ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍ​ສູນ​ກາງ 103 ກອງທັບ ຈັດ​ກອງ​ປະຊຸມ ​ແລກປ່ຽນ​ວິຊາ​ການ​ກ່ຽວ​ກັບ​ການຜ່າຕັດ​ລະບົບ​ປະສາດ
ເວລາອອກຂ່າວ: 2023-03-23 09:03:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:



ໃນ​ວັນ​ທີ 20 ມີນາ 2023, ໂຮງໝໍ​ສູນ​ກາງ 103 ກອງທັບ ສົມທົບ​ກັບໂຮງໝໍ​ຊີ​ຈິງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ໄດ້​ຈັດ ​ກອງ​ປະຊຸມ​ແລກປ່ຽນ​ວິຊາ​ການ ​ດ້ານ​ການຜ່າຕັດ​ລະບົບ​ປະສາດ (ຜ່າຕັດ​ສະໝອງ) ໃຫ້​ຄົນ​ເຈັບ ຈຳນວນ 5 ກໍລະນີ, ໂດຍ​ ຝ່າຍ​ລາວ​ນຳ​ ໂດຍ ສະຫາຍ ພັນ​ເອກ ​ປອ ​ດຣ ສະແຫວງໄຊ ດາລາສາດ ຫົວໜ້າ​ການ​ທະຫານ​ໂຮງໝໍ​ສູນ​ກາງ 103 ກອງທັບ ແລະ ຝ່າຍ​ຈີນ ນຳ​ໂດຍ ສະຫາຍ ພົນ​ຈັດຕະວາ ​ສຈ ​ປອ ຈຽງ​ສຽວ​ຟ່ານ ຫົວໜ້າ​ພະ​ແນກ​ຜ່າ ຕັດ​ລະບົບ​ປະສາດ, ມີພະນັກ ງານ​ວິຊາ​ການຈາກພະ​ແນກຜ່າ ຕັດ​ລະບົບ​ປະສາດ, ພະ​ແນກ​ ລັງສີ, ພະ​ແນກ​ອານາ​ປັດ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວ ຂ້ອງເຂົ້າ​ຮ່ວມ. ໂຮງໝໍ​ສູນ​ກາງ 103 ກອງ ທັບໄດ້​ຍົກ​ບັນຫາ 5 ກໍລະນີ​ຄົນ​ເຈັບ​ທີ່​ເປັນ​ກ້ອນ​ເບົ້າ​ສະໝອງ​ທີ່​ໄດ້​ຜ່າຕັດ​ຢູ່​ໂຮງໝໍ​ສູນ​ກາງ 103 ກອງທັບໃນ​ໄລຍະ​ຜ່ານ​ມາ ເພື່ອ​ແລກປ່ຽນ​ທາງ​ດ້ານ​ວິຊາ​ການ​ກັບ​ໂຮງໝໍ​ຊີ​ຈິງ​ ກອງທັບ ​ປົດ​ປ່ອຍ​ປະຊາຊົນ​ຈີນ. ທັງ​ສອງ​ຝ່າຍໄດ້​ເນັ້ນ​ໃສ່​ການບົ່ງມະຕິ​ຮູບ​ພາບ​ດ້ວຍ MRI, ເຕັກນິກ​ການຜ່າ ຕັດ, ການບົ່ງມະຕິ​ພະຍາດ​ຫຼັງ​ຜ່າຕັດ​ດ້ວຍ​ຈຸ​ລັງ​ວິທະຍາ, ຂັ້ນ​ຕອນ​ການ​ປິ່ນປົວ​ຮັກສາ​ຕໍ່​ໃນ​ກໍລະນີ​ກ້ອນ​ເບົ້າ​ມະ​ເຮັງ​ກັບ​ຈຸ​ລັງ​ຮ້າຍ​ແຮງ. ໂດຍ​ຜ່ານ​ກອງ​ປະ ຊຸມ​ວິຊາ​ການ​ຄັ້ງ​ນີ້, ວິຊາ​ການ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ​ໄດ້​ມີ​ໂອກາດ​ສອບ​ຖາມ, ຕັ້ງ​ຄຳ​ຖາມ​ເຈາະ​ຈິ້ມ ບັນດາ​ສາດສະດາຈານ, ອາຈານ​ຜູ້​ທີ່​ມີ​ປະສົບ​ການ​ສູງ​ທາງ​ດ້ານ​ການຜ່າຕັດ​ລະບົບ​ປະສາດ (ຜ່າຕັດ​ສະໝອງ) ເພື່ອ​ນຳໄປ​ພັດທະ ນາ​ເຕັກນິກ​ວິຊາ​ການ​ກ່ຽວ​ກັບ​ການຜ່າຕັດ​ລະບົບ​ປະສາດ​ຂອງ​ໂຮງໝໍ​ສູນ​ກາງ 103 ກອງທັບ​ໃຫ້​ນັບ​ມື້​ມີ​ຄວາມ​ທັນ​ສະໄໝ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ສະແຫວງ​ໄຊ ດາລາສາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ