ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບັນດາຮາກຖານພັກຢູ່ກຳລັງ​ຫຼວງ ແລະ ກຳລັງ​ທ້ອງ​ຖິ່ນ​ ດຳເນີນ​ກອງ​ປະຊຸມ​ໃຫຍ່ຂັ້ນຂອງຕົນ
ເວລາອອກຂ່າວ: 2023-03-23 09:12:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ໜ່ວຍ​ພັກ ກອງພັນ​ທີ 1 ໂຮງ​​ຮຽ​ນກໍສ້າງນາຍສິບ ເລກ 2 ວຽງ​ໄຊ: ຖື​ສຳຄັນ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ​-ນຳພາ​ແນວ​ຄິດ​ໃຫ້​ສະມາຊິກ​ພັກ ພະນັກງານ- ນັກຮົບ ໃຫ້​ສອດຄ່ອງ​ກັບ​ຍຸກ​ສະໄໝ, ກຳ​ໄດ້​ແນວທາງ​ປ່ຽນແປງ​ໄໝ່​ຂອງ​ພັກ-ລັດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນ​ການ​ຕ່າງໆ​ຂອງ​ກົມ​ກອງ, ປະຕິບັດ​ຄຳ​ ສັ່ງ​ຂອງ​ຂັ້ນ​ເທິງ​ຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມແຂງ​ທັງ 4 ດ້ານ​ ໂດຍ​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ. ໃນ​ນີ້, ສ້າງ​ສະມາຊິກ​ພັກ​ແຂງ​ໄດ້ 19 ສະຫາຍ, ກາງ 1 ສະຫາຍ, ຂະຫຍາຍມະ​ຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ 4 ສະຫາຍ, ສ້າງ​ຊາວ​ໜຸ່ມ​ທີ່​ເປັນ​ພະນັກງານ​ນຳ​ໜ້າ 4 ບຸກ​ໄດ້ 12 ສະຫາຍ. ພ້ອມນີ້, ໄດ້​ຊຸກຍູ້ ພະນັກງານ-ນັກຮົບ​ ເພິ່ງຕົນ​ເອງກຸ້ມ​ຕົນ​ເອງ ສ້າງຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ດ້ວຍ​ການ​ປູກຝັງ-ລຽ້ງ​ສັດ. ໃນ​ນີ້, ປູກ​ຜັກ​ຊະນິດ​ຕ່າງໆ​ໄດ້ 11.938 ກິ​ໂລກ​ຣາມ ເປັນ​ເງິນ 35.814.000 ກີບ, ລຽ້ງ​ໝູ​ໄດ້ 12 ໂຕ. ນອກ​ນີ້, ຍັງ​ໄດ້ປະຕິບັດ​ນະໂຍບາຍ​ຕໍ່​ສະມາຊິກ​ພັກ-ພະນັກງານ-ນັກຮົບ​ທີ່​ເຈັບເປັນ​ເຂົ້າ​ໂຮງໝໍ ແລະ ອື່ນໆລວມ​ເປັນ​ເງິນ 18.263.000 ກີບ. ໜ່ວຍ​ພັກ ກອງຮ້ອຍ​ທີ 2 ກອງພັນ 413 :ໄດ້​ເອົາໃຈໃສ່​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-​ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ສະມາຊິກ​ພັກ, ຖື​ເປັນ​ວຽກ​ງານ​ ສຳຄັນ​ຢືນ​ຢູ່​ແຖວ​ໜ້າ ແລະ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກງານຂະ​ບວນ​ການ​ຕ່າງໆ​ປິ່ນ​ອ້ອມກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໄປ​ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ກົມ​ກອງ​ດ້ວຍ​ການ​ປູກຝັງ-ລ້ຽງສັດ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ໂດຍ​ປະຕິບັດ​ຕາມ​ວຽກ​ງານ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ດ້ວຍ​ການ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເຊິ່ງ​ໄດ້​ປູກ​ພືດ​ຜັກ ສາມາດ​ຕອບ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ​ໄດ້ 120 ກິ​ໂລກ​ຣາມ​ຕໍ່​ຄົນ​ ຕໍ່​ປີ, ປູກ​ໝາກເດືອຍ ຜົນ​ໄດ້​ຮັບ ເປັນ​ເງິນ 29.680.000 ກີບ, ລ້ຽງ​ງົວ 7 ໂຕ, ລ້ຽງ​ແບ້ 6 ໂຕ, ລ້ຽງສັດ​ປີກ 253 ໂຕ ແລະ ການ​ຫາ​ລາຍ​ໄດ້​ບໍລິການ​ອື່ນໆ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ ລວມ​ໄດ້ 53.020.000 ກີບ, ​ຄັດ​ເລືອກ​ຜົນງານ​ສະມາຊິກ​ພັກ​ໄດ້​ປະເພດ​ແຂງ 11 ສະຫາຍ, ກາງ 1 ສະຫາຍ. ໜວ່ຍ​ພັກ​ພະ​ແນກ​ປະສູດໂຮງໝໍບໍລິເວນ 107: ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່ໜ້າ​ທີ່​ວຽກ​ງານ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ປະຕິບັດ​ໄດ້​ກົດ​ລະບຽບ​ ຂອງ​ກົມ​ກອງ ກໍ​ຄື ຂອງ​ກອງທັບ ກົດໝາຍ​ຂອງ​ລັດໄດ້​ເປັນ​ຢ່າງ​ດີ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຖື​ເອົາ​ຫຼັກການ​ລວມ​ສູນປະຊາທິປະໄຕ, ມີ​ແບບແຜນ​ວິທີ ​ເຮັດ​ວຽກ​ແບບ​ວິທະຍາສາດ, ເຊິ່ງ​​ສະແດງ​ອອກ​ຄື: ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ ​ຊັ້ນ III 2 ໜ່ວຍ, ຫຼຽນ​ກາ​ແຮງ​ງານ 11 ໜ່ວຍ, ຮັບ​ໃບ​ຍ້ອງຍໍ​ລັດຖະບານ, ກະຊວງ ​ປ້ອງ​ກັນ​ປະເທດ, ແມ່ຍິງ 3 ດີ, ວິຊາ​ການ​ດີເດັ່ນ, ຄູ​ສິດສອນ​ດີເດັ່ນ, ຊາວ​ໜຸ່ມ 4 ບຸກ ລວມ 75 ໃບ, ກວດ​ພະຍາດ​ຍິງ ແລະ ກວດ​ເດັກນ້ອຍ 18.968 ເທື່ອ​ຄົນ, ກວດ​ທ້ອງ​ແມ່​ມານ ແລະ ສົ່ງເສີມ​ດ້ານ​ໂພ​ສະ​ນາ​ການ 10.589 ເທື່ອ​ຄົນ, ຮັບ​ຄົນ​ເຈັບ​ເຂົ້າ​ນອນ​ລວມ​ທັງ 2 ພະແນກການ​ມີ 6.006 ຄົນ, ຊ່ວຍ​ປະສູດ​ລູກ 2.236 ຄົນ, ຜ່າຕັດ​ກາງ ແລະ​ຜ່າຕັດ​ໃຫຍ່ 395 ເທື່ອ​ຄົນ, ບໍລິການ​ລູກ​ຫ່າງ 3.137 ເທື່ອ​ຄົນ, ສັກ​ວັກ​ຊີນ​ເດັກ ແລະ ຜູ້​ໃຫຍ່ 16.291 ເທື່ອ​ຄົນ, ຢອດ​ຢາ​ເດັກ 10.306 ເທື່ອ​ຄົນ. ໜ່ວຍ​ພັກ ກອງ​ຮ້ອຍ 15: ໄດ້ ​ຍົກ​ໃຫ້​ເຫັນ​ການ​ຊີ້​ນຳ-ນຳພາ​ຂອງ​ໜ່ວຍ​ພັກ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ໂດຍ​ປິ່ນ​ອ້ອມ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ໃນ​ນີ້, ໄດ້​​ປັບປຸງ​ກໍ່ສ້າງ​ຮາກ​ຖານ​ການເມືອງ-​ນຳພາແນວຄິດ​ໃຫ້​ພະນັກງານ​ສະມາຊິກ​ພັກ-ນັກຮົບ​ໃຫ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ກອງທັບ, ໄດ້​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ, ຈັດ​ຕັ້ງ​ດຳເນີນ​ຊີວິດ​ການເມືອງ​ເປັນ​ກະຕິ, ມີ​ສະມາຊິກ​ພັກ​ແຂງ​ທັງ​ໝົດ 43 ສະຫາຍ, ສ້າງ​ສະມາຊິກ​ພັກ​ໄດ້ 36 ສະຫາຍ, ໄດ້​ຮັບ​ການ​ເລື່ອນ​ຊັ້ນ ຈຳນວນ 19 ສະຫາຍ. ໜ່ວຍ​ພັກ ກອງ​ຮ້ອຍ 226 ທະຫານ​ຫຼວງ​ພະ​ບາງ: ຜ່ານ​ມາ​ໜ່ວຍ​ພັກ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ ຊຸກຍູ້​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ປະສານ​ແໜ້ນ​ກັບ​ບັນດາ​ບ້ານ​ອ້ອມ​ຂ້າງ​ເຄື່ອນ​ໄຫວ​ຕ້ານ ແລະ ສະກັດ​ກັ້ນ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ຢູ່​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ໂດຍ​ລວມ​ແລ້ວ​​ມີ​ຄວາມ​ສະຫງົບ​ປອດ​ໄພ 100% ຕິດ​ພັນ​ກັບ​ການ​ປັບປຸງ​ກໍ່ສ້າງ​ພັກ​ທາງ​ດ້ານ​ການເມືອງ​ແນວ​ຄິດ, ການຈັດຕັ້ງ, ແບບແຜນ​ນຳພາ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ. ນອກ​ນີ້, ຍັງ​ໄດ້​ສຸມ​ໃສ່​ກໍ່ສ້າງ​ພະນັກງານ 3 ຮຸ່ນ. ພ້ອມ​ກັນ​ນີ້, ຍັງ​ໄດ້​ຊຸກຍູ້​ເຮັດ​ວຽກ​ງານ​ພະລາທິການ​ກັບທີ່​ຕາມ​ທິດ ເພິ່ງ​ຕົນ​ເອງ ກຸ້ມ​ຕົນເອງ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍຕົນເອງ ໂດຍ​ອາໄສ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ​ຕັ້ງ​ທັບ ເຊິ່ງ​ສາມາດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໜ່ວຍ​ພັກ ກອງ​ຮ້ອຍ 18 ກອງພັນ 424 ກອງພັນ​ໃຫຍ່ 497: ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ ແລະ ໄດ້​ຕີ​ລາຄາ​ຄືນ​ບັນດາ​ຜົນງານ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ ຄົງຄ້າງ ແລະ ບົດຮຽນ​ຖອດ​ຖອນ​ໄດ້​ໃນ​ການ​ຊີ້​ນຳ-ນຳພາ, ຫັນ​ເອົາ​ກຳລັງ​ລົງ​ສູ່​ຮາກ​ຖານ​ຢ່າງ​ແຂງແຮງ ຮັບປະກັນ​ບໍລິເວນ​ກົມ​ກອງ​ຕັ້ງ​ທັບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ສ້າງ​ຄວາມ​ສະດວກ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ-ເສດຖະກິດ​ສັງຄົມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ, ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ຮອບດ້ານ​ໃຫ້​ສົມ​ກັບ​ເປັນ​ກຳລັງ​ແຂງ​ແກ່ນ​ຂອງ​ພັກ, ຂອງ​ປະເທດ​ຊາດ, ຕັ້ງໜ້າ​ປັບປຸງ​ກໍ່ສ້າງ​ພັກ-ພະນັກງານ, ເສີມ​ຂະຫຍາຍ​ມູນເຊື້ອ​ດຸໝັ່ນ​ບົນ​ຈິດໃຈ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ແນ່​ໃສ່​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ນັບ​ມື້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ເຮັດ​ໜ້າທີ່​ການເມືອງ​ທີ່​ພັກ-ລັດ, ປະຊາຊົນ​ມອບ​ໝາຍ​ໃຫ້. ໜ່ວຍ​ພັກ​ຫ້ອງການ ​ວິທະຍາຄານການແພດກອງທັບ: ໄດ້​ເອົາໃຈໃສ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ນຳພາ​ແນວ​ຄິດ, ເຮັດ​ໃຫ້​ສະພາບ​ກົມ​ກອງ​ມີ​ຄວາມ ​ສະຫງົບ​ໃນ​ທຸກ​ດ້ານ, ຍຶດ​ໝັ້ນ​ອຸດົມ​ການ​ຂອງ​ພັກ, ເຊື່ອ​ໝັ້ນ​ຕໍ່​ແນວທາງ​ການ​ນຳພາ​ຂອງ​ພັກ, ເອົາໃຈໃສ່​ວຽກ​ງານ​ດຳເນີນ​ຊີວິດ​ການເມືອງ​ປະຈຳ​ໄຕ​ມາດ ປະຈຳ​ປີ ເປັນ​ເຈົ້າ​ການ​ໃນ​ການ​ເຄົາລົບ ແລະ ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ກົດ​ລະບຽບ ຂອງ​ກອງທັບ, ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ຂະຫຍາຍມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ 6 ສະຫາຍ, ຍົກ​ລະດັບ​ຄວາມ​ຮູ້​ຂອງ​ພະນັກງານ-ນັກຮົບ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ທັງ​ລະບົບ​ບຳລຸງ ແລະ ຕໍ່​ເນື່ອງໜ່ວຍ​ພັກ​ໄດ້ ຮັບ​ນາມມະຍົດ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ 2 ປີ​ຕິດຕໍ່​ກັນ. ກອງພັນ​ 423: ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ​ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ແບບແຜນ​ວິທີ​ນຳພາ, ປະຕິບັດ​ຖືກຕ້ອງ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ແລະ 5 ຫຼັກການ 3 ທິດ​ນຳ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ ແນໃສ່​ຍົກ​ສູງ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສີນ​ທຳ​ປະຕິວັດ, ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ແກ່​ຄະນະ​ໜ່ວຍ​ພັກ, ຈຸ​ພັກ ແລະ ສະມາຊິກ​ພັກ​ນັບ​ມື້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ. ປັດຈຸບັນ ທົ່ວ​ຄະນະ​ພັກ​ຮາກ​ຖານ ກອງພັນ 423 ມີ 3 ໜ່ວຍ​ພັກ, ມີ 9 ຈຸ​ພັກ​ທີ່​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ​ທັງ​ໝົດ 93 ສະຫາຍ, ສົມບູນ 78 ສະຫາຍ, ສຳຮອງ 15 ສະຫາຍ, ທຽບໃສ່​ປີ 2018 ເພີ່ມ​ຂຶ້ນ 16%. ໃນ​ນີ້, ສາມາດ​ຈັດ​ແບ່ງ​ປະເພດ​ສະມາຊິກ​ພັກ​ແຂງ 92 ສະຫາຍ, ກາງ 3 ສະຫາຍ, ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດ້ວຍ​ການ​ປູກຝັງ-ລ້ຽງສັດ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ, ປູກ​ພືດ​ຜັກ​ຕາມ​ລະດູ​ການ ສາມາດ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ​ໄດ້ 45.000 ກິ​ໂລກ​ຣາມ, ປູກ​ຕົ້ນໄມ້​ໃຫ້​ໝາກ, ຕົ້ນໄມ້​ໃຫ້​ໃບ ແລະ ຕົ້ນໄມ້​ປະດັບ 1.500 ຕົ້ນ, ດອກ​ເຂັ້ມ 2.000 ຕົ້ນ, ມີ​ສ່ວນ​ໄມ້​ດູ​ລາຍ 1 ຕອນ, ສ່ວນ​ໄມ້​ວິກ 1 ຕອນ, ລ້ຽງ​ງົວ 8 ໂຕ, ໝູ 8 ໂຕ, ລ້ຽງສັດ​ປີກ 43.200 ໂຕ ແລະ ການ​ຫາ​ລາຍ​ໄດ້​ບໍລິການ​ອື່ນໆ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 80.000.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ