ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ສະຫະພັນ​ແມ່ຍິງ​ໂຮງໝໍ 30 ຕຽງ ທະຫານແຂວງວຽງຈັນ ສຳເລັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX
ເວລາອອກຂ່າວ: 2023-03-23 09:16:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 496 | ຄວາມນິຍົມ:



ໃນ​ວັນ​ທີ 15 ມີນາ 2023 ນີ້, ໜ່ວຍ​ສະຫະພັນ​ແມ່ຍິງ​ໂຮງໝໍ 30 ຕຽງ ໄດ້​ຈັດ​ກອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຜູ້ຕາງໜ້າ​ຈາກ​ພະ​ແນກ​ແມ່ຍິງ ​ຫ້ອງ​ການເມືອງ ​ທະ ຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ໜ່ວຍ, ສະມາຊິກ​ສະຫະພັນ​ແມ່ຍິງ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ຖາວອນ ໝື່ນ​ໄຊ​ຍະ​ພົມ ເລຂາ​ໜ່ວຍ​ສະຫະພັນ​ແມ່ຍິງ​ ໂຮງໝໍ 30 ຕຽງ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ 2 ພາກ ແລະ ຜ່ານ​ບົດ​ສຳ​ຫຼວດ​ການ​ນຳພາ​ຂອງ​ໜ່ວຍ ໃນ​ໄລຍະ 5 ປີຜ່ານມາ ແລະ ວາງ​ທິດ​ທາງ​ແຜນການ 5 ປີ​ຕໍ່ໜ້າ, ເຊິ່ງ​ໄດ້​ຕີ​ລາຄາ​ຜົນສຳເລັດ​ໃນ​ແຕ່​ລະ​ດ້ານ​ທີ່​ໜ່ວຍ​ສະຫະພັນ​ແມ່ຍິງ​ໂຮງໝໍ 30 ຕຽງ ສ້າງ​ມາ​ໄດ້, ບັນຫາ​ສຳຄັນ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ​ດ້ວຍ​ການ​ເຜີຍແຜ່​ເຊື່ອມ​ຊຶມ​ແນວທາງ​ແຜນ​ນະໂຍ ບາຍ​ຂອງ​ພັກ-ລັດ ມະຕິ​ ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ ແນໃສ່​ເຮັດ​ໃຫ້​ສະມາຊິກ​ແມ່ຍິງ ກຳ​ແໜ້ນ​ຢ່າງ​ເລິກເຊິ່ງ, ມີ​ທັດສະນະ​ຫຼັກ​ໝັ້ນ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ຕ້ານ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ເຮັດ​ໃຫ້​ສະພາບ ພາຍ​ໃນ​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ພ້ອມ​ກັນ​ນັ້ນ, ໄດ້​ເອົາໃຈໃສ່​ດຳເນີນ​ຊີວິດ​ການເມືອງ​ຂັ້ນ​ຈຸ, ຂັ້ນ​ໜ່ວຍ​ສ່ອງ​ແສງ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ເປັນ​ປົກກະຕິ, ດ້ານ​ວຽກ​ງານ​ປົກ​ປ້ອງ​ສິດຜົນປະ ໂຫຍດ​ອັນ​ຊອບ​ທຳ​ຂອງ​ແມ່ຍິງ ແລະ ເດັກນ້ອຍ, ການ​ສົ່ງເສີມ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ ແລະ ສົ່ງເສີມ​ຄວາມ​ສະເໝີ ພາບ​ຍິງ-ຊາຍ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ມີ​ໝາກຜົນ​ຕົວ​ຈິງ, ໄດ້​ປຸກລະດົມ​ແມ່ຍິງ​ເຂົ້າ​ຮ່ວມ​ພາລະກິດ​ປົກ​ປັກ​ຮັກສາ​ພັດທະນາ​ປະເທດ​ຊາດ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ທີ່​ສູນ​ກາງ​ສະຫະພັນ​ແມ່ຍິງ​ວາງ​ອອກ, ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະໃນ​ໄລຍະ​ຜ່ານ​ມາ ໄດ້​ປິ່ນປົວ​ສຸຂະພາບກວດ​ພະຍາດ​ເຂດ​ນອກ 21.375 ເທື່ອ​ຄົນ, ປິ່ນປົວ​ຫາຍ​ດີ 5.557 ເທື່ອ​ຄົນ, ສັກ​ຢາ ແລະ ຈ່າຍ​ຢາ 66.800 ເທື່ອ​ຄົນ, ສົ່ງຕໍ່​ໂຮງໝໍ​ອື່ນ 297 ເທື່ອ​ຄົນ, ວິເຄາະ​ເລືອດ ແລະ ອາຈົມ 48.048 ເທື່ອ​ຄົນ, ເອ​ໂກ່ 12.960 ເທື່ອ​ຄົນ. ນອກຈາກ​ນີ້, ສະມາຊິກ​ແມ່ຍິງ​ຍັງ​ໄດ້​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ ຂອງ​ໜ່ວຍ​ດ້ວຍ​ການ​ປູກຝັງ-ລ້ຽງສັດ, ຕ່ຳຫູກ​ທໍ​ໄໝ​ເປັນ​ອາຊີບ​ເສີມ ຄ້າຂາຍ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ ເຫັນ​ໄດ້​ວ່າ​ທຸກ​ຄົນ​ມີ​ພໍ​ຢູ່​ພໍ​ກິນ​ໃນ​ຄອບຄົວ​ອຸດົມສົມ ບູນ​ມີ​ລາຍ​ໄດ້​ເສີມ​ແບບ​ຖາວອນ​ຕາມ​ຄຳ​ຂວັນ​ທີ່​ວ່າ: ພັດທະນາ​ຕົນ​ເອງ ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ເຊິ່ງ​ການ​ຫາ​ລາຍ​ໄດ້​ເຂົ້າ​ຄັງ​ຖື​ເອົາ​ການ​ຂາຍເຄື່ອງ​ຍ່ອຍ​ຕ່າງໆ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 23.585.000 ກີບ, ຜ່ານ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ຕ່າງໆ ຕາມ​ການ​ມອບ​ໝາຍ​ການຈັດຕັ້ງ​ຂັ້ນ​ເທິງ​ໄດ້​ເປັນ​ຢ່າງ​ດີ. ໃນ​ນີ້, ສະມາຊິກ​ແມ່ຍິງໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຫຼຽນ​ໄຊ ແລະ ໃບ​ຍ້ອງຍໍ​ຕ່າງໆ​ຄື: ໄດ້​ຮັບ​ຫຼຽນ​ໄຊ​ ແຮງ​ງານ ​ຊັ້ນ II ຈຳນວນ 5 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈຳນວນ 10 ສະຫາຍ, ຫຼຽນ​ກາ​ແຮງ​ງານ 20 ສະຫາຍ ແລະ ໃບ​ຍ້ອງຍໍ​ຂັ້ນ​ຕ່າງໆ 240 ໃບ, ໄດ້​ຮັບຮອງ​ບຸກຄົນ 3 ດີ ແລະ ໜ່ວຍ 3 ດີ ຄັ້ງ​ທີ 1 ສະໄໝ​ທີ VIII, ໃນ​ກອງ ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ໜ່ວຍ​ສະຫະພັນ​ແມ່ຍິງ​ຊຸດ​ໃໝ່ ໄດ້​ເປັນ​ເອກະ​ພາບ​ເລືອກ​ເລືອກ​ເອົາ ສະຫາຍ ພັນ​ຕີ ນາງ ຖາວອນ ໝື່ນ​ໄຊ​ຍະ​ພົມ ເປັນ​ເລຂາ, ສະຫາຍ ພັນ​ຕີ ນາງ ສີ​ແພງ​ຄຳ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ຕີ ນາງ ວັນເພັງ ທຸມ​ສະ​ຫວັດ ເປັນ​ປະທານ​ກວດກາ, ສະຫາຍ ຮອ້ຍ​ເອກ ນາງ ກອງ​ແພງ ລັດຕະນະ ເປັນ​ຮອງ​ປະທານ​ກວດກາ ແລະ ສະຫາຍ ຮ້ອຍ​ເອກ ສຸ​ວັນນີ ນິດ​ນິ​ລັນ ກຳມະການ ເພື່ອ​ສືບຕໍ່​ຊີ້​ນຳ-ນຳພາ​ໜ່ວຍ​ສະຫະພັນ​ແມ່ຍິງ​ໃນຕໍ່ໜ້າ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ