
ບັນດາຮາກຖານພັກຢູ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2023-03-23 09:12:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:
ໜ່ວຍພັກ ກອງພັນທີ 1 ໂຮງຮຽນກໍສ້າງນາຍສິບ ເລກ 2 ວຽງໄຊ: ຖືສຳຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ ພະນັກງານ-
ນັກຮົບ ໃຫ້ສອດຄ່ອງກັບຍຸກສະໄໝ, ກຳໄດ້ແນວທາງປ່ຽນແປງໄໝ່ຂອງພັກ-ລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຕ່າງໆຂອງກົມກອງ, ປະຕິບັດຄຳ
ສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງທັງ 4 ດ້ານ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ. ໃນນີ້, ສ້າງສະມາຊິກພັກແຂງໄດ້
19 ສະຫາຍ, ກາງ 1 ສະຫາຍ, ຂະຫຍາຍມະຊົນກ້າວໜ້າເຂົ້າເປັນສະມາຊິກພັກ 4 ສະຫາຍ, ສ້າງຊາວໜຸ່ມທີ່ເປັນພະນັກງານນຳໜ້າ 4 ບຸກໄດ້ 12 ສະຫາຍ. ພ້ອມນີ້, ໄດ້ຊຸກຍູ້ ພະນັກງານ-ນັກຮົບ ເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການປູກຝັງ-ລຽ້ງສັດ. ໃນນີ້, ປູກຜັກຊະນິດຕ່າງໆໄດ້
11.938 ກິໂລກຣາມ ເປັນເງິນ 35.814.000 ກີບ, ລຽ້ງໝູໄດ້ 12 ໂຕ. ນອກນີ້, ຍັງໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກພັກ-ພະນັກງານ-ນັກຮົບທີ່ເຈັບເປັນເຂົ້າໂຮງໝໍ ແລະ ອື່ນໆລວມເປັນເງິນ 18.263.000 ກີບ.
ໜ່ວຍພັກ ກອງຮ້ອຍທີ 2 ກອງພັນ 413 :ໄດ້ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກ, ຖືເປັນວຽກງານ
ສຳຄັນຢືນຢູ່ແຖວໜ້າ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂະບວນການຕ່າງໆປິ່ນອ້ອມກັບໜ້າທີ່ການເມືອງຂອງກົມກອງ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄປຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ພາຍໃນກົມກອງດ້ວຍການປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ໂດຍປະຕິບັດຕາມວຽກງານ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບວາງອອກ ດ້ວຍການເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງໄດ້ປູກພືດຜັກ ສາມາດຕອບສະໜອງເຂົ້າເຮືອນຄົວລວມໄດ້ 120 ກິໂລກຣາມຕໍ່ຄົນ
ຕໍ່ປີ, ປູກໝາກເດືອຍ ຜົນໄດ້ຮັບ ເປັນເງິນ 29.680.000 ກີບ, ລ້ຽງງົວ 7 ໂຕ, ລ້ຽງແບ້ 6 ໂຕ, ລ້ຽງສັດປີກ 253 ໂຕ ແລະ ການຫາລາຍໄດ້ບໍລິການອື່ນໆສາມາດສ້າງລາຍຮັບເຂົ້າຄັງ ລວມໄດ້ 53.020.000 ກີບ, ຄັດເລືອກຜົນງານສະມາຊິກພັກໄດ້ປະເພດແຂງ 11 ສະຫາຍ, ກາງ 1 ສະຫາຍ.
ໜວ່ຍພັກພະແນກປະສູດໂຮງໝໍບໍລິເວນ 107: ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ປະຕິບັດໄດ້ກົດລະບຽບ
ຂອງກົມກອງ ກໍຄື ຂອງກອງທັບ ກົດໝາຍຂອງລັດໄດ້ເປັນຢ່າງດີ, ມີຄວາມສາມັກຄີເປັນເອກະພາບຖືເອົາຫຼັກການລວມສູນປະຊາທິປະໄຕ, ມີແບບແຜນວິທີ
ເຮັດວຽກແບບວິທະຍາສາດ, ເຊິ່ງສະແດງອອກຄື: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III 2 ໜ່ວຍ, ຫຼຽນກາແຮງງານ 11 ໜ່ວຍ, ຮັບໃບຍ້ອງຍໍລັດຖະບານ, ກະຊວງ
ປ້ອງກັນປະເທດ, ແມ່ຍິງ 3 ດີ, ວິຊາການດີເດັ່ນ, ຄູສິດສອນດີເດັ່ນ, ຊາວໜຸ່ມ 4 ບຸກ ລວມ 75 ໃບ, ກວດພະຍາດຍິງ ແລະ ກວດເດັກນ້ອຍ 18.968 ເທື່ອຄົນ, ກວດທ້ອງແມ່ມານ ແລະ ສົ່ງເສີມດ້ານໂພສະນາການ 10.589 ເທື່ອຄົນ, ຮັບຄົນເຈັບເຂົ້ານອນລວມທັງ 2 ພະແນກການມີ 6.006 ຄົນ, ຊ່ວຍປະສູດລູກ 2.236 ຄົນ, ຜ່າຕັດກາງ ແລະຜ່າຕັດໃຫຍ່ 395 ເທື່ອຄົນ, ບໍລິການລູກຫ່າງ 3.137 ເທື່ອຄົນ, ສັກວັກຊີນເດັກ ແລະ ຜູ້ໃຫຍ່ 16.291 ເທື່ອຄົນ, ຢອດຢາເດັກ 10.306 ເທື່ອຄົນ.
ໜ່ວຍພັກ ກອງຮ້ອຍ 15: ໄດ້ ຍົກໃຫ້ເຫັນການຊີ້ນຳ-ນຳພາຂອງໜ່ວຍພັກໃນການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳຂອງພັກໂດຍປິ່ນອ້ອມ 4 ໜ້າ
ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໃນນີ້, ໄດ້ປັບປຸງກໍ່ສ້າງຮາກຖານການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບໃຫ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບ, ໄດ້ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຈັດຕັ້ງດຳເນີນຊີວິດການເມືອງເປັນກະຕິ, ມີສະມາຊິກພັກແຂງທັງໝົດ 43 ສະຫາຍ, ສ້າງສະມາຊິກພັກໄດ້ 36 ສະຫາຍ, ໄດ້ຮັບການເລື່ອນຊັ້ນ ຈຳນວນ 19 ສະຫາຍ.
ໜ່ວຍພັກ ກອງຮ້ອຍ 226 ທະຫານຫຼວງພະບາງ: ຜ່ານມາໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຊຸກຍູ້ພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ປະສານແໜ້ນກັບບັນດາບ້ານອ້ອມຂ້າງເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆຢູ່ຂອບເຂດກົມກອງຮັບຜິດຊອບ ໂດຍລວມແລ້ວມີຄວາມສະຫງົບປອດໄພ 100% ຕິດພັນກັບການປັບປຸງກໍ່ສ້າງພັກທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ແບບແຜນນຳພາຕາມ 5 ຫຼັກການ
3 ທິດນຳຂອງພັກ. ນອກນີ້, ຍັງໄດ້ສຸມໃສ່ກໍ່ສ້າງພະນັກງານ 3 ຮຸ່ນ. ພ້ອມກັນນີ້, ຍັງໄດ້ຊຸກຍູ້ເຮັດວຽກງານພະລາທິການກັບທີ່ຕາມທິດ ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງຕັ້ງທັບ ເຊິ່ງສາມາດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໄດ້ຕາມຄາດໝາຍທີ່ວາງໄວ້.
ໜ່ວຍພັກ ກອງຮ້ອຍ 18 ກອງພັນ 424 ກອງພັນໃຫຍ່ 497: ບົດລາຍງານການເມືອງທັງ 2 ພາກ ແລະ ໄດ້ຕີລາຄາຄືນບັນດາຜົນງານດ້ານດີ, ດ້ານອ່ອນ, ຂໍ້
ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ໃນການຊີ້ນຳ-ນຳພາ, ຫັນເອົາກຳລັງລົງສູ່ຮາກຖານຢ່າງແຂງແຮງ ຮັບປະກັນບໍລິເວນກົມກອງຕັ້ງທັບໃຫ້ມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍ ສ້າງຄວາມສະດວກເອື້ອອຳນວຍໃຫ້ແກ່ການພັດທະນາ-ເສດຖະກິດສັງຄົມຂອບເຂດກົມກອງຮັບຜິດຊອບ, ສຸມໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານໃຫ້ສົມກັບເປັນກຳລັງແຂງແກ່ນຂອງພັກ, ຂອງປະເທດຊາດ, ຕັ້ງໜ້າປັບປຸງກໍ່ສ້າງພັກ-ພະນັກງານ, ເສີມຂະຫຍາຍມູນເຊື້ອດຸໝັ່ນບົນຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ໄດ້ຮັບການຍົກສູງຂຶ້ນ ຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໜ້າທີ່ການເມືອງທີ່ພັກ-ລັດ, ປະຊາຊົນມອບໝາຍໃຫ້.
ໜ່ວຍພັກຫ້ອງການ ວິທະຍາຄານການແພດກອງທັບ: ໄດ້ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ນຳພາແນວຄິດ, ເຮັດໃຫ້ສະພາບກົມກອງມີຄວາມ
ສະຫງົບໃນທຸກດ້ານ, ຍຶດໝັ້ນອຸດົມການຂອງພັກ, ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ, ເອົາໃຈໃສ່ວຽກງານດຳເນີນຊີວິດການເມືອງປະຈຳໄຕມາດ ປະຈຳປີ ເປັນເຈົ້າການໃນການເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ກົດລະບຽບ ຂອງກອງທັບ, ວຽກງານກໍ່ສ້າງພັກ-ພະນັກງານ ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ 6 ສະຫາຍ, ຍົກລະດັບຄວາມຮູ້ຂອງພະນັກງານ-ນັກຮົບຢູ່ພາຍໃນ ແລະ ຕ່າງປະເທດ ທັງລະບົບບຳລຸງ ແລະ ຕໍ່ເນື່ອງໜ່ວຍພັກໄດ້ ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2 ປີຕິດຕໍ່ກັນ.
ກອງພັນ 423: ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີນຳພາ, ປະຕິບັດຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ແລະ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ ແນໃສ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ, ຄວາມຮູ້, ຄວາມສາມາດໃຫ້ແກ່ຄະນະໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກນັບມື້ມີຄຸນນະພາບສູງຂຶ້ນ. ປັດຈຸບັນ ທົ່ວຄະນະພັກຮາກຖານ ກອງພັນ 423 ມີ 3 ໜ່ວຍພັກ, ມີ 9 ຈຸພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 93 ສະຫາຍ, ສົມບູນ 78 ສະຫາຍ, ສຳຮອງ 15 ສະຫາຍ, ທຽບໃສ່ປີ 2018 ເພີ່ມຂຶ້ນ 16%. ໃນນີ້,
ສາມາດຈັດແບ່ງປະເພດສະມາຊິກພັກແຂງ 92 ສະຫາຍ, ກາງ 3 ສະຫາຍ, ວຽກງານແກ້ໄຂຊີວິດການເປັນຢູ່ດ້ວຍການປູກຝັງ-ລ້ຽງສັດຕາມທ່າແຮງບົ່ມຊ້ອນຂອງກົມກອງ, ປູກພືດຜັກຕາມລະດູການ ສາມາດສະໜອງເຂົ້າເຮືອນຄົວລວມໄດ້ 45.000 ກິໂລກຣາມ, ປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ໃຫ້ໃບ ແລະ ຕົ້ນໄມ້ປະດັບ 1.500 ຕົ້ນ, ດອກເຂັ້ມ 2.000 ຕົ້ນ, ມີສ່ວນໄມ້ດູລາຍ 1 ຕອນ, ສ່ວນໄມ້ວິກ 1 ຕອນ, ລ້ຽງງົວ 8 ໂຕ, ໝູ 8 ໂຕ, ລ້ຽງສັດປີກ 43.200 ໂຕ ແລະ ການຫາລາຍໄດ້ບໍລິການອື່ນໆສາມາດສ້າງລາຍຮັບໄດ້ 80.000.000 ກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ