃຫ້ຄົນເຈັບ ຈຳນວນ 5 ກໍລະນີ, ໂດຍ ຝ່າຍລາວນຳ ໂດຍ ສະຫາຍ ພັນເອກ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ແລະ ຝ່າຍຈີນ ນຳໂດຍ ສະຫາຍ ພົນຈັດຕະວາ ສຈ ປອ ຈຽງສຽວຟ່ານ ຫົວໜ້າພະແນກຜ່າ ຕັດລະບົບປະສາດ, ມີພະນັກ ງານວິຊາການຈາກພະແນກຜ່າ ຕັດລະບົບປະສາດ, ພະແນກ ລັງສີ, ພະແນກອານາປັດ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງ ທັບໄດ້ຍົກບັນຫາ 5 ກໍລະນີຄົນເຈັບທີ່ເປັນກ້ອນເບົ້າສະໝອງທີ່ໄດ້ຜ່າຕັດຢູ່ໂຮງໝໍສູນກາງ 103 ກອງທັບໃນໄລຍະຜ່ານມາ ເພື່ອແລກປ່ຽນທາງດ້ານວິຊາການກັບໂຮງໝໍຊີຈິງ ກອງທັບ ປົດປ່ອຍປະຊາຊົນຈີນ. ທັງສອງຝ່າຍໄດ້ເນັ້ນໃສ່ການບົ່ງມະຕິຮູບພາບດ້ວຍ MRI, ເຕັກນິກການຜ່າ ຕັດ, ການບົ່ງມະຕິພະຍາດຫຼັງຜ່າຕັດດ້ວຍຈຸລັງວິທະຍາ, ຂັ້ນຕອນການປິ່ນປົວຮັກສາຕໍ່ໃນກໍລະນີກ້ອນເບົ້າມະເຮັງກັບຈຸລັງຮ້າຍແຮງ. ໂດຍຜ່ານກອງປະ ຊຸມວິຊາການຄັ້ງນີ້, ວິຊາການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວໄດ້ມີໂອກາດສອບຖາມ, ຕັ້ງຄຳຖາມເຈາະຈິ້ມ ບັນດາສາດສະດາຈານ, ອາຈານຜູ້ທີ່ມີປະສົບການສູງທາງດ້ານການຜ່າຕັດລະບົບປະສາດ (ຜ່າຕັດສະໝອງ) ເພື່ອນຳໄປພັດທະ ນາເຕັກນິກວິຊາການກ່ຽວກັບການຜ່າຕັດລະບົບປະສາດຂອງໂຮງໝໍສູນກາງ 103 ກອງທັບໃຫ້ນັບມື້ມີຄວາມທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສະແຫວງໄຊ ດາລາສາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ